ພະນັກງານ ລັດຖະກອນພາຍໃນ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຍົກລະດັບທັກສະການເປັນຜູ້ນຳ Post author:mem admin Post published:10/05/2023 Post category:ຫ້ອງການກະຊວງ ຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ພຶດສະພາ 2023 ຢູ່ຫ້ອງປະຊຸມຂອງໂຮງແຮມຄູນຊັບ, ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ, ຫົວໜ້າຫ້ອງການກະຊວງ, ມີ ທ່ານ ວິລັດ ຜິວອ່ອນ ທີ່ປຶກສາ ຫ້ອງການກະຊວງ ເປັນວິທະຍາກອນເຜີຍແຜ່ ແລະ ບັນຍາຍໃຫ້ ບັນດານັກສຳມະນາກອນທີ່ມາຈາກບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງ ເຂົ້າຮ່ວມ ກວ່າ 20 ທ່ານ. ທ່ານ ຫົວໜ້າຫ້ອງການ ກໍ່ໄດ້ໃຫ້ຄຳເຫັນ ແລະ ທິດຊີ້ນຳໃຫ້ນັກສຳມາກອນໄດ້ເອົາໃຈໃສ່ໃນໂອກາດກ່າວເປີດກອງປະຊຸມ ວ່າ: ປະຕິບັດຕາມແຜນວຽກ ແລະ ແຜນງານຂອງຫ້ອງການກະຊວງ, ການຝຶກອົບຮົມໃນຄັ້ງນີ້ ກໍ່ເປັນອີກວຽກໜຶ່ງທີ່ສຳຄັນຕໍ່ທຸກໆອົງກອນຈັດຕັ້ງ, ກໍ່ເພື່ອໃຫ້ນັກສຳມະນາທຸກໆທ່ານ ໄດ້ເຂົ້າໃຈ ແລະ ກໍາແໜ້ນໄດ້ຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງ, ເປັນວິທະຍາສາດ, ແລະ ນຳເອົາບົດຮຽນດັ່ງກ່າວນຳໄປຈັດຕັ້ງຜັນຂະຫຍາຍແກ່ອົງກອນຂອງຕົນ ໃຫ້ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ ເທື່ອລະກ້າວ. ທ່ານ ປະທານຍັງໄດ້ເນັ້ນໃຫ້ນັກສຳມະນາກອນທຸກໆທ່ານເອົາໃຈໃສຕິດຕາມຕໍ່ການນຳສະເໜີຂອງອາຈານ ເພື່ອເກັບກຳເອົາຄວາມຮູ້ທີ່ທາງອາຈານໄດ້ນຳສະເໜີ ພ້ອມນັ້ນ, ໃຫ້ນັກສຳມະນາໄດ້ແລກປ່ຽນຂໍ້ມູນນຳອາຈານ ໃນທຸກໆບັນຫາທີ່ບໍ່ເຂົ້າໃຈໃຫ້ລະອຽດຕື່ມ. ທ່ານ ວິລັດ ຜິວອ່ອນ, ພະນັກງານບຳນານ, ອາຈານອິດສະຫຼະ ໄດ້ຂັດຈ້ອນຂໍ້ມູນນຳຕຳລາທັງພາຍໃນ ແລະ ຕ່າງປະເທດ, ແລະ ລວມທັງປະສົບການໃນການເຮັດວຽກຕົວຈິງ ອອກມາເປັນບົດນຳສະເໜີ ແລະ ຖ່າຍຖອດບົດຮຽນກ່ຽວກັບ “ທັກສະການເປັນຜູ້ນຳ” ແກ່ນັກສໍາມະນາ ເປັນຕົ້ນແມ່ນ: ທີ່ຕັ້ງ ແລະ ຄວາມສໍາຄັນຂອງການເປັນຜູ້ນຳ, ລັກສະນະຂອງການເປັນຜູ້ນໍາ, ປະເພດຂອງຜູ້ນໍາ, ຂະບວນການພັດທະນາ ເພື່ອກ້າວໄປສູ່ພາວະຄວາມເປັນຜູ້ນໍາ, ການສ້າງທັກສະຂອງພາວະຄວາມເປັນຜູ້ນໍາຜ່ານວຽກງານຈັດຕັ້ງພິທີການໃນການປະຊຸມ ແລະ ບົດຮຽນອື່ນໆ ທີ່ຕິພັນກັບການເປັນຜູ້ນຳ.ພາບ-ຂ່າວ: ສົມສະນຸກ You Might Also Like ພະນັກງານພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ໄດ້ຮັບການຍົກລະດັບ ການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກ ແລະ ການນຳໃຊ້ I-office 12/09/2024 ການເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານແຫ່ງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023 02/03/2023 ພະນັກງານລັດຖະກອນ ຫ້ອງການກະຊວງ ໄດ້ຮັບການຍ້ອງຍໍຜົນງານ ຂະບວນການຮັກຊາດ ແລະ ພັດທະນາ 5 ປີ 2016-2020 03/10/2023
ພະນັກງານພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ໄດ້ຮັບການຍົກລະດັບ ການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກ ແລະ ການນຳໃຊ້ I-office 12/09/2024
ການເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານແຫ່ງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023 02/03/2023
ພະນັກງານລັດຖະກອນ ຫ້ອງການກະຊວງ ໄດ້ຮັບການຍ້ອງຍໍຜົນງານ ຂະບວນການຮັກຊາດ ແລະ ພັດທະນາ 5 ປີ 2016-2020 03/10/2023