ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຫົວໜ້າຄະນະທັງສອງຝ່າຍ ໄດ້ພ້ອມກັນຕີລາຄາສູງຕໍ່ໝາກຜົນການພົບປະ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນຄັ້ງນີ້, ເຊິ່ງເປັນຂີດໝາຍສຳຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູປະເທດເຮົາ ໂດຍສະເພາະ ກົນໄກການຈັດຕັ້ງປະຕິບັດ, ການຄຸ້ມຄອງ ແລະ ການນຳໃຊ້ງົບປະມານຂອງທັງສອງກະຊວງໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ.