ກອງປະຊຸມເປີດກວ້າງທາບທາມ ແລະ ປະກອບຄຳເຫັນຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍວຽກງານນິຕິກຳ ຂະແໜງພະລັງງານ ແລະ ບໍ່ແຮ່

          ໃນລະຫວ່າງວັນທີ 17-18 ທັນວາ 2024 ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ຈັດກອງປະຊຸມເປີດກວ້າງທາບທາມ ແລະ ປະກອບຄຳເຫັນຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍການວຽກງານນິຕິກຳຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ກຽດເປັນປະທານ ຂອງທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ມີຜູ້ຕາງໜ້າຈາກ ບັນດາກົມ, ສະຖາບັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ, ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ຫົວໜ້າຫ້ອງການກະຊວງ ກ່າວເປີດກອງປະຊຸມວ່າ: ການສ້າງນິຕິກຳ ແມ່ນມີຄວາມສຳຄັນຫຼາຍ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ ເພື່ອປົກປ້ອງສິດຜົນປະໂຫຍດຂອງລັດ, ປະຊາຊົນ-ພົນລະເມືອງລາວ, ຊຶ່ງນິຕິກຳ ເປັນເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບໃຊ້ສະເພາະ, ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ໂດຍອົງການທີ່ມີສິດອຳນາດຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ. ກົດໝາຍວ່າດ້ວຍການສ້າງນິຕິກຳ ໄດ້ກຳນົດຫຼັກການຂອງການສ້າງນິຕິກຳ ຄື: 1) ແຕ່ງຕັ້ງຄະນະຮັບຜິດຊອບສ້າງນິຕິກຳ, 2) ເກັບກຳ, ຄົ້ນຄວ້າ ແລະ ວິໄຈຂໍ້ມູນ, 3) ຂຽນເນຶ້ອໃນຮ່າງນິຕິກຳ, 4) ທາບທາມຄຳເຫັນ ກ່ອນນຳສະເໜີທ່ານລັດຖະມົນຕີ ພິຈາລະນາຮັບຮອງ ແລະ ປະກາດໃຊ້ (ຖ້າເປັນຂໍ້ຕົກລົງ ກໍ່ຕ້ອງເຮັດບົດປະເມີນຜົນກະທົບຮ່າງນິຕິກຳດັ່ງກ່າວ).

          ທ່ານ ຫົວໜ້າຫ້ອງການກະຊວງ ກ່າວຕື່ມວ່າ: ການລິເລີ່ມການສ້າງ ຮ່າງ ຂໍ້ຕົກລົງ ວ່າດ້ວຍວຽກງານນິຕິກຳ ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ກົມນິຕິກຳ ຍັງເຄື່ອນໄຫວ, ແຕ່ພາຍຫຼັງມີການປັບປຸງໂຄງຮ່າງການຈັດຕັ້ງຂອງກະຊວງພະລັງງານ ແລະ ບໍ່ແຮ່ ວຽກງານນິຕິກຳ ຖືກບັນຈຸເຂົ້າໃນພາລະບົດບາດຂອງຫ້ອງການກະຊວງ ແລ້ວໄດ້ສ້າງຕັ້ງພະແນກນິຕິກຳຂຶ້ນ ເຮັດໜ້າທີ່ເປັນເສທິການທາງດ້ານວຽກງານນິຕິກຳ ໂດຍສະເພາະການປະສານສົມທົບຄົ້ນຄວ້າ, ສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ລວມທັງການຝຶກອົບຮົມວຽກງານນິຕິກຳ, ເຂົ້າຮ່ວມກອງປະຊຸມປຶກສາຫາລືຕໍ່ກັບການສະເໜີຂໍລົງທຶນໃນເບື້ອງຕົ້ນ, ເຈລະຈົດບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ, ສັນຍາສຳປະທານ ແລະ ສັນຍາອື່ນ ແລະ ເຂົ້າຮ່ວມໃນການໂຄສະນາເຜີຍແຜ່ບັນດາສັນຍາສຳປະທານ ໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506