
ໃນຕອນເຊົ້່າ ວັນທີ 24-28 ກຸມພາ 2025 ທີ່ ຫ້ອງປະຊຸມ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພະບາງ ໄດ້ຈັດຝຶກອົບຮົມວຽກງານນິຕິກໍາຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານຂອງ ທ່ານ ອັກສອນ ຄຳສະຫວັດ ຮອງຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີນັກສຳມະນາກອນ ພະແນກ ພະລັງງານ ແລະ ບໍ່ແຮ່ 8 ແຂວງ ພາກເໜືອ ພ້ອມດ້ວຍນັກສໍາມະນາກອນ ຂັ້ນສູນກາງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນການຝຶກອົບຮົມວຽກງານການສ້າງນິຕິກຳ, ການໂຄສະນາເຜີຍແຜ່ນິຕິກຳ, ການປະເມີນການຈັດຕັ້ງປະຕີບັດນິຕິກຳ ແລະ ໃຫ້ຄວາມຮູ້ທາງດ້ານກົດໝາຍ ຫຼື ນິຕິກຳໃຕ້ກົດໝາຍຂອງຂະແໜງພະລັງງານ ແລະ ບໍ່ແຮ່. ເຊິ່ງໃນປັດຈຸບັນ ຂະແໜງ ພະລັງງານ ແລະ ບໍ່ແຮ່ ກໍ່ມີ 3 ກົດໝາຍຄື: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍໄຟຟ້າ ແລະ ກົດໝາຍວ່າດ້ວຍຄວາມປອດໄພເຂື່ອນ ເຊິ່ງເປັນວຽກທີ່ສຳຄັນ ເພື່ອໃຫ້ເປັນວຽກງານທີ່ພົວພັນກັບຂົງເຂດເສດຖະກິດ ແລະ ຄວາມປອດໄພຕໍ່ສາທາລະນະ ພ້ອມນັ້ນ ກໍ່ກຳລັງມີການສ້າງ ແລະ ປັບປຸງນິຕິກຳ ນິຕິກຳ ລຸ່ມກົດໝາຍຫຼາຍອັນ.

