
ຊຸດຝຶກກອົບຮົມຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນຄື: ແຕ່ວັນທີ 27-29 ມິຖຸນາ 2023 ນີ້ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ມີຄະນະກົມ, ຄະນະສະຖາບັນ ພ້ອມດ້ວຍພະນັກງານທີ່ຮັບຜິດຊອບວຽກງານວຽກງານການຄຸ້ມຄອງເອກະສານຂອງບັນດາກົມ ແລະ ສະຖາບັນ ເຂົ້າຮ່ວມ.

ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເປີດກອງປະຊຸມວ່າ: ປັດຈຸບັນນີ້ ແມ່ນຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ, ດ້ວຍເຫດນີ້, ເພື່ອເຮັດວຽກງານຂອງຂະແໜງການ ຂອງພະລັງງານ ແລະ ບໍ່ແຮ່ ຂອງເຮົາ ມີຄວາມວ່ອງໄວ ທັນສະໄຫມ ແລະ ປະຢັດຂັ້ນຕອນການເຮັດວຽກ, ການນຳພັກ-ລັກ ກໍ່ຄື ການນຳກະຊວງ ກໍ່ເລັ່ງເຫັນບັນຫາດັ່ງກ່າວ ໂດຍນຳເອົາເຄື່ອງມືທີທັນສະໄຫມມາຊ່ວຍເຂົ້າໃນໜ້າວຽກເຮົາ ໂດຍການນຳໃຊ້ລະບົບການຈໍລະຈອນເອກະ ສານ ຂາເຂົ້າ-ຂາອອກ ແບບທັນສະໄໝ ແລະ ເອເລັກໂຕນິກ ຫຼື ເອີ້ນຫຍໍ້ວ່າ (E-office) ເພື່ອກໍານົດຫລັກການ ແລະ ວິທີການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກຜ່ານປະຕູດຽວ,

