ໄຟຟ້າລາວ ວາງ 3 ນະໂຍບາຍສຳຄັນ ມຸ່ງໝັ້ນພັດທະນາອົງກອນ ສູ້ເປົ້າໝາຍສ້າງຄວາມໝັ້ນຄົງດ້ານພະລັງງານ

          ທ່ານ ປອ ອາຄົມເດດ ວົງ ໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຖະແຫຼງການຕໍ່ສື່ມວນຊົນລາວ ປະກາດ 3 ນະໂຍບາຍຫຼັກຟື້ນຟູອົງກອນ ພ້ອມສືບຕໍ່ສ້າງຄວາມໝັ້ນຄົງທາງພະລັງງານ
ການເຕີບໂຕຂອງໄຟຟ້າລາວ ທ່ານລາຍງານວ່າ ຈາກອະດີດຈົນຮອດປັດຈຸບັນ ລັດວິສາຫະກິດໄຟຟ້າລາວໄດ້ສ້າງຕັ້ງຂຶ້ນໃນປີ 1960 ເລີ່ມຕົ້ນຈາກການໃຫ້ບໍລິການໄຟຟ້າໃນຂອບເຂດຈໍາກັດດ້ວຍເຂື່ອນຂະໜາດນ້ອຍ ເຊັ່ນ ເຂື່ອນເຊລະບຳ ແລະ ສ່ວນໃຫຍ່ໃຊ້ເຄື່ອງຈັກປັ່ນໄຟຟ້າເຊັ່ນດຽວກັນກັບນະຄອນຫຼວງວຽງຈັນ ຈົນມາເຖິງປີ 1970 ໄດ້ສ້າງເຂື່ອນນໍ້າງື່ມ 1 ດ້ວຍກຳລັງຕິດຕັ້ງ 30 ເມກາວັດ ນັບເປັນກ້າວທຳອິດຂອງການພັດທະນາພະລັງງານໄຟຟ້າໃນປະເທດ
          ໃນອະດີດມີປະຊາຊົນພຽງ 3% ເທົ່ານັ້ນທີ່ສາມາດເຂົ້າເຖິງໄຟຟ້າ ແຕ່ປັດຈຸບັນ ໄຟຟ້າລາວ ສາມາດໃຫ້ບໍລິການໄຟຟ້າຄອບຄຸມ 95.57% ຂອງຄົວເຮືອນທົ່ວປະເທດ ໂດຍ 148 ເມືອງມີໄຟຟ້າໃຊ້ 100% ແລະ 8,040 ບ້ານມີໄຟຟ້າໃຊ້ເຖິງ 94.51% ເຊິ່ງຖືເປັນອັດຕາທີ່ສູງເມື່ອທຽບໃສ່ບັນດາປະເທດໃນອາຊຽນ
          ປັດຈຸບັນ ໄຟຟ້າລາວ ມີພະນັກງານ 5,619 ຄົນ ກະຈາຍຢູ່ໃນ 19 ສາຂາທົ່ວປະເທດພ້ອມຮັບໜ້າ ສະໜອງບໍລິການໄຟຟ້າ ແລ ສົ່ງອອກໄຟຟ້າໄປຕ່າງປະເທດ ຕໍ່ຫາງສຽງຂອງສັງຄົມ ທີ່ຜ່ານມາວ່າ ໄຟຟ້າລາວ ເປັນລັດວິສາຫະກິດຂະໜາດໃຫຍ່ແຕ່ທບໍ່ມີປະສິດທິພາບ ແລະມີໜີ້ສິນສະສົມຫຼາຍ ລວມທັງຂໍ້ກ່າວຫາເລື່ອງຄວາມບໍ່ໂປ່ງໃສທ່ານກ່າວວ່າໜີ້ສິນຂອງ ໄຟຟ້າລາວ ສ່ວນໃຫຍ່ມາຈາກການລົງທຶນໃນພື້ນຖານໂຄງລ່າງ ເພື່ອຂະຫຍາຍການໃຫ້ບໍລິການໄຟຟ້າໃຫ້ທົ່ວເຖິງ ເຊິ່ງ ເຖິງວ່າຈະບໍ່ມີຜົນຕອບແທນທາງ ເສດຖະກິດທີ່ໂດດເດັ່ນ ແຕ່ຊ່ວຍຍົກລະດັບຄຸນນະພາບຊີວິດ ແລະ ແກ້ໄຂບັນຫາຄວາມທຸກຍາກໃຫ້ປະຊາຊົນ
ໃນເລື່ອງຄວາມໂປ່ງໃສທ່ານເນັ້ນວ່າອົງກອນປະຕິບັດຕາມລະບຽບຂອງລັດ ແລະ ກົດໝາຍທີ່ວາງອອກ ຢ່າງເຄັ່ງຄັດ ພ້ອມຢືນຢັນວ່າຄະນະກວດສອບຂອງພັກລັດໄດ້ປະຕິບັດໜ້າທີ່ຢ່າງເໝາະສົມ ໂດຍທ່ານໄດ້ຍົກ
3 ນະໂຍບາຍສຳຄັນທີ່ຈະດຳເນີນການເພື່ອແກ້ໄຂບັນຫາ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງກອນ
ໄດ້ແກ່ :
1. ຟື້ນຟູເສີມຂະຫຍາຍມູນເຊື້ອຂອງໄຟຟ້າລາວ , ມູນເຊື້ອການຕໍ່ສູ້ ຂອງພະນັກງານກຳມະກອນໄຟຟ້າລາວ ເພື່ອຟື້ນຟູອົງກອນໃຫ້ກັບຄືນມາເຂັ້ມແຂງ
2. ຮັກສາຄວາມໝັ້ນຄົງແລະຄວາມສະຫງົບພາຍໃນ ມນທຸກຂະແໜ່ງການ ມຸ້ງຄວບຄຸມການໃຊ້ຈ່າຍຢ່າງປະຫຍັດ ແລະ ມີປະສິດທິພາບ, ຄວບຄຸມການຈັດຊື້ຈັດຈ້າງໃຫ້ໂປ່ງໃສ ສາມາດກວດສອບໄດ້ຕາມລະບຽບຂອງລັດທຸກປະການ ພ້ອມຫຼຸດຜ່ອນການ ສູນເສຍພະລັງງານໄຟຟ້າ ແລະ ເພີ່ມກໍາລັງການຜະລິດ ເພື່ອຫຼຸດການເພິ່ງພາການ ນໍາເຂົ້າໄຟຟ້າຈາກຕ່າງປະເທດ
3. ໄດ້ມີມາດຕະການສະເໜີໃຫ້ລັດຖະບານແກ້ໄຂນະໂຍບາຍ ທີ່ບໍ່ໄດ້ຢູ່ໃນສິດອຳນາດຂອງໄຟຟ້າລາວ ເພື່ອໃຫ້ການດໍາເນີນງານເປັນໄປຢ່າງມີປະສິດທິພາບແລະຍືນຍົງ
ຄວາມເຊື່ອໝັ້ນຕໍ່ອະນາຄົດ
ທ່ານຍ້ຳທ້າຍຕຶ່ມວ່າ ເຮົາເຊື້ອໝັ້ນວ່າ ພວກເຮົາມີມູນເຊື້ອທີ່ເຂັ້ມແຂງ, ມີເອກກະພາບໃນທຸກຂັ້ນເຊັ່ນ ຄະນະຊີ້ນຳແກ້ໄຂລັດວິສາຫະກິດສູນກາງ, ມີການນຳກະຊວງ, ມີສະພາບໍລິຫານ, ມີຄະນະພັກ ມີອົງການມະຫາຊົນ ພວກເຮົາຈະຜ່ານຜ່າໄດ້ ແລະ ພັດທະນາໃຫ້ໄຟຟ້າລາວເຕີບໃຫຍ່ເປັນເຈົ້າທາງ ຂອງລັດວິສາຫະກິດ.
ພາບ ແລະ ຂ່າວ: TargetMagazine
ສາຍດ່ວນ: 1506