ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບສະພາປະຊາຊົນນະຄອນຫຼວງວຽງຈັນ ປຶກສາຫາລືກ່ຽວກັບການແກ້ໄຂຄຳຮ້ອງ, ຄຳສະເໜີຂອງປະຊາຊົນຊາວນະຄອນຫຼວງວຽງຈັນ

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2024 ທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ສະພາປະຊາຊົນນະຄອນຫຼວງວຽງຈັນ, ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມຄຸ້ມຄອງພະລັງງານ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

          ທີ່ປະຊຸມໄດ້ຮັບການລາຍງານຄຳຮອງ, ຄຳສະເໜີຂອງປະຊາຊົນຊາວນະຄອນຫຼວງວຽງຈັນ ຜ່ານຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ໃນໂອກາດລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ທີ່ຕິດພັນກັບຄວາມຮັບຜິດຊອບຂອງ ກະຊວງພະລັງງານ ແລະ ບໍ່ແຮ່. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນ ແລະ ທັງຖອດຖອນບົດຮຽນ ຮ່ວມກັນ ກ່ຽວກັບບັນຫາຕ່າງໆ ທີ່ສັງຄົມມີຄວາມສົນໃຈ, ເປັນຫ່ວງ ໂດຍສະເພາະຕໍ່ຂໍສະເໜີຂອງປະຊາຊົນ ທີ່ຕິດພັນກັບການອະນຸຍາດ, ຕິດຕາມ, ກວດກາ ແລະ ຄຸ້ມຄອງການລົງທຶນຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆໃນຂອບເຂດທົ່ວປະເທດ. ເພື່ອເຮັດແນວໃດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງແກ້ໄຂ ຫຼື ມີຂໍ້ມູນອະທິບາຍຊີ້ແຈງຕໍ່ສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຮັບປະກັນໃຫ້ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບຜົນສຳເລັດ ແລະ ໃຫ້ການສະໜັບສະໜູນຈາກສັງຄົມ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506