ສປປລາວ ວາງຄາດໝາຍຮອດປີ 2030 ຈະສາມາດນຳໃຊ້ລົດໄຟຟ້າ ກວມເອົາ 30% ຂອງຈຳນວນພາຫະນະທີ່ນຳໃຊ້ໃນຂອບເຂດທົ່ວປະເທດ

          ຂໍ້ມູນດັ່ງກ່າວໄດ້ເປີດເຜີຍໃນ ກອງປະຊຸມເວທີສົນທະນາ ລະຫວ່າງພາກລັດ ແລະ ພາກເອກະຊົນ ສໍາລັບການສົ່ງເສີມການນໍາໃຊ້ລົດໄຟຟ້າຢູ່ ສປປ ລາວ ເຊິ່ງຈັດຂຶ້ນໃນວັນທີ 7 ກໍລະກົດ 2023 ທີ່ຜ່ານມາ ຢູ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ ເຊິ່ງເປັນການຮ່ວມມືລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການພັດທະນາສາກົນຂອງ ປະເທດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ (USAID). ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ, ບັນດາບໍລິສັດ, ຫ້າງຮ້ານ ທີ່ປະກອບທຸລະກິດດ້ານການຄ້າພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
          ທ່ານ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ປັດຈຸບັນ, ມີຫຼາຍປະເທດໃນໂລກ ໄດ້ເລີ່ມຫັນມານໍາໃຊ້ລົດໄຟຟ້າ ພ້ອມທັງພັດທະນາລະບົບສາກລົດໄຟຟ້າ ຕາມສະຖານທີ່ຕ່າງໆ ນັບມື້ນັບຫຼາຍຂຶ້ນໃນສັງຄົມ, ເຊີ່ງມີເປົ້າໝາຍຫຼັກ ເພື່ອຫຼຸດຜ່ອນ ຜົນກະທົບຈາກມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ ແລະ ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ. ຫຼາຍປະເທດໄດ້ເລີ່ມປະກາດຈຸດຢືນໃນການຮັກສາສິ່ງແວດລ້ອມພັນທະຂອງຕົນ ຕໍ່ການຫຼຸດຜ່ອນມົນລະພິດທາງອາກາດ ໂດຍສະເພາະແມ່ນກໍານົດທິດທາງການພັດທະນາເຕີບໂຕສີຂຽວ ແລະ ການນໍາໃຊ້ພາຫະນະທີ່ບໍ່ມີມົນລະພິດ

          ພາຍຫລັງທີ່ລັດຖະບານ ໄດ້ອອກມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ ສະບັບເລກທີ 08/ລບ ລົງວັນທີ 04 ຕຸລາ 2021 ໂດຍມີທິດຊີ້ນໍາ ໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເຊິ່ງໃນນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບ ໃນການສ້າງນິຕິກຳທີ່ກ່ຽວຂ້ອງກັບສະຖານີສາກລົດໄຟຟ້າ, ການກຳນົດໂຄງສ້າງລາຄາໄຟຟ້າສຳລັບທີ່ຢູ່ອາໃສ ແລະ ສະຖານີສາກໄຟລົດໄຟຟ້າແບບສາທາລະນະ.

          ໂດຍອີງໃສ່ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟ ມີລັກສະນະເພີ່ມຂື້ນ ໃນປະຈຸບັນ. ເພື່ອເປັນການຜັນຂະຫຍາຍມະຕິຂອງລັດຖະບານເລກທີ່ 08/ລບ ເຫັນໄດ້ວ່າຄວາມສົນໃຈ ຂອງສັງຄົມທີ່ຫັນມານໍາໃຊ້ລົດໄຟຟ້າມີລັກສະນະເພີ່ມຂື້ນ. ປະຈຸບັນ, ການນຳເຂົ້າລົດໄຟຟ້າມີຫຼາຍກວ່າ 4.000 ຄັນ (ລວມທັງລົດຈັກໄຟຟ້າ) ທີ່ໄດ້ນຳເຂົ້າມາຈາກຫລາຍຄ້າຍລົດ ຈາກ ສປ ຈີນ ແລະ ຢູໂຣບ ແລະ ລວມທັງການຊ່ວຍເຫຼືອຂອງສາກົນ, ພາກເອກະຊົນທີ່ນຳເຂົ້າມາໃຊ້ໃນໂຄງການ ແລະ ຈຳໜ່າຍໃຫ້ປະຊາຊົນ. ອີງຕາມຂໍ້ມູນຂອງກະຊວງໂຍທາທິການ ແລະ ການຂົນສົ່ງ ມາຮອດທ້າຍປີ 2022 ມີ ລົດໄຟຟ້າ ທີ່ໄດ້ຂື້ນທະບຽນແລ້ວ ຈໍານວນ 1.326 ຄັນ ບໍ່ລວມລົດຈັກ. ພ້ອມກັນນີ້, ການກໍ່ສ້າງ ແລະ ຕິດຕັ້ງສະຖານີສາກລົດໄຟຟ້າ ທີ່ໃຫ້ບໍລິການເປັນລະບົບສາກໄວ ແລະ ສາກທຳມະດາ ແລ້ວ 17 ຈຸດ ໃນຂອບເຂດທົ່ວປະເທດ ແລະ ຍັງຢູ່ໃນຂັ້ນຕອນການກໍ່ສ້າງ-ຕິດຕັ້ງ ຈຳນວນໜື່ງ ແລະ ມີແຜນຢູ່ໃນຂັ້ນຕອນການສຶກສາ-ສຳຫຼວດ ອີກຈຳນວນໜື່ງ.

          ພ້ອມດຽວກັນນັ້ນ, ໃນເບື້ອງພາກລັດ ໄດ້ສົ່ງເສີມໃຫ້ມີການນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງ ໃນໄລຍະເລີ່ມຕົ້ນ ເຊິ່ງໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ 1% ຂອງການນໍາໃຊ້ຍານພາຫະນະ ຮອດປີ 2025 ແລະ ຮອດປີ 2030 ແມ່ນ 30% ຂອງຂໍ້ມູນພາຫະນະທັງໝົດທຽບໃສ່ຂໍ້ມູນປີ 2017. ນອກຈາກນັ້ນ, ແຜນພັດທະນາ ສະຖານີປະສາກໄຟລົດໄຟຟ້າ ແບບສາທາລະນະ (ສາກແບບທໍາມະດາ ແລະ ສາກແບບໄວ) ໃຫ້ໄດ້ 200 ສະຖານີ ຮອດປີ 2030 ໃນຂອບເຂດທົ່ວປະເທດ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ