ກະຊວງ ພະລັງງານ ແລະ ບໍ່ແຮ່ ປະຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ

           ໃຫ້ກຽດເລົ່າວັນທີ່ມີຄວາມໝາຍສຳຄັນນີ້ ໂດຍແມ່ນ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍາແຮ່. ເຂົ້າຮ່ວມມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ບັນດາເລຂາ, ຮອງເລຂາ ແລະ ຄະນະພັກຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງ ພ້ອມດ້ວຍສະມາຊິກພັກ ອ້ອມຂ້າງອົງຄະນະພັກກະຊວງ ຢ່າງພ້ອມພຽງ.

          ໃນພິທີອັນສະຫງ່າລາສີນີ້, ສະຫາຍ ປອ ສີນາວາ ສຸພານຸວົງ ໄດ້ເລົ່າຄືນປະຫວັດ ແລະ ການເຄື່ອນໄຫວໂດຍຫຍໍ້ ສະຫາຍ ກ່າວວ່າ: ປະທານ ສຸພານຸວົງ ເກີດເມື່ອວັນທີ 13/7/1909 ທີ່ຫລວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດ ຂອງ ເຈົ້າມະຫາອຸປະຣາດບຸນຄົງ ແລະ ຫມ່ອມຄໍາອ້ວນ ມີເອື້ອຍ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນດາ ອັດສະຫມີ, ມີອ້າຍຕ່າງມານດາ 2 ຄົນ ຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ.
          ອາຍຸໄດ້ 7 ປີ ທ່ານ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາທີ່ຫລວງພະບາງ, ເພິ່ນເປັນນັກຮຽນທີ່ຂະຫຍັນຫມັ່ນພຽນ ແລະ ມີພອນສະຫວັນໃນຫລາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະແນນດີເລີດມາຕະຫລອດຈົນຈົບຊັ້ນປະຖົມສົມບູນ. ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ “ ອານແບກຊາໂຣ ” ( Albert Sarraut ) ທີ່ຮ່າໂນ້ຍ ປະເທດຫວຽດນາມ. ຢູ່ທີ່ນັ້ນ ເພິ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫລາຍພາສາ, ຮຽນທາງດ້ານສິລະປະ ແລະ ວັນນະຄະດີ, ທັງຫລິ້ນກິລາ ແລະ ດົນຕີ; ເພິ່ນມີພອນສະຫວັນ ໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ. ເພິ່ນໄດ້ຮຽນຈົບຂະແຫນງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຼເຕັກໂຕຣາ (Protec torat) ແຫ່ງແຄ້ວນອິນດູຈີນ.

          1931 ທ່ານ ໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາ ວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງ ຫມັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸຫມັ່ນໃນການລົງຝຶກຫັດ – ປະຕິບັດຕົວຈິງ, ເພິ່ນໄປຫລາຍປະເທດໃນທະວີບເອີລົບທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫລາຍປະເທດໃນທະວີບອາຟຣິກກາ ເພື່ອສໍາຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພິ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮໍ່າຮຽນ, ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ, ເພິ່ນດຳລົງຊີວິດແບບງ່າຍ, ບໍ່ຟູມເຟືອຍ, ທ່ານມີພອນ ສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆ, ເພິ່ນສາມາດເວົ້າໄດ້ດີເຖິງ 10 ພາສາທີ່ໃຊ້ຫລາຍໃນສາກົນ.
          ປີ 1937 ທ່ານ ສຸພານຸວົງ ໄດ້ຮັບປະກາດສະນິຍະບັດວິສາວະກອນຂົວທາງທີ່ຝຣັ່ງ ເປັນຄົນທໍາອິດຂອງປະເທດລາວ. ເພິ່ນໄດ້ກັບຄືນອິນດູຈີນໂດຍໄດ້ຮັບລາຊະການໃນຂະແຫນງໂຍທາທິການປະຈຳຢູ່ຍາຈາງ (ປະເທດ ຫວຽດນາມ ), ໃນໄລຍະ 3 ປີ ປະທານ ສຸພານຸວົງ ໄດ້ສຳເລັດການສ້າງຂົວທາງເລກທີ 14 ແລະ ໂຄງການ ເຂື່ອນໄຟຟ້ານໍ້າຕົກ ຢູ່ເມືອງວິນ; ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ ແຂວງຊຽງແຕງ ປະເທດ ກຳປູເຈຍ. ຕໍ່ມາ ປະທານ ໄດ້ຖືກແຕ່ງຕັ້ງໄປຮັບລາຊະການ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງທາງ ເລກທີ 23 ແລະ ຂົວເຊບັງຫຽງ.
          ໃນເວລາຮັບຫນ້າທີ່ລາຊະການຢູ່ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງ ອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດແທ້ທໍາຈິງ. ສິ່ງສໍາຄັນທີ່ສຸດເພິ່ນໄດ້ສຳຜັດໄດ້ຮູ້, ໄດ້ເຫັນພຶດຕິກຳ ແລະ ການກະທໍາຂອງພວກຈັກກະພັດລ່າເມືອງຂຶ້ນ ຝຣັ່ງທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນ. ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ສະພາບແນວຄິດຈິດໃຈຂອງເພິ່ນ ແລະ ຈຳໃຫ້ເພິ່ນ ຕ້ອງເລືອກເອົາເສັ້ນທາງເດີນແຫ່ງຊີວິດຄື: ກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ ປະເທດ, ນຳເອົາອິດສະລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜົ່າ.
           ປະທານ ສຸພານຸວົງ ໄດ້ພົບປະກັບ ປະທານ ໂຮ່ຈີມິນ, ເພິ່ນໄດ້ຮັບການຊີ້ນຳ ແລະ ການຊ່ວຍເຫລືອຈາກ ປະທານ ໂຮ່ຈີມິນ ໃຫ້ຈັດຕັ້ງກອງທະຫານປະສົມ ລາວ – ຫວຽດນາມ ຂຶ້ນຢູ່ລາວເພື່ອດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນຝຣັ່ງຍາດເອົາຄວາມເປັນເອກະລາດມາໃຫ້ລາວ. ການພົບປະໃນຄັ້ງນັ້ນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງທີ່ສຸດໃນຊີວິດການເຄື່ອນໄຫວປະຕິວັດຂອງ ປະທານ ສຸພານຸວົງ.
          ເດືອນຕຸລາ ປີ 1945 ປະທານ ສຸພານຸວົງ ໄດ້ກັບຄືນລາວຕາມເສັ້ນທາງເລກ 9, ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເຊໂປນທຸກຊັ້ນຄົນ ແລະ ໄດ້ກ່າວຄໍາປາໄສຕໍ່ຫນ້າປະຊາຊົນທີ່ມາໂຮມຊຸມນຸມຢ່າງຫລວງຫລາຍ, ເພິ່ນໄດ້ເວົ້າວ່າ: “ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ, ສະນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້” ນີ້ແມ່ນຈຸດເລີ່ມ ຕົ້ນແຫ່ງພາລະ ກິດປະຕິວັດອັນຍິ່ງໃຫຍ່ຂອງ ປະທານ ສຸພານຸວົງ

          ວັນທີ 12/10/1945 ປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກໄດ້ລຸກຂຶ້ນໂຄ່ນລົ້ມອຳນາດການ ປົກຄອງເກົ່າ, ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ ປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດໃນລັດຖະບານຊຸດນັ້ນ ແລະ ນັບຕັ້ງແຕ່ວັນທີ 30/10/1945 ເປັນຕົ້ນມາ ໄດ້ ດໍາລົງຕໍາແຫນ່ງຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດອິດສະຫລະ ແລະ ໄດ້ກັບຄືນມາເຄື່ອນໄຫວທີ່ທ່າແຂກ. ກອງທະຫານປະສົມລາວ – ຫວຽດນາມ ໃນຂະນະນັ້ນ ມີກຳລັງປະມານ 600 ຄົນ. ພາຍໃຕ້ ການບັນຊາການຂອງ ປະທານ ສຸພານຸວົງ ໂດຍກົງ.
          ຕົ້ນປີ 1946 ກອງທະຫານຝຣັ່ງ ເປີດການເຄື່ອນທັບຂະຫນາດໃຫຍ່ເພື່ອຢຶດຄອງບັນດາຕົວເມືອງຄືນໃຫມ່ ໃນນັ້ນກໍ່ມີທ່າແຂກ. ກອງທະຫານປະສົມລາວ – ຫວຽດນາມ ໃຕ້ການບັນຊາຂອງ ປະທານ ສຸພານຸວົງ ໄດ້ສູ້ຮົບຢ່າງພິລະອາດຫານ ຕ້ານການບຸກໂຈມຕີຢ່າງປ່ວງບ້າຂອງພວກສັດຕູຕາມທິດຕ່າງໆ ເຊິ່ງພວກເຂົາໃຊ້ທັງເຮືອບິນສູ້ຮົບ ແລະ ປືນໃຫຍ່. ທະຫານຝຣັ່ງໄດ້ຢຶດເອົາຕົວເມືອງທ່າແຂກ ແລະ ໄດ້ເຂັນຂ້າປະຊາຊົນຢ່າງປ່າເຖື່ອນທີ່ສຸດ. ປະທານ ສຸພານຸວົງ ໄດ້ຮັບບາດເຈັບສາຫັດ ໃນວັນທີ 21/3/1946.
          ວັນທີ 25/10/1949 ພະຍາຄຳມ້າວວິໄລ ນາຍົກລັດຖະມົນຕີຂອງລັດຖະບານຊົ່ວຄາວລາວອິດສະຫລະ ພັດຖິ່ນທີ່ບາງກອກ ໄດ້ປະກາດຍຸບລັດຖະບານຊົ່ວຄາວອິດສະຫລະ ແລ້ວພະຍາຄຳມ້າວ ແລະ ຄະນະຈຳນວນ ຫນຶ່ງກໍ່ໄດ້ກັບຄືນມາຍອມຝຣັ່ງ, ແຕ່ສ່ວນ ປະທານ ສຸພານຸວົງ ພ້ອມກັບເຈົ້າເພັດຊະຣາດ ກໍ່ປະກາດຕໍ່ສູ້ຕ້ານຝຣັ່ງຕໍ່ໄປ, ທ່ານ ໄດ້ກ່າວຕໍ່ສື່ມວນຊົນທີ່ບາງກອກວ່າ: “ ຂະບວນການຕໍ່ຕ້ານລ່າເມືອງຂຶ້ນຝຣັ່ງເພື່ອປົດປ່ອຍຊາດຂອງປະຊາຊົນລາວຍັງຄົງດໍາເນີນສືບຕໍ່ໄປຈົນເຖິງວັນໄຊຊະນະສຸດທ້າຍ” ເພິ່ນໄດ້ຮຽກຮ້ອງເຖິງພີ່ນ້ອງຮ່ວມ ຊາດຈົ່ງສາມັກຄີໃຫ້ແຫນ້ນແຟ້ນ, ສືບຕໍ່ດຳເນີນການຕໍ່ສູ້ເດັດດ່ຽວຂັບໄລ່ພວກຮຸກຮານ ແລະ ລູກມື, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫລະພາບມາໃຫ້ຊາດ.
          ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂຶ້ນເຊິ່ງໄດ້ຕົກລົງສ້າງ ຕັ້ງແນວໂຮມເອກະພາບແຫ່ງຊາດຂຶ້ນຢ່າງເປັນທາງການໂດຍໃສ່ຊື່ວ່າແນວລາວອິດສະຫລະ ແລະ ໄດ້ສ້າງຕັ້ງລັດຖະບານລາວຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານແນວລາວອິດສະຫລະທັງເປັນລັດຖະມະຫາເສນາ ( ນາຍົກລັດຖະມົນຕີ ) ຂອງລັດຖະບານລາວຕໍ່ຕ້ານ. ກອງປະຊຸມໄດ້ກໍານົດ ແລະ ວາງໂຄງການການເມືອງ 12 ຂໍ້ ເຊິ່ງເປັນແນວທາງນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນທຸກເຜົ່າ, ທຸກຊັ້ນຄົນລາວໃນລາວລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ.
          ເດືອນ 9/1950 ປະທານ ສຸພານຸວົງໄດ້ນຳພາຄະນະຜູ້ແທນລາວອິດສະຫລະຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. 13/3/1951 ເພິ່ນໄດ້ເຂົ້າຮ່ວມກອງປະຊຸມພັນທະພາບປະຊາຊົນລາວ – ຫວຽດນາມ – ຂະແມ ເພື່ອສ້າງ ຕັ້ງແນວໂຮມສາມັກຄີປະຊາຊົນສາມປະເທດລາວ, ຫວຽດນາມ ແລະ ກຳປູເຈຍ.
ໃນເດືອນ 5/1953 ທີ່ບ້ານຕອງ, ຕາແສງເມືອງປົວ, ເມືອງຊຳເຫນືອ, ແຂວງຫົວພັນ, ປະທານ ສຸພານຸວົງ ໄດ້ຖືກຮັບເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ.
ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະໃນວັນທີ 14/5/1955 ປະທານ ສຸພານຸວົງ ຖືກຄັດເລືອກເພີ່ມເຕີມເຂົ້າເປັນກໍາມະການສູນກາງພັກ.
          ວັນທີ 6 ມັງກອນ 1956 ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເປັນ ປະທານຄະນະກຳມະການສູນກາງ ແນວລາວຮັກຊາດ ອີກເທື່ອຫນຶ່ງ. ປະທານ ສຸພານຸວົງ ໄດ້ອອກຖະແຫລງການກ່ຽວກັບນະໂຍບາຍສັນຕິພາບ ເປັນກາງຂອງລາວ, ຮຽກຮ້ອງໃຫ້ພີ່ນ້ອງຮ່ວມຊາດໃນທົ່ວປະເທດລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດອາເມລິກາ, ຕ້ານຝ່າຍພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກລູກມືທີ່ທຳລາຍສັນຍາເຊີແນວປີ 1954, ທວງໃຫ້ລັດຖະບານລາຊະອານາຈັກ ຕ້ອງຮ່ວມມືກັບຝ່າຍປະເທດລາວຢ່າງຈິງຈັງ ໃນການປະຕິບັດສັນຍາເຊີແນວ, ຮຽກຮ້ອງໃຫ້ກຳລັງ ປະຕິວັດເດັດດ່ຽວສູ້ຮົບປົກປັກຮັກສາສອງແຂວງເຕົ້າໂຮມ ແລະ ຂະຫຍາຍຂະບວນການຕໍ່ສູ້ຂອງປະຊາຊົນໃນ 10 ແຂວໆ.
          ວັນທີ 1 ສິງຫາ 1956 ຢູ່ທີ່ວຽງຈັນ ການເຈລະຈາລະຫວ່າງຄະນະຜູ້ແທນກໍາລັງຝ່າຍປະເທດລາວໂດຍ ແມ່ນ ທ່ານ ປະທານ ສຸພານຸວົງ ເປັນຫົວຫນ້າ ກັບຄະນະຜູ້ແທນຂອງລັດຖະບານລາຊະອານາຈັກ ໂດຍແມ່ນ ເຈົ້າສຸວັນນະພູມມາ ນາຍົກລັດຖະມົນຕີເປັນຫົວຫນ້າ ໄດ້ຮັບຜົນດີ, ວັນທີ 5 ສິງຫາ 1956 ທັງສອງຝ່າຍໄດ້ອອກຖະແຫລງການຮ່ວມ ຈະພາປະເທດລາວເດີນໄປຕາມເສັ້ນທາງສັນຕິພາບເປັນກາງ, ປະຕິບັດຫລັກການ 5 ປະການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ສ້າງສາຍພົວພັນທີ່ດີກັບທຸກປະເທດ ເປັນຕົ້ນກັບບັນດາປະເທດໃກ້ຄຽງ, ບໍ່ເຂົ້າຮ່ວມກຸ່ມສໍາພັນທະຫານໃດໆ, ຢຸດຕິການປະທະກັນດ້ວຍອາວຸດຢູ່ 2 ແຂວງເຕົ້າໂຮມ ຂອງຝ່າຍປະເທດລາວ, ປະຊາຊົນມີສິດເສລີພາບ ປະຊາທິປະໄຕ, ພົນລະເມືອງລາວທຸກຄົນມີສິດເລືອກຕັ້ງ ແລະ ສະຫມັກຮັບເລືອກຕັ້ງ.
          ປີ 1957 ມີການເຈລະຈາ ລະຫວ່າງ ຝ່າຍປະເທດລາວກັບຝ່າຍລາຊະອານາຈັກ ກ່ຽວກັບບັນຫາປອງ ດອງຊາດ, ຈັດຕັ້ງລັດຖະບານປະສົມແຫ່ງຊາດຂຶ້ນໃນວັນທີ 19/11/1957 ໂດຍມີແນວລາວຮັກຊາດເຂົ້າຮ່ວມ, ປະທານ ສຸພານຸວົງ ໄດ້ຮັບຕໍາແຫນ່ງເປັນລັດຖະມົນຕີກະຊວງແຜນຜັງ, ກໍ່ສ້າງ ແລະ ຜັງເມືອງ. ປີ 1958 ມີການເລືອກຕັ້ງເພີ່ມເຕີມເຂົ້າສະພາຜູ້ແທນລາຊະດອນ ໃນນັ້ນ ປະທານ ສຸພານຸວົງ ໄດ້ຮັບຄະ ແນນສຽງຫລາຍກວ່າຫມູ່.
          ຕົ້ນປີ 1959 ລັດຖະບານ ຜຸຍ ຊະນະນິກອນ ໄດ້ປະກາດໃຊ້ກົດຫມາຍຕ້ານກອມມູນິດ; ວັນທີ 28 ກໍລະ ກົດ 1959 ພວກເຂົາໄດ້ບັງອາດຈັບກຸມຄຸມຂັງ ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາອື່ນໆໄປຂັງໄວ້ຄຸກໂພນເຄັງ. ໃນເວລາຖືກຈັບເຂົ້າຄຸກ ປະທານ ສຸພານຸວົງ ແລະ ບັນດາຜູ້ນຳປະຕິວັດກໍ່ໄດ້ມີການຕໍ່ສູ້ໂດຍບໍ່ຍອມກົ້ມຫົວ ໃຫ້ສັດຕູ, ບໍ່ຮັບເອົາການຊື້ຈ້າງຈອບອອຍ ແລະ ບໍ່ຫວັ່ນໄຫວຕໍ່ການຂົ່ມຂູ່ຂອງພວກເຂົາ, ກົງ ກັນຂ້າມຍັງກ່າວ ປະນາມການທໍລະຍົດຂອງພວກເຂົາ, ພ້ອມກັນນັ້ນ ກໍ່ຈັດຕັ້ງຂົນຂວາຍພວກທະຫານສັດຕູທີ່ມາເວນຍາມຄຸກ, ສຸດທ້າຍ ປະທານ ສຸພານຸວົງ ແລະ ຜູ້ນຳແນວລາວຮັກຊາດທັງຫມົດໄດ້ໂຕນອອກຈາກຄຸກ ແລະ ກັບຄືນສູ່ຖານ ທີ່ຫມັ້ນປະຕິວັດຢ່າງປອດໄພ ໃນວັນທີ 23 ພຶດສະພາ 1960.
23 ສິງຫາ 1960 ປະທານ ສຸພານຸວົງ ໄດ້ຕາງຫນ້າແນວລາວຮັກຊາດປະກາດຖະແຫລງການສະຫນັບ ສະຫນູນແນວທາງສັນຕິພາບ, ເປັນກາງ ແລະ ປອງດອງຊາດຂອງລັດຖະບານ ສະເດັດເຈົ້າສຸວັນນະພູມມາ.
          ສະຖານະການໄດ້ຜັນແປໄປຢ່າງໄວວາ ໃນທາງທີ່ເປັນຜົນດີໃຫ້ຝ່າຍປະຕິວັດ, ອັນເຮັດໃຫ້ຝ່າຍກົງ ກັນຂ້າມຈຳຕ້ອງເຊັນສັນຍາເຊີແນວ 1962 ກ່ຽວກັບລາວ, ຈັດຕັ້ງລັດຖະບານປະສົມ 3 ຝ່າຍໃນວັນທີ 23 ມີຖຸນາ 1962; ປະທານ ສຸພານຸວົງ ໄດ້ຮັບຕຳແຫນ່ງເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ແລະ ແຜນຜັງ.
ວັນທີ 17 – 18 ເມສາ 1964 ປະທານ ສຸພານຸວົງ ໄດ້ເຂົ້າຮ່ວມການເຈລະຈາ 3 ຝ່າຍ ຢູ່ຄັງໄຂ ແຂວງ ຊຽງຂວາງ. 1964 -1969 ສົງຄາມພິເສດທີ່ຈັກກະພັດອາເມລິກາດໍາເນີນຢູ່ລາວໄດ້ຂຶ້ນສູ່ລະດັບສູງ. ການຕໍ່ສູ້ຂອງແນວ ລາວຮັກຊາດຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດ, ໃຫ້ຝ່າຍກົງກັນຂ້າມຕ້ອງຍອມເຈລະຈາ. ວັນທີ 3 /2/ 1970 ປະທານ ສຸພານຸວົງໄດ້ເຂົ້າຮ່ວມເຈລະຈາຢູ່ທົ່ງໄຫຫີນ.
          ວັນທີ 24 – 25/4/1970 ປະທານ ສຸພານຸວົງ ໃນຖານະຫົວຫນ້າຄະນະຜູ້ແທນແນວລາວຮັກຊາດໄດ້ເຂົ້າ ຮ່ວມກອງປະຊຸມສຸດຍອດຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໂປຢ້ຽມຢາມບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດທີ່ຮັກຫອມສັນຕິພາບຢູ່ທະວີບອາຊີ, ອາຟຣິກກາ, ອາເມລິກາລາຕິນ, ໄດ້ເຂົ້າຮ່ວມກອງປະຊຸມສາກົນ ກອງປະຊຸມພາກພື້ນຫຼາຍກວ່າ10ຄັ້ງ.

          ໃນກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນປະຕິວັດລາວເດືອນ ກຸມພາ ປີ 1972 ທ່ານ ປະທານ ສຸ ພານຸວົງ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ. ວັນທີ 3/4/1974 ປະທານ ສຸພານຸວົງ ໄດ້ເດີນທາງຈາກວຽງໄຊ ມານະຄອນຫລວງວຽງຈັນ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກຊາວນະຄອນຫລວງວຽງຈັນ.
          ວັນທີ 5/4/1974 ລັດຖະບານປະສົມແຫ່ງຊາດຊົ່ວຄາວ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນ ທ່ານ ປະທານ ສຸພານຸວົງ ໄດ້ຮັບຕໍາແຫນ່ງເປັນປະທານຄະນະມົນຕີປະສົມການເມືອງ ແຫ່ງຊາດ.
ວັນທີ 1 – 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປັນເອກະສັນກັນແຕ່ງຕັ້ງ ທ່ານ ປະທານ ສຸພານຸວົງ ເປັນປະທານປະເທດຄົນທຳອິດຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນ ສູງສຸດ.
          ພາຍຫລັງສະຖາປະນາ ສປປ ລາວ, ປະທານ ສຸພານຸວົງ ໄດ້ສືບຕໍ່ເປັນຄັນທຸງຂອງແນວໂຮມມະຫາສາມັກຄີແຫ່ງຊາດ ( ແນວລາວຮັກຊາດ ). ໃນວັນທີ 20 ກຸມພາ 1979 ກອງປະຊຸມໃຫຍ່ແນວລາວຮັກຊາດໄດ້ປ່ຽນ ຊື່ເປັນແນວລາວສ້າງຊາດ, ທ່ານ ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເປັນ ປະທານຄະນະກຳມະການສູນກາງ ແນວລາວສ້າງຊາດ.
ໃນກອງປະຊຸມໃຫຍ່ ຄັ້ງທີ III ( 1982 ) ແລະ ກອງປະຊຸມໃຫຍ່ຄັ້ງທີ IV ( 1986 ) ຂອງພັກປະຊາຊົນ ປະຕິວັດລາວ ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງ ສູນກາງພັກ.
          ນັບແຕ່ປີ 1975 – 1995 ທ່ານ ປະທານ ສຸພານຸວົງ ໄດ້ນຳພາປະຊາຊົນຜ່ານຜ່າອຸປະສັກຕ່າງໆໃນໄລຍະ ຂ້າມຜ່ານ, ນຳພາປະຊາຊົນດຳເນີນພາລະກິດປ່ຽນແປງໃຫມ່ ແລະ ນໍາພາປະຊາຊົນສ້າງສາພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.
          ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເພື່ອຊີ້ນໍາ ນໍາພາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: “ ຊື່ສຽງຮຽງນາມ ຂອງສະຫາຍໄດ້ພົ້ນເດັ່ນຂຶ້ນໃນຖານະທີ່ເປັນ ນັກຮົບຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫລອດມາ ໂດຍບໍ່ອ່ຽງຕໍ່ຄວາມ ລຳບາກ, ຄວາມເສຍສະຫລະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍ່ຕໍ່ສູ້ ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫລະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ” ໃນຫລາຍສິບປີທີ່ຜ່ານມາ ທ່ານ ປະທານ ສຸພານຸວົງ “ ໄດ້ເຂົ້າຮ່ວມກັບຫມູ່ຄະນະນຳພາຂອງພັກເຮົາເລີ່ມຕັ້ງແຕ່ຊຸມປີຕົ້ນຂອງການປະຕິວັດ, ເຂົ້າຮ່ວມ ກໍ່ສ້າງຮາກຖານປະຕິວັດ ແລະ ຖານທີ່ຫມັ້ນຕໍ່ຕ້ານທີ່ກ້າແກ່ນຕະຫລອດມາໃນສອງສະໄຫມຕໍ່ຕ້ານອັນຍາວນານຂອງປະຊາຊົນເຮົາ

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ