ໃນໂອກາດດັ່ງກ່າວ ທ່ານ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກີຣ ໂປຕາສ ຈໍາກັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດຂອງໂຄງການໂດຍຫຍໍ້ ບາງຕອນ ທ່ານ ໃຫ້ຮູ້ວ່າ: ໃນວັນທີ 24 ມີນາ 2023 ທີ່ຜ່ານມາ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ (ເອີ້ນຫຍໍ້ວ່າ ຊີໂນອາກຣີ) ແລະ ລັດຖະບານ ໄດ້ຮ່ວມຈັດພິທີເຊັນບົດບັນທຶກວ່າດ້ວຍໂຄງການນິຄົມອຸດສະຫະກຳອັດສະລິຍະແບບໝູນວຽນ ອາຊີໂປຕາສສາກົນ (ຫຼືເອີ້ນຫຍໍ້ວ່າ ນິຄົມອຸດສະຫະກຳ), ພາຍໃຕ້ການສະໜັບສະໜູນຈາກ ລັດຖະບານລາວ, ຊີໂນ-ອາກກຣີໂປຕາສ ໄດ້ກໍ່ສ້າງນິຄົມອຸດສາຫະກໍາການຜະລິດຢູ່ທີ່ ບ້ານດົງໃຕ້,ເມືອງທ່າແຂກ, ແຂວງ ຄໍາມ່ວນ ເຊິ່ງລວມມີ 3 ພາກສ່ວນໃຫຍ່ຄື: 1. ເຂດອຸດສາຫະກໍາຝຸ່ນໂປຕາສ, 2,ເຂດອຸດສາຫະກໍາອະໂປຕາສ ແລະ 3. ຕົວເມືອງ ອາຊີໂປຕາສ, ເຊິ່ງກວມເອົາເນື້ອທີ່ທັງໝົດປະມານ 2.000 ເຮັກຕາ ແລະ ຄາດວ່າຈະມີການລົງທຶນທັງໝົດ 4.310 ລ້ານໂດລາສະຫະລັດ.