
ໃນລະຫວ່າງວນທີ 28-29 ກັນຍາ 2023 ພະແນກ ເລຂານຸການ ແລະ ພິທິການ ຮວ່ມກັບ ພະແນກ ປະຊາສຳພັນ ແລະ ໄອທີ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວວຽກງານ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການນຳໃຊ້ລະບົບ i-office ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ຫັດສະໃນ ໄຊຍະສິດ ຫົວໜ້າຫ້ອງການ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ແລະ ທ່ານ ປະສົງໄຊ ໂຄດໂຍທາ ຫົວໜ້າພະແນກປະຊາສຳພັນ ແລະ ໄອທີ ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ມີບັນດາພະນັກງານຫຼັກແຫຼ່ງຂອງແຕ່ລະຂະແໜງການອ້ອມຂ້າງພະແນກພະລັງງານແລະ ບໍ່ແຮ່ ແຂວງ ເຊກອງ ແລະ ມີຜູ້ເຂົ້າຮ່ວມທັງໝົດ 24 ຄົນ ຍິງ 10 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການລົງເຄື່ອນໄຫວ, ຕິດຕາມ ແລະ ຊຸກຍູ້ກ່ຽວກັບການນຳໃຊ້ລະບົບຄຸ້ມຄອງເອກະສານ (i-office) ເຂົ້າໃນການຈໍລະຈອນເອກະສານ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ໃນໄລຍະ 1 ປີຜ່ານມາ ວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ມີການພັດທະນາທາງດ້ານເຕັກໂຕໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ, ມີຄວາມວ່ອງໄວທັນສະໄໝ ແລະ ປະຢັດຂັ້ນຕອນໃນການເຮັດວຽກ ໃນການການສ້າງຄວາມເຂັມແຂງໃຫ້ແກ່ພະນັກງານລັດຖະກອນ ໂດຍສະເພາະວຽກງານການຄຸ້ມຄອງເອກະສານທາງການ ແລະ ເຂົ້າໃຈເຖິງວຽກງານການຈັດສັນບັນດາເອກະສານຕ່າງໆໃຫ້ມີຄວາມເປັນເອກະພາບ ແລະ ລວມສູນພາຍໃນຂະແໜງການພະລັງງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ.

ຜ່ານການຝຶກອົບຮົມໃນໄລຍະເວລາ 2 ວັນ ເຫັນວ່າບັນດານັກສຳມະນາກອນທັງໝົດແມ່ນມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ສູງ ເຊິ່ງໄດ້ສະແດງອອກໃນການປະຕິບັດຕົວຈິງການນຳໃຊ້ລະບົບການຈໍລະຈອນເອກະສານ ຫຼື ການນຳໃຊ້ລະບົບ i-Office. ແຕ່ເຖີງຢ່າງໃດກໍ່ຕາມ ທາງຄະນະຈັດຝຶກອົບຮົມກໍ່ໄດ້ຮຽກຮ້ອງໃຫ້ບັນດານັກສໍາມະນາກອນທັງໝົດ ເອົາໃຈໃສ່ສືບຕໍ່ປະຕິບັດວຽກ ການນຳໃຊ້ລະບົບດັ່ງກ່າວໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ ເພາະການນຳໃຊ້ລະບົບດັ່ງກ່າວແມ່ນມີຄວາມສຳຄັນ ໃນການຄຸ້ມຄອງເອກະສານ, ການຈັດສົ່ງເອກະສານ ຈົນໄປເຖິງການສຳເນົາ ແລະ ຊອກຄົ້ນເອກະສານ ໃຫ້ມີຄວາມສະດວກສະບາຍ, ວ່ອງໄວ ແລະ ຮັບປະກັນການເສຍຫາຍຂອງເອກະສານ.

