ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2022 ແລະ ແນະນຳການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2023 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ Post author:mem admin Post published:07/04/2023 Post category:ຫ້ອງການກະຊວງ ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 29 ມີນາ 2023 ຢູ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຕາງໜ້າ ຈາກກະຊວງການເງິນ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ ຈຳນວນ 36 ທ່ານ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການເງິນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຕົ້ນແມ່ນ: ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2022 ແລະ ແນະນຳການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2023. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືເພື່ອ ສະຫລຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງງົບປະມານປະຈຳປີ 2022 ແລະ ແນະນໍາການຈັ້ງຕັ້ງປະຕິບັດງົບປະມານ ປະຈໍາປີ 2023, ພ້ອມທັງແລກປ່ຽນ ບົດຮຽນການປະຕິບັດວຽກງານຕົວຈິງໃນການນຳໃຊ້ງົບປະມານແຫ່ງລັດ ແລະ ເພື່ອເປັນການເອກະພາບກັນໃນການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດໃຫ້ໄປໃນທິດທາງ ແລະ ເປົ້າໝາຍອັນດຽວກັນ, ຮັບປະກັນຄວາມ ຖຶກຕ້ອງຕາມລະບຽບກົດ ໝາຍງົບປະມານແຫ່ງລັດ.ໂດຍ: ມີລູ່ ຄຳປະເສີດ You Might Also Like ໜ່ວຍຮາກຖານ ຊປປລ ຫ້ອງການກະຊວງ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນ 04/07/2023 ການພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ(EMD: Energy – Mines Database in Lao PDR) 26/07/2022 ຫ້ອງການກະຊວງໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຕິດຕັ້ງ, ການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive, ການນຳໃຊ້ລະບົບ G-Chat) 04/07/2022
ການພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ(EMD: Energy – Mines Database in Lao PDR) 26/07/2022
ຫ້ອງການກະຊວງໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຕິດຕັ້ງ, ການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive, ການນຳໃຊ້ລະບົບ G-Chat) 04/07/2022