ວັນທີ 25 ມິຖຸນາ 2024 ຢູ່ທີ່ບ້ານຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື. ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງຊານໄຊ ນຳພາໂດຍ ທ່ານ ພູນສຸກ ແກ້ວຄຳເພຍ ເລຂາໜ່ວຍພັກ, ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ ໄດ້ນຳພາ ຄະນະອາສາສະໝັກ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຫ້ອງການໄຟຟ້າເມືອງຊານໄຊ, ຊາວໜຸ່ມອ້ອມຂ້າງເມືອງ ແລະ ປະຊາຊົນບ້ານຈະເລີນໄຊ ດຳເນີນການຕິດຕັ້ງ ດອກໄຟເຍືອງທາງພະລັງງານແສງຕາເວັນ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກຄະນະຊາວໜຸ່ມອາສາສະໝັກລະດູແລ້ງໂຮ່ຈີມິນ ສສ ຫວຽດນາມ ມາມອບໃຫ້ເມືອງ ຈຳນວນ 50ຊຸດ ແລະ ມອບໃຫ້ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງເປັນເຈົ້າການ ດຳເນີນການຕິດຕັ້ງ ໂດຍການມີສ່ວນຮ່ວມປະກອບສ່ວນດ້ານແຮງງານ ຂອງຊາວໜຸ່ມພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຫ້ອງການໄຟຟ້າເມືອງ, ຊາວໜຸ່ມອ້ອມຂ້າງເມືອງ ແລະ ປະຊາຊົນບ້ານຈະເລີນໄຊ
ຂະບວນການຕິດຕັ້ງດອກໄຟເຍື່ອງທາງດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເວລາ 8 ໂມງ ທ່າມກາງສາຍຝົນທີ່ຕົກເປັນໄລຍະ ໃນການຕິດຕັ້ງແມ່ນໄດ້ອາໃສແຮງງານຂອງຄົນ 100% ໃນການຍົກຍໍ, ແບກຮາບ ເນື່ອງຈາກເສົາດອກໄຟເຍືອງທາງ ມີນ້ຳໜັກບໍ່ຫຼາຍ, ການຕິດຕັ້ງໄດ້ດຳເນີນໄປ ຈົນຮອດເວລາ 17ໂມງ ຂອງວັນດຽວກັນ ຈິງສຳເລັດ.