ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດຫຼາຍກິດຈະກຳ ເນື່ອງໃນໂອກາດສະເລີມສະຫຼອງ 2 ວັນປະຫວັດສາດ ການພົວພັນຮ່ວມມືພິເສດລາວ-ຫວຽດນາມ ປີ 2022.

          ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ທັງເປັນຫົວໜ້າກອງເລຂາຄະນະຮັບຜິດຊອບສະເຫຼີມສະຫຼອງ 2 ວັນປະຫວັດສາດ ການພົວພັນຮ່ວມມືພິເສດລາວ-ຫວຽດນາມ ປີ 2022 ໄດ້ໃຫ້ສຳພາດຕໍ່ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງ 2 ວັນປະຫວັດສາດການພົວພັນຮ່ວມມືແບບພິເສດລາວ-ຫວຽດນາມ ປີ 2022 ວ່າ: ພາຍຫຼັງໄດ້ມີທິດຊີ້ນຳຈາກກົມການເມືອງສູນກາງພັກ ກໍ່ຄືຄະນະຮັບຜິດຊອບລະດັບຊາດ ການກະກຽມສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ ປີ 2022, ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ຫ້າງຫາກະກຽມຢ່າງຮອບດ້ານ ເພື່ອເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ ໃນປີ 2022 ນີ້ມີບັນຍາກາດຟົດຟື້ນ, ມ່ວນຊື່ ແລະ ທັງໄດ້ເນື້ອໃນຢ່າງຄົບຖ້ວນ.
          ອັນທີ່ພົ້ນເດັ່ນ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບການກະກຽມສະເລີມສະຫຼອງສອງວັນປະຫວັດສາດດັ່ງກ່າວ ໂດຍແມ່ນ ທ່ານ ຮອງລັດຖະມົນຕີ ເປັນຫົວໜ້າຄະນະ, ພ້ອມກັນນີ້ ກໍ່ໄດ້ມອບໝາຍໃຫ້ 3 ອົງການຈັດຕັ້ງມະຫາຊົນ ຈັດຕັ້ງສ້າງຂະບວນການຕ່າງໆ ເປັນຕົ້ນແມ່ນ: ຂະບວນການແຂ່ງຂັນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຂະບວນການຂຽນບົດຄວາມການຮ່ວມມືລວາ-ຫວຽດນາມ, ຂະບວນການແຂ່ງຂັນກິລາ, ຂະບວນການອອກແຮງງານລວມ, ຂະບວນການປ້ອງກັນເວນຍາມສຳນັກງານ, ຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ຂະບວນການຕອບບຸນແທນຄຸນ ແລະ ຂະບວນການອື່ນໆ. ພ້ອມກັນນີ້, ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ພົບປະ, ແລກປ່ຽນບົດຮຽນລະດັບວິຊາການ ກັບກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເມື່ອກາງເດືອນ ເມສາ 2022 ທີ່ຜ່ານມາ. ພິເສດ ຄະນະພັກ, ຄະນະນຳ ແລະ ພະນັກງານ-ຫຼັກແຫຼ່ງ ທົ່ວກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ສຳເລັດຈັດພິທີປະຖະກະຖາ ແລະ ເລົ່າມູນເຊື້ອວັນສຳຄັນດັ່ງກ່າວ ໂດຍແມ່ນອາດີດການນຳຂັ້ນສູງຂອງພັກ, ລັດ ເຮົາເປັນຜູ້ໃຫ້ກຽດເລົ່າເຖິງມູນເຊື້ອພິເສດດັ່ງກ່າວ.
          ທ່ານ ຫົວໜ້າຫ້ອງການກະຊວງ ຍັງໄດ້ກ່າວຕື່ມວ່າ: ບໍ່ພຽງແຕ່ເທົ່ານັ້ນ, ໃນກາງເດືອນທັນວາ ປີ2022 ທີ່ຈະມາເຖິງນີ້, ຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ຈະໄດ້ເດີນທາງໄປເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງ ສອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໃຫ້ແໜ້ນແຟ້ນ. ເຊິ່ງໃນໂອກາດພົບປະ, ປຶກສາຫາລືກັນໃນວາລະດັ່ງກ່າວ ທັງສອງຝ່າຍເຫັນດີຮ່ວມກັນຈະຈັດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວ ເປັນຕົ້ນແມ່ນ: ພິທີພົບປະ, ປຶກສາຫາລື ເພື່ອທົບທວນຄືນການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ, ພ້ອມກັນນີ້ ກໍ່ຈະຄົ້ນຄວ້າ, ນຳສະເໜີ ແລະ ຕົກລົງກົນໄກ, ແບບແຜນການຮ່ວມມືໃນຕໍ່ໜ້າເປັນຕົ້ນແມ່ນ: ການປຶກສາຫາລືດັດແກ້ຕົວເລກແຜນການຮັບຊື້ພະລັງງານຈາກ ສປປ ລາວ ຮອດປີ 2030 ແລະວິໄສທັດຫຼັງ 2030 ໃຫ້ມີຄວາມຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະທ່າແຮງຂອງສອງປະເທດ; ຄວາມສົນໃຈ ກ່ຽວກັບການກຳນົດຫຼັກການ, ກົນໄກ ແລະ ວິທີການຄິດໄລ່ໂຄງສ້າງລາຄາໄຟຟ້າຈາກແຫຼ່ງຕ່າງໆ ທີ່ຈະຮັບຊື້ຈາກ ສປປ ລາວ ຫຼັງປີ 2025 ຄືນໃໝ່ ລວມທັງນະໂຍບາຍການຮັບຊື້ໄຟຈາກພະລັງງານລົມ, ພະລັງງານ ແສງຕາເວັນ ແລະ ອື່ນໆ; ແລກປ່ຽນບົດຮຽນກ່ຽວກັບກົນໄກການກໍານົດລາຄາພາຍໃນ, ລາຄາທີ່ຊື້ຈາກພາກເອະຊົນ ຂອງ ສສ ຫວຽດນາມ ແລະ ປຶກສາຫາລືທາງດ້ານເຕັກນິກ ແລະກໍານົດຈຸດເຊື່ອມຕໍ່ລະບົບສາຍສົ່ງລະດັບແຮງດັນ 220 kV-500 kV ເພື່ອ ສ້າງເງື່ອນໄຂສະດວກໃນການຊື້-ຂາຍພະລັງງານໄຟຟ້າຮ່ວມກັນໃນອະນາຄົດ.
           ສັງລວມແລ້ວ, ມາຮອດປັດຈຸບັນ ກະຊວງ ພະລັງງານ ແລະ ບໍ່ແຮ່ ແມ່ນມີຄວາມພ້ອມແລ້ວ ທີ່ຈັດພິທີສະເຫຼີມສະຫຼອງສອງວັນປະຫວັດສາດການພົວພັນຮ່ວມມືພິເສດລາວ-ຫວຽດນາມ ໃນປີ 2022 ເຊິ່ງຄາດວ່າຈະຈັດລະຫວ່າງວັນທີ 23-25 ທັນວາ ນີ້ ຢູ່ ນະຄອນຫຼວງຮະລອງ, ແຂວງ ກວ໋າງນິງ, ສາທາລະນະລັດ ສັງຄົມນະຍົມຫວຽດນາມ.

ພາບ,ຂ່າວ: ຄຳແສງ ແກ້ວປະເສີດ