ພະນັກງານວິຊາການພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຮັບການຍົກລະດັບການຄຸ້ມຄອງເອກະສານດ້ວຍເອເລັກໂຕຣນິກ

          ລະຫວ່າງວັນທີ 4-5 ກັນຍາ 2023 ຜ່ານມານີ້, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມ ກ່ຽວກັບລະບຽບການຄຸ້ມຄອງເອກະສານທາງການແບບເອເລັກໂຕຣນິກ (E-office ) ໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ໂດຍໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າຫ້ອງການກະຊວງພະລັງານ ແລະ ບໍ່ແຮ່ ແລະ ທ່ານ ທອງເພັດ ເພັດສຸພາພອນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ມີນັກສຳມະນາກອນຈາກບັນດາຂະແໜງພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ຈຳນວນ 26 ທ່ານ ເຂົ້າຮ່ວມ.

          ຊຸດຝຶກອົບຮົມຄັ້ງນີ້ ເປັນການທົບທວນຄືນໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ກ່ຽວກັບການນຳໃຊ້ E-office ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ເພື່ອໃຫ້ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ, ມີຄວາມວ່ອງໄວ, ທັນສະໄໝ ແລະ ປະຢັດຂັ້ນຕອນການເຮັດວຽກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດຖະກອນ ໂດຍສະເພາະວຽກງານການຄຸ້ມຄອງເອກະສານທາງການ ແລະ ເຂົ້າໃຈເຖີງວຽກງານການຈັດສັນບັນດາເອກະສານຕ່າງໆ ໃຫ້ມີຄວາມເປັນເອກະພາບ ແລະ ລວມສູນ ພາຍໃນຂະແໜງ ການພະລັງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ. ພ້ອມກັນນີ້, ນັກວິທະຍາກອນຍັງໄດ້ນໍາເອົາບົດຮຽນ ແລະ ຫຼັກການການຄຸ້ມຄອງເອກະສານແບບເອເລັກໂຕຣນິກ ເປັນຕົ້ນແມ່ນ: ລະບົບເກັບກຳຂໍ້ມູນ (I-Document), ການລົງທະບຽນເອກະສານ, ການສຳເນົາເອກະສານເປັນ ເອເລັກໂຕຣນິກ, ການສົ່ງຕໍ່ເອກະສານ, ການປົດລ໋ອກແກ້ໄຂເອກະສານ, ການສ້າງເອກະສານພາຍໃນ, ການສົ່ງຕໍ່ເອກະສານໄປຫາພາກສ່ວນອື່ນ, ການລາຍງານ, ລະບົບການຈັດເກັບເອກະສານ ແລະ ລະບົບອື່ນໆ.

          ໃນວາລະຕອນທ້າຍຊຸດ ຝຶກອົບຮົມ ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ຫ້ອງການກະຊວງ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຫຍ່ຕໍ່ການພັດທະນາລະບົບການບໍລິຫານ ແລະ ຄຸ້ມຄອງວຽກງານຂອງຂະແໜງການຢູ່ຂັ້ນທ້ອງຖິ່ນ ໂດຍສະເພາະຢູ່ແຂວງອຸດົມໄຊ. ພ້ອມກັນນີ້, ທ່ານ ຫົວໜ້າພະແນກ ຍັງໄດ້ສະແດງຊົມເຊີຍຕໍ່ນັກສຳມະນາກອນທຸກ ທ່ານ ທີ່ໄດ້ເອົາໃຈໃສ່ຮໍ່າຮຽນບົດຮຽນໃນການບໍລິຫານຈັການເອກະສານທາງລັດຖະການແບບເອກເລັກໂຕຣນິກ ດ້ວຍຄວາມຮັບຜິດຊອບສູງ.

ພາບ ແລະ ຂ່າວ: ມີລູ່ ຄຳປະເສີດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ