
ໃນລະຫວ່າງວັນທີ 01-04 ສິງຫາ 2022 ທີ່ຜ່ານມາ, ຫ້ອງການກະຊວງ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບ ລະບຽບການຄຸ້ມຄອງເອກະສານທາງການແບບເອເລັກໂຕນິກ ແລະ ການນຳໃຊ້ ລະບົບ E-office ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ. ໃນພິທີດັ່ງກ່າວໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ເພັດພາພອນ ລັດຖະຈັກ, ຮອງຫົວໜ້າຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພິມວົງ ຊວງມະນີ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ.


ທ່ານຮອງຫົວໜ້າຫ້ອງການໄດ້ກ່າວຕໍ່ກອງປະຊຸມວ່າ: ຄືບັນດາທ່ານຮູ້ແລ້ວວ່າ ໃນຍຸກປະຈຸບັນນີ້ ແມ່ນຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ, ດ້ວຍເຫດນີ້, ເພື່ອເຮັດວຽກງານຂອງຂະແໜງການ ຂອງພະລັງງານ ແລະ ບໍ່ແຮ່ ຂອງເຮົາ ມີຄວາມວ່ອງໄວ ທັນສະໄຫມ ແລະ ປະຢັດຂັ້ນຕອນການເຮັດວຽກ, ການນຳກະຊວງ ກໍ່ເລັ່ງເຫັນບັນຫາດັ່ງກ່າວ ໂດຍນຳເອົາເຄື່ອງມືທີທັນສະໄຫມມາຊ່ວຍເຂົ້າໃນໜ້າວຽກເຮົາ ໂດຍການນຳໃຊ້ລະບົບການຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ແບບເອເລັກໂຕນິກ ຫຼື ເອີ້ນຫຍໍ້ວ່າ (E-office) ເພື່ອກໍານົດຫລັກການ ແລະ ວິທີການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກຜ່ານປະຕູດຽວ, ເພື່ອຮັບປະກັນແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄຫມ, ຮັບປະກັນໃຫ້ລະບົບການຄຸ້ມຄອງເອກະສານ, ການຄົ້ນຄ້ວາພິຈາລະນາ ແລະ ການຈັດຕັ້ງປະຕິບັດເອກະສານຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ເປັນລວມສູນ ແລະ ເປັນໄປຕາມຂັ້ນຕອນ ໃຫ້ມີປະສິດທິພາບສຸງ, ສາມາດຕິດຕາມກວດກາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ພ້ອມທັງບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ຮັກສາໄດ້ເອກະສານລັບທາງການ.


