ກອງປະຊຸມຄະນະກໍາມະການຮ່ວມຄັ້ງທີ 2 (The 2nd Joint Coordinating Committee for ຫຼື JCC)

         ຕອນເຊົ້າວັນທີ 31 ມັງກອນ 2025 ທີ່ຜ່ານມາ ທີ່ໂຮງແຮມ ຄຣາວພາຊ່າ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຄະນະກໍາມະການຮ່ວມຄັ້ງທີ 2 (The 2nd Joint Coordinating Committee for ຫຼື JCC), ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ແລະ Mr. Niriyuki ITO JICA Laos Office ມີຜູ້ເຂົ້າຮ່ວມຕ່າງໜ້າຈາກບັນດາກົມ ແລະ ອົງການໄຈກ້າເຂົ້າຮ່ວມຢ່າງພ້ອມພຽງ.

        ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອລາຍງາຄວາມຄືບໜ້າທັງໝົດຂອງໂຄງການ ລວມທັງວຽກງານເພີມເຕີມຂອງ REC ແລະ ການຄຸມຄອງເຂື່ອນໄຟຟ້າ, ມີຄຳສະເໜີແນະນຳເພີມເຕີມກ່ຽວກັບ ແຜນແມ່ບົດພະລັງງານ ແບບປະສົມປະສານ ເພື່ອກ້າວໄປສູ່ສັງຄົມທີ່ເປັນກາງຂອງກາກບອນແບບຍືນຍົງ (ລວມທັງ ການຄາດຄະເນຄວາມຕ້ອງການ, ແຜນການຜະລິດໄຟຟ້າ ແລະ ການບໍລິຫານໂຄງການແຫຼ່ງຜະລິດຫຼັງຈາກສົ່ງຄືນໃຫ້ລັດຖະບານ), ແລະ ປືກສາຫາລືກ່ຽວກັບຫຼາຍໆບັນຫາທີ່ຍັງເປັນຂໍ້ຄົງຄ້າງ.
 
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ສາຍດ່ວນ: 1506