48 ປີທີ່ຜ່ານມາ ຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ(ເນື່ອງໃນໂອກາດວັນຊາດ 2 ທັນວາ ຄົບຮອບ 48 ປີ)

          ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ, ຫົວໜ້າຄະນະໂຄສົກປະຈໍາກະຊວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ວ່າ: ຂະແໜງການພະລັງງານ ແລະ ບໍ່ແຮ່ ແມ່ນເປັນຂະແໜງການໜຶ່ງ ເຊິ່ງມີບົດບາດສຳຄັນໃນການຊຸກຍູ້ ການພັດທະນາເສດຖະກິດແຫ່ງຊາດ, ເປັນຂະແໜງການທີ່ນຳເອົາການຫັນປ່ຽນເສດຖະກິດຈາກທຳມະຊາດ, ເຄິ່ງທຳມະຊາດ ສູ່ເສດຖະກິດຕະຫຼາດ ແລະ ທັງແມ່ນເປັນຂະແໜງການທີ່ມີການນຳໃຊ້ ເຕັກໂນໂລຊີ, ເຄື່ອງມື ທີ່ທັນສະໄໝ ເຂົ້າໃນການພັດທະນາອຸດສາຫະກໍາ ຢູ່ປະເທດຂອງພວກເຮົາ ໂດຍສະເພາະແມ່ນ ອຸດສາຫະກຳໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ເຊິ່ງເປັນ ສອງ ຂະແໜງການ ເປັນອຸດສາຫະກຳໜັກ ທີ່ໄດ້ຮັບການພັດທະນາຢູ່ ປະເທດຂອງພວກເຮົາ;
ຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາ ໄດ້ມີໜໍ່ແໜງ ການເຕີບໃຫຍ່ຂະຫຍາຍຕົວ ຄຽງຄູ່ກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນຊຸມປີ 1975 – 1980 ຂະແໜງພະລັງງານ ແລະ ບໍ່ແຮ່ ຍັງຂຶ້ນກັບກະຊວງອຸດສາຫະກໍາການຄ້າ; ຕໍ່ມາແຕ່ປີ1981 – 1986 ຂຶ້ນກັບກະຊວງອຸດສາຫະກໍາ, ຫັດຖະກໍາ ແລະ ປ່າໄມ້; ແຕ່ປີ1986 – 2006 ຂຶ້ນກັບກະຊວງອຸດສາຫະກໍາ ແລະ ຫັດຖະກໍາ; ແລະ ນັບແຕ່ປີ 2006 ຈົນເຖິງປັດຈຸບັນ ໄດ້ສ້າງຕັ້ງເປັນກະຊວງພະລັງງານ ແລະ ບໍ່ແຮ່; ປະກອບມີ: 1 ຫ້ອງການ, 10 ກົມ ແລະ 1 ສະຖາບັນ; ມີພະແນກສາຍຕັ້ງຢູ່ 1 ນະຄອນຫຼວງວຽງຈັນ, 17 ແຂວງທົ່ວປະເທດ, ມີຫ້ອງການສາຍຕັ້ງປະຈຳເມືອງ ທັງໝົດ 135 ເມືອງ ຈາກ 148 ເມືອງ ທົ່ວປະເທດ; ເມືອງ3 ສ້າງ 54 ເມືອງ; ມີ 5 ລັດວິສາຫະກິດ ແລະ 1 ບໍລິສັດ ທີ່ຂື້ນກັບກະຊວງ. ມີຈຳນວນພະນັກງານ-ລັດຖະກອນທັງໝົດ 1.803 ທ່ານ (ຍິງ 448), ໃນນີ້, ສັງກັດຢູ່ຂັ້ນສູນກາງ 454 ທ່ານ (ຍິງ 158 ທ່ານ), ຂັ້ນແຂວງ 686 ທ່ານ (ຍິງ 73 ທ່ານ) ແລະ ຂັ້ນເມືອງ 663 ທ່ານ (ຍິງ 117 ທ່ານ).

ຕະຫຼອດໄລຍະເວລາ 48 ປີຜ່ານມາ, ພັກ, ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ດ້ວຍບາດກ້າວທີ່ຕັ້ງໜ້າ ແລະ ບຸກທະລຸຫຼາຍດ້ານ ເຮັດໃຫ້ຂະແໜງການພະລັງງານ ແລະ ບໍ່ແຮ່ ມີຜົນສຳເລັດຢ່າງໜັກແໜ້ນ ໃນນີ້:
1) ການພັດທະນາອຸດສາຫະກຳພະລັງງານໄຟຟ້າ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງບາງໄລຍະມີລັກສະນະກ້າວກະໂດດ. ອັນທີ່ພົ້ນເດັ່ນທີ່ສຸດແມ່ນໃນໄລຍະປົດປ່ອຍໃໝ່ໆ ທົ່ວປະເທດ ມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກພຽງແຕ່ 3 ແຫ່ງຄື: ເຂືີ່ອນໄຟຟ້ານ້ຳງືີ່ມ1, ມີກຳລັງຕິດຕັ້ງ 30 ເມກາວັດ, ເຂືີ່ອນໄຟຟ້ານ້ຳດົງ ຢູ່ແຂວງຫຼວງພະບາງ ແລະ ເຂືີ່ອນໄຟຟ້າເຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງເຂື່ອນລະ 1 ເມກາວັດ, ນອກຈາກນີ້, ຍັງມີເຄືີ່ອງຈັກປັ່ນໄຟຟ້າທີີ່ໃຊ້ນ້ຳມັນຢູ່ບາງຕົວເມືອງໃຫຍ່ໆເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີີ່ໄດ້ໃຊ້ໄຟຟ້າ.

ພາຍຫຼັງພັກເຮົາໄດ້ເລີີ່ມນຳພາການດຳເນີນການປ່ຽນແແປງໃໝ່ນັບແຕ່ປີ 1986 ເປັນຕົົ້ນມາ, ພັກເຮົາໄດ້ວາງແນວທາງ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພືີ່ອພັດທະນາປະເທດຊາດ ກ້າວຂື້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ. ເຮັດໃຫ້ມີນັກລົງທືນທັງພາຍໃນ ແລະ ຕ່າງປະເທດ ເຂົົ້າມາລົງທືນນັບມື້ນັບເພີ້ມຂຶ້ນ. ມາຮອດທ້າຍປີ 2023 ນີ້, ປະເທດຂອງພວກເຮົາ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ແຕ່ 1 MW ຂຶ້ນໄປ ມີທັງໝົດ 97 ແຫ່ງ. ໃນນີ້, ເປັນພະລັງງານນໍ້າ 80 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ1 ແຫ່ງ, ລວມກໍາລັງຕິດຕັ້ງ 11.677,14 ເມັກກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824,27 ກິກກາວັດໂມງຕໍ່ປີ;

ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 67.643 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 81 ແຫ່ງ. ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100%, ບ້ານ ກວມເອົາ 90ກວ່າ% ແລະ 95% ຂອງຄົວເຮືອນທັງໝົດ; ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອືີ່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢູ່າງຕັ້ງໜ້າ. ພ້ອມດຽວກັນນີ້, ກໍ່ໄດ້ຊຸກຍູ້ສົ່ງເສີມການຫັນເປັນພະລັງງານສະອາດ ໂດຍສະເພາະສົ່ງເສີມການນຳໃຊ້ພະລັງງານເຂົ້າໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ການສ້າງສະຖານີສາກລົດໄຟຟ້າ. ມາຮອດທ້າຍປີ2023 ນີ້ ມີລົດໄຟຟ້າທັງໝົດປະມານ 4.631 ຄັນ. ໃນນີ້, ປະກອບມີລົດໃຫຍ່ ຈຳນວນ 2.592 ຄັນ, ລົດຈັກໄຟຟ້າ 2.039 ຄັນ.

2) ຜົນສຳເລັດກ່ຽວກັບການພັດທະນາອຸດສາຫະກຳບໍ່ແຮ່
ວຽກງານບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງ ທີ່ໄດ້ມີການພັດທະນາມາຢ່າງຍາວນານ. ແຕ່ໃນເມື່ອກ່ອນ ການພັດທະນາບໍ່ແຮ່ ຍັງມີລັກສະນະອ່ອນນ້ອຍ ແບບກິດຈະການເລັກໆນ້ອຍໆ, ບໍລິມາດບໍ່ພໍເທົ່າໃດ ເປັນຕົ້ນແມ່ນ: ບໍ່ກົ່ວໂພນຕິ້ວ. ແຕ່ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ການພັດທະນາອຸດສາຫະກຳບໍ່ແຮ່ ໄດ້ມີບາດກ້າວຂະຫຍາຍຕົວ, ໂດຍສະເພາະນັບແຕ່ຊຸມປີ 1980 ໄດ້ມີການຊອກຄົ້ນ ແລະ ຂຸດຄົ້ນ ແຮ່ທາດ ບາງຊະນິດ ທີ່ເປັນທ່າແຮງອັນສຳຄັນທາງດ້ານຊັບພະຍາກອນແຮ່ທາດ ຈົນມາຮອດປະຈຸບັນສາມາດຄົົ້ນພົບຈຸດປາກົດ ແຮ່ທາດໄດ້ຫຼາຍກວ່າ 772 ຈຸດ ໃນຂອບເຂດທົ່ວປະເທດ ປະກອບດ້ວຍ: ຄຳ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ ແລະ ຫີນບາລິດ ແລະ ອືີ່ນໆ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ມາຮອດທ້າຍປີ 2023 ນີ້ ລດຖະບານ ໄດ້ອະນຸຍາດໃຫ້ບໍລິສັດທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນດ້ານບໍ່ແຮ່ ທັງໝົດ 382 ບໍລິສັດ, 505 ກິດຈະການ ໃນນີ້, ຢູ່ໃນໄລຍະການຊອກຄົ້ນ 24 ບໍລິສັດ, 24 ກິດຈະການ; ໄລຍະການສໍາຫຼວດ 127 ບໍລິສັດ, 141 ກິດຈະການ; ໄລຍະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຈໍານວນ 33 ບໍລິສັດ 52 ກິດຈະການ ແລະ ໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈໍານວນ 105 ບໍລິສັດ 195 ກິດຈະການ. ພິເສດ ໃນປີ 2021 ລັດຖະບານ ໄດ້ມີນະໂຍບາຍ ໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນຮູບແບບທົດລອງ ເພື່ອຫຼຸດຜ່ອນຂັ້ນຕອນຂອງກົດໝາຍ ແລະ ຈັດເກັບລາຍຮັບໃຫ້ໄວຂື້ນ ຈໍານວນ 93 ບໍລິສັດ 93 ກິດຈະການ. ໃນນີ້, ມີແຮ່ເຫຼັກ 37 ບໍລິສັດ, ແຮ່ຄຳເຄົ້າ 10 ບໍລິສັດ, ຫີນມາໂບ 2 ບໍລິສັດ, ແຮ່ຄຳຕົກຂ້ອນ 31 ບໍລິສັດ ແລະ ແຮ່ຫາຍາກ 13 ບໍລິສັດ.

ສັງລວມແລ້ວ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຕະຫຼອດໄລຍະ 48 ປີທີ່ຜ່ານມາ ເຫັນວ່າ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງໜັກແໜ້ນ ໃນນີ້ອັນທີ່ພົ້ນເດັ່ນ:
– ໄດ້ປະກອບເຂົ້າໃນໂຄງປະກອບເສດຖະກິດແຫ່ງຊາດ ຫຼື GDP 14,03% (ປີ2023) ໃນນີ້,ຂະແໜງ ພະລັງງານໄຟຟ້າ ກວມເອົາ 10,8% ແລະ ຂະແໜງບໍ່ແຮ່ ກວມເອົາ 3,5%;
– ໄດ້ປະກອບສ່ວນເຂົ້າອົງປະກອບການສົ່ງອອກສິນຄ້າໃນຂອບເຂດທົ່ວປະເທດ ກວມເອົາ 44,68%. ໃນນັ້ນ, ພະລັງງານໄຟຟ້າ ປະກອບສ່ວນ 27% ແລະ ບໍ່ແຮ່ 17,68%.
– ນອກຈາກນີ້, ຂະແໜງການພະລັງງານ ແລະ ບໍ່ແຮ່ ຍັງໄດ້ປະກອບສ່ວນເຂົ້າງົບປະມານແຫ່ງລັດ ສະເພາະ 6 ເດືອນຕົ້ນປີ 2023 ມີທັງໝົດ 341 ຕື້ກີບ ແລະ 72ລ້ານໂດລາສະຫະລັດ ໃນນີ້,ຂະແໜງ ໄຟຟ້າ 341 ຕື້ກີບ ແລະ ຂະແໜງບໍ່ແຮ່ 72 ລ້ານໂດລາສະຫະລັດ.
– ປະກອບສ່ວນເຂົ້າໃນໂຄງການຍົກຍ້າຍຈັດສັນ ແລະ ຟື້ນຟູຊີວິດການເປັນຢູຂອງປະຊາຊົນ ໄດ້ທັງໝົດ 30 ໂຄງການ, ທີ່ນອນຢູ່ໃນ 17 ແຂວງ, 37 ເມືອງ, 238 ບ້ານ, 12.526 ຫຼັງຄາເຮືອນ ໂດຍນຳໃຊ້ງົບປະມານທັງໝົດ 929.635.430 (ເກົ້າຮ້ອຍຊາວເກົ້າລ້ານຫົກແສນສາມສິບຫ້າພັນສີ່ຮ້ອຍສາມສິບ) ໂດລາສະຫະລັດ ແລະ 70.415.830.804 (ເຈັດສິບຕື້ສີ່ຮ້ອຍສິບຫ້າລ້ານແປດແສນສາມສິບພັນແປດຮ້ອຍສີ່) ກີບ;

ຮຽບຮຽງໂດຍ: ຄຳແສງ ແກ້ວປະເສີດ