ພິທີມອບ-ຮັບ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

         ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ແລະ ທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ມັງກອນ 2024 ນີ້ ທີ່ຫ້ອງປະຊຸມ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ພັກ-ພະນັກງານຂັ້ນແຂວງ, ມີບັນດາ ທ່ານ ຄະນະພະແນກ, ຕາງໜ້າພະແນກການ, ອົງການ, ລັດວິສາຫະກິດ ອ້ອມຂ້າງແຂວງ, ຫົວໜ້າໜ່ວຍງານ RLMU ໄຟຟ້າຫົງສາ, ໜ່ວຍງານ RMU ເຂື່ອນໄຟຟ້ານໍ້າຂອງ, ກອງທຶນພັດທະນາໄຟຟ້າຫົງສາ, ມີບັນດາຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ 11 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ.

          ໃນພິທີ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ໄດ້ຂຶ້ນລາຍງານ ການຊີ້ນໍາ-ນໍາພາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງຮໍ່າຮຽນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ, ຂໍ້ກໍານົດຕ່າງໆ ແລະ ທິດທາງໜ້າທີ່ຂອງຄະນະບໍລິຫານງານພັກແຂວງວາງອອກ ແຕ່ລະໄລຍະໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ມະຫາຊົນທົ່ວຄະນະພັກຮາກຖານຂອງຕົນ ເຊື່ອມຊືມ, ກໍາແໜ້ນ ແລະ ຊີ້ນໍາຊຸກຍູ້ບັນດາໜ່ວຍພັກຂື້ນກັບຄະນະພັກຮາກຖານຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ນໍາພາຊຸກຍູ້ການບໍາລຸງສ້າງຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ແລະລະດັບວິຊາສະເພາະໃຫ້ສູງຂື້ນເລື້ອຍໆ; ຮັບປະກັນເຮັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບສູງ, ໄດ້ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການລົງທຶນຂອງລັດແຕ່ປີ 2019-2023 ມີທັງໝົດ 17 ໂຄງການ ລວມມູນຄ່າຕາມສັນຍາ 247,32 ຕື້ກີບ ໃນນີ້ ໂຄງການຂັ້ນກະຊວງ ມີ 06 ໂຄງການ, ມູນຄ່າ ຕາມສັນຍາ 148,77 ຕື້ກີບ ແລະ ໂຄງການຂັ້ນແຂວງຄຸ້ມຄອງມີ 11 ໂຄງການ ມູນຄ່າຕາມສັນຍາ 98,55 ຕື້ກີບ ເຊີ່ງທັງໝົດແມ່ນເປັນໂຄງການລົງທຶນເຂົ້າໃສ່ການກໍ່ສ້າງ ຂະຫຍາຍຕາຂ່າຍໄຟຟ້າ ( ທັງໝົດແມ່ນເປັນໂຄງການສືບຕໍ່ຊຳລະໜີ້ ), ໃນປີ 2023 ໄດ້ຮັບອະນຸມັດແຜນການລົງທຶນຂອງລັດ ຈຳນວນ 15 ໂຄງການ ມູນຄ່າ 2.220,26 ລ້ານກີບ ໃນນີ້ບ້ວງຂອງກະຊວງ ຈຳນວນ 04 ໂຄງການ ມູນຄ່າ 250,26 ລ້ານກີບ ແລະ ບ້ວງຂອງແຂວງ ຈຳນວນ 11 ໂຄງການ ມູນຄ່າ 1.970 ລ້ານກີບ ໄດ້ປະກອບເອກະສານຊຳລະ ສຳເລັດແລ້ວ 15 ໂຄງການ ທຽບໃສ່ແຜນການ ປະຕິບັດໄດ້ 100 %. ໄດ້ສຳເລັດການຈັດຕັ້ງປະຕິບັດໂຄງການລົງທຶນ ບ້ວງທຶນພັດທະນາທ້ອງຖິ່ນ ໂຄງການໄຟຟ້າຫົງສາ ຈຳນວນ 02 ໂຄງການ ມູນຄ່າ 5,96 ຕື້ກີບ, ໄດ້ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ຕິດຕາມ, ກວດກາ ແລະ ອຳນວຍຄວາມສະດວກ ຕໍ່ກັບການພັດທະນາໂຄງການແຫຼ່ງຜະລິດໄຟຟ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດຢ່າງເປັນປົກກະຕິ. ມີໂຄງການທີ່ ກຳລັງສຶກສາສຳຫຼວດ-ເກັບກຳຂໍ້ມູນ ເພື່ອສ້າງບົດສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ ແລະ ການເງິນ; ກຳລັງກໍ່ສ້າງ ແລະ ດຳເນີນງານ ທີ່ມີກຳລັງຕິດຕັ້ງ 1 MW ຂື້ນໄປ ມີທັງໝົດ 18 ໂຄງການ ຄາດຄະເນກຳລັງຕິດຕັ້ງ 6.823,2 MW ໃນນີ້, ຂັ້ນສູນກາງຄຸ້ມຄອງ 7 ໂຄງການ ຄາດຄະເນກໍາລັງຕິດຕັ້ງ 6.750 MW ແລະ ຂັ້ນແຂວງຄຸ້ມຄອງ 11 ໂຄງການ ຄາດຄະເນກຳລັງຕິດຕັ້ງ 73,2 MW ອັນພົ້ນເດັ່ນ: ໃນທ້າຍປີ 2023 ແມ່ນໄດ້ສໍາເລັດການກໍ່ສ້າງ ແລະ ດຳເນີນການຜະລິດໄຟຟ້າເປັນທາງການ ຂອງເຂື່ອນໄຟຟ້ານ້ຳຮຸ່ງ1 ເມືອງ ໄຊຍະບູລີ ກຳລັງຕິດຕັ້ງ 15 MW. ໄດ້ເອົາໃຈໃສ່ ໃນການກໍ່ສ້າງ, ຂະຫຍາຍຕາຂ່າຍໄຟຟ້າໄປຫາບ້ານ ທີ່ຍັງບໍ່ທັນມີຕາຂ່າຍໄຟຟ້າ ເຂົ້າເຖີງ ມາຮອດປະຈຸບັນທົ່ວແຂວງໄດ້ຊົມໃຊ້ ໄຟຟ້າໃນລະບົບຂອງໄຟຟ້າລາວ ຈຳນວນ 424 ບ້ານ ເທົ່າກັບ 98,60 % ມີຈຳນວນ 80.854 ຄອບຄົວ ເທ່ົາກັບ 98,27 % ຂອງຈຳນວນຄອບຄົວທັງ ໝົດໃນທົ່ວແຂວງ ທຽບໃສ່ໄລຍະປີ 2019 ຜ່ານມາ ເພີ່ມຂື້ນ 4.111 ຄອບຄົວ ເທົ່າກັບ 5,3 %. ນອກຈາກນີ້ຍັງໄດ້ໃຊ້ໄຟຟ້ານອກລະບົບ ມີ 06 ບ້ານ ຈຳນວນ 329 ຄອບຄົວ, ໄດ້ນຳພາຄຸ້ມຄອງ ບັນດາໂຄງການຊອກຄົ້ນສຳຫຼວດ-ແຮ່ທາດ ທີ່ຂັ້ນສູນກາງອະນຸຍາດ ປະຕິບັດຢູ່ພາຍໃນແຂວງ ມີທັງໝົດມີ 04 ບໍລິສັດ; ມີເນື້ອທີ່ສຳປະທານ 758,15 ກິໂລຕາແມັດ ກວມເອົາ 4,6 % ຂອງເນື້ອທີ່ແຂວງ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຢູ່ພາຍ ໃນແຂວງ ມີ 26 ບໍລິສັດ ໃນນີ້, ຂັ້ນສູນກາງຄຸ້ມຄອງ 7 ບໍລິສັດ ຄື: ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທອງ,ຄໍາ ແລະ ເງິນ 1 ບໍລິສັດ, ຂຸດຄົ້ນຖ່ານຫີນ ແລະ ຫີນປູນ 1 ໂຄງການ 2 ກິດຈະການ, ໂຄງການຂຸດຄົ້ນແຮ່ທາດ ແບບທົດລອງ 5 ບໍລິສັດ ( ຂຸດຄົ້ນຄຳຕົກຂ້ອນ 3 ບໍລິສັດ ແລະ ຂຸດຄົ້ນແຮ່ເຫຼັກ 2 ບໍລິສັດ ) ແລະ ຂັ້ນແຂວງຄຸ້ມຄອງ 19 ບໍລິສັດ ຄື: ຂຸດຄົ້ນແຮ່ທາດຟູອໍຣາຍ 6 ບໍລິສັດ; ຂຸດຄົ້ນ ແລະ ປຸງແຕ່ງຫີນປູນ 13 ບໍລິສັດ.

          ຈາກນັ້ນ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ແລະ ທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ໃໝ່ ໄດ້ຮ່ວມກັນລົງນາມເຊັ່ນບົດບັນທຶກມອບຮັບໜ້າທີ່ວຽກງານຢ່າງເປັນທາງການ.
          ຕອນທ້າຍ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ທ່ານທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງໄດ້ສຶບຕໍ່ບຸກບືນເຮັດສໍາເລັດໜ້າທີ່ການຈັດຕັ້ງມອບໝາຍໃຫ້ເພິ່ມທະວີຄວາມສາມັກຄີພາຍໃນພັກ ເຮັດວຽກຕ້ອງລວມສູນປະຊາທິປະໄຕ ເປັນໝູ່ຄະນະ ບຸກຄົນຮັບຜິດຊອບໃຫ້ຄິດວ່າຢູ່ບ່ອນໃດຮັບຜິດຊອບວຽກໃດກໍ່ແມ່ນການຈັດຕັ້ງມອບໝາຍໃຫ້ ເຫັນດີເຫັນພ້ອມການຄົ້ນຄວ້າ ຈາກຄະນະປະຈໍາພັກແຂວງ ແລະ ຄະນະຈັດຕັ້ງແຂວງ ແລະ ອີກດ້ານໜຶ່ງການຍົກຍ້າຍໜ້າທີ່ຕໍາແໜ່ງຂອງພະນັກງານລັດຖະກອນແມ່ນເລື່ອງປົກກະຕິໂດຍອິງໃສ່ຄວາມຮຽກຮ້ອງຕ້ອງການຂອງການຈັດຕັ້ງພັກ-ລັດໃນໜ້າທີ່ວຽກງານໄລຍະໃໝ່ ດັ່ງນັ້ນ ອີກເທື່ອໜຶ່ງ ຈຶ່ງຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄດ້ສຶບຕໍ່ນໍາເອົາຄວາມຮູ້ຄວາມສາມາດທີ່ໄດ້ນໍາໃຊ້ໃນໄລຍະຜ່ານມາ ມາສຶບຕໍ່ພັດທະນາໃນຂອບເຂດທີ່ຕົນເອງຮັບຜິດຊອບຊີ້ນໍາ-ນໍາພາໃຫ້ວຽກງານດັ່ງກ່າວດີຂຶ້ນກວ່າເກົ່າ.

ພາບ ແລະ ແຫຼ່ງຂ່າວ: News.XBL
ຮຽບຮຽງ: ຄຳແສງ ແກ້ວປະເສີດ