ກອງປະຊຸມປືກສາຫາລື ກ່ຽວກັບ ພັດທະນາແຮ່ເກືອໂປຕາສ ຢູ່ນະຄອນຫຼວງວຽງຈັນ

          ຕອນເຊົ້າວັນທີ 25 ສິງຫາ 2023 ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບການສະເໜີຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຢູ່ນະຄອນຫຼວງວຽງຈັນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ແຜນພັດທະນາ ຫຼື ຂະຫຍາຍຕົວເມືອງຂອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນທະວີ ສິນລາດຊະວົງ ຮອງຫົວໜ້າຫ້ອງວ່າການນະຄອນຫຼວງ. ມີ ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ຄະນະຫ້ອງການກະຊວງ, ຄະນະກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ, ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
         ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມທິດຊີ້ນໍາຂອງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍຄືທິດຊີ້ນໍາຂອງລັດຖະບານ ຕໍ່ກັບການພັດທະນາແຮ່ທາດ ແລະ ບໍ່ແຮ່ ໂດຍສະເພາະແມ່ນນະໂຍບາຍກ່ຽວກັບການັພດທະນາແຮ່ທາດ ໂດຍບໍ່ໃຫ້ສົ່ງຜົນກະທົບດ້ານລົບຕໍ່ຊຸມຊົນໃນຂອບເຂດທົ່ວປະເທດ ຫຼື ໃຫ້ກະທົບນ້ອຍທີ່ສຸດເວົ້າລວມ, ເວົ້າສະເພາະຢູ່ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນການລົງທຶນພັດທະນາແຮ່ເກືອໂປຕາສ ແມ່ນນັບມື້ເພີ່ມຂຶ້ນ ແລະ ການຂະຫຍາຍຕົວເມືອງ ຂອງນະຄອນຫຼວງວຽງຈັນ ກໍຄຽງຄູ່ກັນໄປ, ຊຶ່ງ ຕໍ່ກັບບັນຫາ

          ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານ ໄດ້ເປີດກວ້າງ ແລະ ດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຊຶ່ງມາຮອດປັດຈຸບັນ ມີໂຄງການລົງທຶນຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 287 ບໍລິສັດ, 399 ກິດຈະການ; ໃນນັ້ນ ບໍລິສັດ ຢູ່ໃນໄລຍະການຊອກຄົ້ນ ມີ 25 ບໍລິສັດ, ມີ 25 ກິດຈະການ, ບໍລິສັດ ຢູ່ໃນໄລຍະການສໍາຫຼວດ ມີ 122 ບໍລິສັດ, ມີ 138 ກິດຈະການ, ຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 32 ບໍລິສັດ, ມີ 51 ກິດຈະການ, ຢູ່ໃນໄລຍະການຂຸດຄົ້ນ ແລະ ປຸງແຕ່ງ ມີ 108 ບໍລິສັດ, ມີ 185 ກິດຈະການ. ທ່ານ ຫົວໜ້າຫ້ອງການກະຊວງ ກ່າວຕື່ວ່າ: ນອກຈາກສູນກາງອະນຸຍາດແລ້ວ, ຂັ້ນທ້ອງຖິ່ນ ກໍ່ໄດ້ອອກອະນຸຍາດ ເຊິ່ງມາຮອດປັດຈຸບັນ ອະນຸຍາດແລ້ວ 671 ບໍລິສັດ, 732 ກິດຈະການ. ສະເພາະການລົງທຶນພັດທະນາແຮ່ເກືອໂປຕາສ ມີທັງໝົດ 14 ບໍລິສັດ; ໃນນັ້ນ ບໍລິສັດທີ່ໄດ້ເຊັນສັນຍາຊອກຄົ້ນ ແລະ ສໍາຫຼວດ ເກືອໂປຕາສ (ນະຄອນຫຼວງວຽງຈັນ 3 ບໍລິສັດ, ແຂວງວຽງຈັນ 1 ບໍລິສັດ, ແຂວງບໍລິຄໍາໄຊ 1 ບໍລິສັດ , ແຂວງຄໍາມ່ວນ 2 ບໍລິສັດ) ແລະ ມີ 7 ບໍລິສັດ ທີ່ໄດ້ເຊັນສັນຍາສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ (ນະຄອນຫຼວງມີ 3 ບໍລິສັດ, ແຂວງຄໍາມ່ວນມີ 4 ບໍລິສັດ), ມີປະລິມານການຊະສົມແຮ່ເກືອໂປຣຕາສ ທັງໝົດ 11.726.618.700 ໂຕນ, ໃນນັ້ນ: ນະຄອນຫຼວງວຽງຈັນ ລວມມີ 5.465.210.000 ໂຕນ ແລະ ແຂວງຄໍາມ່ວນ ມີ 6.261.408.700 ໂຕນ, ຊຶ່ງໃນ 7 ບໍລິສັດ ທີ່ຢູ່ໃນໄລຍະການຂຸດຄົ້ນ ແລະ ປຸງແຕ່ງ ມີພຽງແຕ່ 2 ບໍລິສັດ ທີ່ດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງ ເປັນປົກກະຕິ. 

          ປັດຈຸບັນ ສປປລາວ ສາມາດຜະລິດເປັນເກືຶອໂປຕາສ ທີ່ມີຄຸນນະພາບ 95% ຈໍານວນທັງໝົດ: 6.715.086 ໂຕນ, ມີມູນຄ່າທັງໝົດ: 1.606.887.699 ໂດລາສະຫະລັດ, ຊຶ່ງສາມາດສ້າງລາຍຮັບໃຫ້ລັດຖະບານ ທັງໝົດ 179.704.416,53 ໂດລາສະຫະລັດ. ພ້ອມນັ້ນ, ຍັງໄດ້ອອກອະນຸຍາດໃຫ້ສໍາຫຼວດ ຕື່ມອີກ ຈໍານວນ 7 ບໍລິສັດ. ປະຕິບັດຕາມເນື້ອໃນຂອງກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017 ມາດຕາ 23 ເຂດຫວງຫ້າມ ຂໍ້ 2 ເຂດທີ່ຢູ່ໃກ້ກັບຕົວເມືອງເຂດຊຸມຊົນ, ເນື້ອທີ່ຕິດພັນກັບຊິວິດການເປັນຢູ່ຂອງປະຊາຊົນ ຫຼື ຢູ່ກ້ອງພື້ນສິ່ງປູກສ້າງ ຫຼື ເຂດສາທາລະນະ ຊຶ່ງເຫັນວ່າມີຄວາມສໍາຄັນ ຕໍ່ຜົນປະໂຫຍດຂອງຊາດ ເປັັນຕົ້ນແຫຼ່ງທ່ອງທ່ຽວທາງປະຫວັັດສາດ, ວັດທະນາທໍາ, ທໍາມະຊາດ, ເຂດວັດຖຸບູຮານ, ເຂດປະຫວັັັດສາດ, ເຂດໂຄງລ່າງພື້ນຖານ, ເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຂດທີ່ບໍ່ເໝາະສົມສໍາລັບການດຳເນີນກິດຈະການກ່ຽວກັບແຮ່ທາດ ແມ່ນເຫັນວ່າເຂດດັ່ງກ່າວນີ້ເປັນເຂດໃກ້ຕົວເມືອງ ໃນຕໍ່ໜ້າອາດມີການຂະຫຍາຍຕົວຂອງພົນລະເມືອງເພີ່ມຂື້ນ ແລະ ເພື່ອເປັນການຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມຮອບດ້ານ ໃນໄລຍະຍາວ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ