ບໍລິສັດ SIRAR ENGINEERING SOLE CO., LTD ນໍາສະເໜີຜະລິດພັນຮັກສາສະພາບຄອນກີດ ສຳລັບຕຶກອາຄານ ເເລະ ໂຄງສ້າງຂອງເຂື່ອນ

         ໃນວັນທີ 03 ພຶດສະພາ 2023 ທີ່ຫ້ອງປະຊຸມ ຊັ້ນ6 ຕຶກ 2, ກະຊວງພະລັງງານ ເເລະ ບໍ່ເເຮ່, ໄດ້ມີກອງປະຊຸມນຳສະເໜີ ພະລິດຕະພັນ XYPEX ຊື່ງເປັນພະລິດຕະພັນທີ່ຊ່ວຍຮັກສາສະພາບຄອນກີດ ສຳລັບຕຶກອາຄານ ເເລະ ໂຄງສ້າງຂອງເຂື່ອນ. ພາຍໃຕ້ການເປັນປະທາຂອງ ທ່ານ ປອ ພູໂຂງ ເເສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ມີຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເຂົ້າຮ່ວມທັງໝົດມີ 30 ທ່ານ.
          ທີ່ປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເຫນີເຕັກໂນໂລຊີຂອງຄອນກຣີດຄວາມທ້າທາຍ (ບັນຫາ) ຂອງໂຄງສ້າງ ຄອນກຣິດທີ່ອາດຈະປະເຊີນໜ້າໃນຮູບແບບຕ່າງໆ ລວມໄປເຖິງການແບ່ງປັນປະສົບການ ແລະ ແນວທາງການຕິດຕັ້ງ XYPE ໂດຍວິທະຍາກອນທີ່ມີປະສົບການ ແລະ ຊ່ຽວຊານຈາກ ຣາຊະອານາຈັກ ໄທ ແລະ ສາທາລະນະລັດ ສິງກະໂປ.
ປັດຈຸບັນຄອນກຣີດເສີມເຫລັກເປັນວັດສະດຸຫລັກໃນໂຄງການກໍ່ສ້າງຕ່າງໆ ບໍ່ວ່າຈະເປັນອາຄານສຳນັກງານ, ໂຄງສ້າງພື້ນຖານ ລວມເຖິງໂຄງສ້າງເຂື່ອນ ETC ແລະ ທາງຜູ້ອອກແບບ, ຜູ້ຜະລິດຄອນກຣິດກໍ່ໄດ້ອອກແບບຄອນກຣີດ ເພື່ອໃຫ້ ຄວາມຄົງທຶນ ເໝາະສົມສຳລັບ ໂຄງສ້າງຕ່າງໆທີ່ນຳໄປໃຊ້. ແຕ່ເນື່ອງຈາກຂໍ້ຈຳກັດໃນການຜະລິດຄອນກຣິດ ຫຼື ເມື່ອຄອນກຣິດຕ້ອງສຳພັດກັບນ້ຳທີ່ສູງ ຫລືຕ້ອງພົບກັບສະພາວະແວດລ້ອມທີ່ບໍ່ເໝາະສົມຈະສົ່ງຜົນໃຫ້ຄວາມທົນທານຂອງຄອນກຣິດນັ້ນຫລຸດລົງ ເຮັດໃຫ້ອາຍຸການໃຊ້ງານຫນ້ອຍກວ່າທີ່ອອກແບບໄວ້ ແລະ ຈະເຮັດໃຫ້ເກີດມີການໃຊ້ຈ່າຍໃນການປ່າລຸງຮັກສາທີ່ສູງໃນອານາຄົດ.

          ຜະລິດຕະພັນ XYPEX ເປັນຜະລິດຕະພັນທີ່ຖືກອອກແບບມາເພື່ອແກ້ໄຂບັນຫາດັ່ງກ່າວໄດ້ຢ່າງຍືນຍົງ ບໍ່ວ່າຈະເປັນເລື່ອງຂອງງານປະເພດກັນຊືມ, ງານປ້ອງກັນຄອນກຣິດທີ່ຕ້ອງສຳຜັດກັບສະພາວະແວດລ້ອມທີ່ຮຸນແຮງ ແລະ ງານສ້ອມແຊມຄອນກຣີດຜະລິດຕະພັນ XYPEX ເປັນຜະລິດຕະພັນຂອງປະເທດແຄນນາດາ ເຊິ່ງກໍ່ຕັ້ງມາໄດ້ກວ່າ 50 ປີ ແລະ ຖືກການຍອມຮັບໃນລະດັບສາກົນ ທັງໄດ້ຮັບຄວາມໃວ້ວາງໃຈໃຫ້ດູແລໂຄງສ້າງທີ່ສໍາຄັນ ໃນນານາປະເທດ. ປັດຈຸບັນ ທາງບໍລິສັດ SIRAR ENGINEERING ໃດ້ເປັນຜູ້ຈຳຫນ່າຍ ແລະ ຕິດຕັ້ງແຕ່ພຽງຜູ້ດຽວໃນປະເທດລາວ ໂດຍໃດ້ນຳເຂົ້າສິນຄ້າຈາກຖານການຜະລິດ ທີ່ປະເທດ ອົດສະຕາລີ ລວມເຖີງການສະຫນັບສະຫນູນໃນດ້ານເຕັກນິກ ແລະ ການຕິດຕັ້ງຈາກ XYPEX ALSTRALIA ແລະ XYPEX THAILAND ເພື່ອໃຫ້ການໃຊ້ຜະລິດຕະພັນໃນໂຄງການຕ່າງໆພາຍໃນປະເທດລາວ ໄດ້ສົມບູນ ແລະຖືກຕ້ອງຕາມມາດຕະຖານສາກົນ.

ພາບ ແລະ ຂ່າວ: ວິລະຊາດ ສາຍອັດຕະປື
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ