ສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການ ກ່ຽວກັບ ລະບຽບການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກ ແລະ ການນຳໃຊ້ I-office

          ໃນລະຫວ່າງວັນທີ 04-06 ກັນຍາ 2024 ທີ່ຜ່ານມາ, ຫ້ອງການກະຊວງ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບ ລະບຽບການຄຸ້ມຄອງເອກະສານທາງການແບບເອເລັກໂຕນິກ ແລະ ການນຳໃຊ້ ລະບົບ E-office ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ. ໃນພິທີດັ່ງກ່າວໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການ ແລະ ທ່ານ ຄຳພຸດ ນາມວົງສັກ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ.

          ທ່ານຫົວໜ້າຫ້ອງການ ໄດ້ກ່າວຕໍ່ກອງປະຊຸມວ່າ: ຄືບັນດາທ່ານຮູ້ແລ້ວວ່າ ໃນຍຸກປະຈຸບັນນີ້ ແມ່ນຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ ໃນຂົງເຂດພາກພື້ນ ແລະ ໃນທົ່ວໂລກ, ດ້ວຍເຫດນີ້, ເພື່ອເຮັດວຽກງານຂອງຂະແໜງການ ຂອງພະລັງງານ ແລະ ບໍ່ແຮ່ ຂອງເຮົາ ມີຄວາມວ່ອງໄວ ທັນສະໄໝ ແລະ ປະຢັດຂັ້ນຕອນການເຮັດວຽກ, ການນຳກະຊວງ ກໍ່ເລັ່ງເຫັນບັນຫາດັ່ງກ່າວ ໂດຍນຳເອົາເຄື່ອງມືທີທັນສະໄໝມາຊ່ວຍເຂົ້າໃນໜ້າວຽກເຮົາ ໂດຍການນຳໃຊ້ລະບົບການຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ແບບເອເລັກໂຕນິກ ຫຼື ເອີ້ນຫຍໍ້ວ່າ (E-office) ເພື່ອກໍານົດຫຼັກການ ແລະ ວິທີການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກຜ່ານປະຕູດຽວ, ເພື່ອຮັບປະກັນແບບແຜນວິທີເຮັດວຽກ ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄໝ, ຮັບປະກັນໃຫ້ລະບົບການຄຸ້ມຄອງເອກະສານ, ການຄົ້ນຄ້ວາພິຈາລະນາ ແລະ ການຈັດຕັ້ງປະຕິບັດເອກະສານຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ເປັນລວມສູນ ແລະ ເປັນໄປຕາມຂັ້ນຕອນ ໃຫ້ມີປະສິດທິພາບສູງ, ສາມາດຕິດຕາມກວດກາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ພ້ອມທັງບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ຮັກສາໄດ້ເອກະສານລັບທາງການ.

          ຍ້ອນເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ເອົາໃຈໃສ່ ເພີ້ມທະວີ ການຫັນເອົາເຄື່ອງໄມ້ເຄື່ອງມືຕ່າງໆ ທີທັນສະໄໝ ບໍ່ວ່າຈະເປັນ ຮາດແວ໌ ຫລື ຊອບແວ໌ ເຂົາມາຊ່ວຍວຽກຂອງຕົນ.

          ສະນັ້ນ ຫ້ອງການກະຊວງ ກໍ່ໄດ້ຮັບການຊີ້ນຳ ຈາກຄະນະພັກ, ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຄົ້ນຄ້ວາລົງຝືກອົບຮົມ ການນຳໃຊ້ລະບົບການຈາລະຈອນ ເອກະສານແບບ ເອເລັກໂຕນິກ ໃຫ້ແກ່ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ, ເຖິງຢ່າງໃດກໍ່ຕາມ ມື້ນີ້ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ຄືຫ້ອງການກະຊວງ ຂອງພວກເຮົາໄດ້ລົງມາເຮັດວຽກຕິດຕາມສຸກຍູ້ໃນການຝືກອົບຮົມນຳບັນດາທ່ານ ເພື່ອໃຫ້ໄດ້ນຳໃຊ້ລະບົບການຈາລະຈອນ ເອກະ ສານແບບ ເອເລັກໂຕນີກ (E-office) ເພື່ອນຳເອົາໄປຈັດຕັ້ງປະຕິບັດວຽກງານຂອງຕົນ ທັງພາຍໃນ ແລະ ພາຍນອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂ່າວ-ພາບ: ສົມສະນຸກ

Website: www.mem.gov.la

ສາຍດ່ວນ: 1506