ພະນັກງານພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ໄດ້ຮັບການຍົກລະດັບ ການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກ ແລະ ການນຳໃຊ້ I-office

          ຊຸດຝຶກອົບສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການພະລັງງານ ແລະ ບໍ່ແຮ່ ດ້ານການຄຸ້ມຄອງເອກະສານທາລັດຖະການແບບເອເລັກໂຕຣນິກ ໄດ້ຈັດຂຶ້ນລະຫວ່າງວັນທີ 22-23 ສິງຫາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ. ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ແກ້ວອຸ່ນເຮືອນ ຈັນທະວົງສາ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ ມີນັກສຳມະນາກອນຈາກບັນດາຂະແໜງການຕ່າງໆພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

         ທ່ານຮອງຫົວໜ້າຫ້ອງການກະຊວງ ໄດ້ກ່າວຕໍ່ກອງປະຊຸມວ່າ: ປະຈຸບັນນີ້ ແມ່ນຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ ໃນຂົງເຂດພາກພື້ນ ແລະ ໃນທົ່ວໂລກ, ດ້ວຍເຫດນີ້, ເພື່ອເຮັດວຽກງານຂອງຂະແໜງການ ຂອງພະລັງງານ ແລະ ບໍ່ແຮ່ ຂອງເຮົາ ມີຄວາມວ່ອງໄວ ທັນສະໄໝ ແລະ ປະຢັດຂັ້ນຕອນການເຮັດວຽກ, ການນຳກະຊວງ ກໍ່ເລັ່ງເຫັນບັນຫາດັ່ງກ່າວ ໂດຍນຳເອົາເຄື່ອງມືທີທັນສະໄໝມາຊ່ວຍເຂົ້າໃນໜ້າວຽກເຮົາ ໂດຍການນຳໃຊ້ລະບົບການຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ແບບເອເລັກໂຕນິກ ຫຼື ເອີ້ນຫຍໍ້ວ່າ (E-office) ເພື່ອກໍານົດຫຼັກການ ແລະ ວິທີການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກຜ່ານປະຕູດຽວ, ເພື່ອຮັບປະກັນແບບແຜນວິທີເຮັດວຽກ ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄໝ, ຮັບປະກັນໃຫ້ລະບົບການຄຸ້ມຄອງເອກະສານ, ການຄົ້ນຄ້ວາພິຈາລະນາ ແລະ ການຈັດຕັ້ງປະຕິບັດເອກະສານຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ເປັນລວມສູນ ແລະ ເປັນໄປຕາມຂັ້ນຕອນ ໃຫ້ມີປະສິດທິພາບສູງ, ສາມາດຕິດຕາມກວດກາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ພ້ອມທັງບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ຮັກສາໄດ້ເອກະສານລັບທາງການ. ຍ້ອນເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ເອົາໃຈໃສ່ ເພີ້ມທະວີ ຫັນເອົາເຄື່ອງໄມ້ເຄື່ອງມືຕ່າງໆ ທີທັນສະໄໝ ບໍວ່າຈະເປັນ ຮາດແວ໌ ຫລື ຊອບແວ໌ ເຂົາມາຊ່ວຍວຽກຂອງຕົນ.
          ທ່ານ ຮອງຫົວໜ້າຫ້ອງການກະຊວງ ກ່າວຕື່ມວ່າ: ຫ້ອງການກະຊວງ ກໍ່ໄດ້ຮັບການຊີ້ນຳ ຈາກຄະນະພັກ, ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຄົ້ນຄ້ວາລົງຝືກອົບຮົມ ການນຳໃຊ້ລະບົບການຈາລະຈອນ ເອກະສານແບບ ເອເລັກໂຕນິກ ໃຫ້ແກ່ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ, ເຖິງຢ່າງໃດກໍ່ຕາມ ມື້ນີ້ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ຄືຫ້ອງການກະຊວງ ຂອງພວກເຮົາ ໄດ້ລົງມາເຮັດວຽກຕິດຕາມສຸກຍູ້ໃນການຝືກອົບຮົມນຳບັນດາທ່ານ ເພື່ອໃຫ້ໄດ້ນຳໃຊ້ລະບົບການຈາລະຈອນ ເອກະສານແບບ ເອເລັກໂຕນີກ (E-office) ເພື່ອນຳເອົາໄປຈັດຕັ້ງປະຕິບັດວຽກງານຂອງຕົນ ທັງພາຍໃນ ແລະ ພາຍນອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂ່າວ-ພາບ: ສົມສະນຸກ
ສາຍດ່ວນ: 1506