ແຂວງ ບໍລິຄໍາໄຊ ບັນ​ລຸ​ການສະຫນອງກະແສໄຟຟ້າໃຫ້ເມືອງ ແລະ ບ້ານ ໄດ້ຊົມໃຊ້ 100%

      ພາຍຫລັງລັດວິສາຫະກິດໄຟຟ້າລາວ ໄດ້ຈັດຕັ້ງປະຕິບັດໂຄງການສຫນອງໄຟຟ້າໃຫ້ຜູ້ທຸກຍາກ P2P (Power to the Poor) ນັບແຕ່ປີ 2009 ເປັນຕົ້ນມາ, ໄດ້ເຮັດໃຫ້ການຂະຫຍາຍຕາຂ່າຍໄຟຟ້າ ຢູ່ຫລາຍທ້ອງຖິ່ນ ໄດ້ໄປຮອດໄປເຖິງປະຊາຊົນ ໃນເຂດຊົນນະບົດຫ່າງໄກສອກຫລີກ, ອັນພົ້ນເດັ່ນແມ່ນ ປະຊາຊົນຜູ້ທຸກຍາກ ສາມາດເຂົ້າເຖິງການຊົມໃຊ້ໄຟຟ້າແບບຖາວອນ ອັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ ການດໍາລົງຊີວິດ ແລະ ການຜະລິດເປັນສີນຄ້າຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກຕາມແນວທາງ ຂອງພັກ ແລະ ລັດຖະບານວາງໄວ້. ອັນສໍາຄັນເຮັດໃຫ້ຫລາຍແຂວງສາ ມາດບັນລຸແຜນການສະຫນອງ ໄຟຟ້າ ໃຫ້ປະຊາຊົນຊົມໃຊ້ໄດ້ 100% ຄືດັ່ງ ແຂວງບໍລິຄໍາໄຊ.

        ທ່ານ ຕາ ພົງອະດິດ ວ່າການຫົວຫນ້າລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງບໍລິຄໍາໄຊ ໄດ້ໃຫ້ສໍາພາດ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງລັດວິສາຫະກິດໄຟຟ້າລາວ, ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ແມ່ນສາຂາຫນຶ່ງ ທີ່ຂຶ້ນກັບຝ່າຍລະບົບຈໍາຫນ່າຍ, ເຮັດຫນ້າທີ່ຄຸ້ມຄອງ, ບໍລິຫານ ແລະ ພັດທະນາຂະຫຍາຍຕາຂ່າຍໄຟຟ້າຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ເວົ້າສະ ເພາະການສະຫນອງພະລັງງານໄຟຟ້າ ໃຫ້ບັນລຸເປົ້າຫມາຍຕາມແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງບໍລິຄໍາໄຊ ແລະ ມາຮອດປີນີ້ ລັດວິ ສາຫະກິດໄຟຟ້າລາວ ກໍມີອາຍຸຄົບ 60 ພໍດີ ແລະ ກໍພໍດີກົງກັບໂອກາດຄົບຮອບ 25 ປີ ຂອງການສ້າງຕັ້ງລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊອີກດ້ວຍ. ຕະຫລອດໄລຍະຜ່ານມາ, ວຽກງານທີ່ພົ້ນ ເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນການສະເຫລີມ ສະຫລອງຄົບຮອບ 60 ປີ ຂອງໄຟຟ້າລາວນີ້, ກໍແມ່ນ ການຈັດຕັ້ງປະຕິບັດໂຄງການຂະຫຍາຍຕາຂ່າຍໄຟຟ້າລົງສູ່ຊົນນະບົດເຂດຫ່າງໄກຊອກຫລີກ ໃນທົ່ວ ແຂວງ ແລະ ມາຮອດປັດຈຸບັນ ສາມາດຕອບສະຫນອງໄຟຟ້າ ໃນ 7 ຕົວເມືອງເທົ່າກັບ 100% ແລະ ມີ 290 ບ້ານ ທົ່ວແຂວງໄດ້ຊົມໃຊ້ໄຟຟ້າ 100% ແລ້ວ, ເຊິ່ງບ້ານສຸດທ້າຍ ທີ່ໄດ້ຊົມໃຊ້ກະແສໄຟຟ້າ ແມ່ນ ບ້ານນ້ໍາກູ້, ຊຶ່ງຕັ້ງຢູ່ທິດຕາເວັນອອກຂອງເມືອງວຽງທອງ ເປັນເຂດພູດອຍ, ມີປະຊາຊົນອາໃສຢູ່ 54 ຫລັງຄາເຮືອນ, ມີ 81 ຄອບຄົວ, ໂດຍສໍາເລັດການສ້າງຕາຂ່າຍໄຟຟ້າຂະຫນາດ 22 ກິໂລໂວນ ທີ່ມີຄວາມຍາວ 13 ກວ່າກິໂລແມັດ ແລະ ສ້າງຕາຂ່າຍຂະຫນາດ 0,4 ກິໂລໂວນ ທີ່ມີຄວາມຍາວ ກວ່າ 1 ກິໂລແມັດ, ພ້ອມຕິດຕັ້ງຫມໍ້ແປງຂະຫນາດ 50 ກິໂລໂວນ 1 ຊຸດ, ລວມມີມູນຄ່າຫລາຍກວ່າ 8,2 ຕື້ກີບ. ທ່ານ ຕາ ພົງອະດິດ ອະທິບາຍວ່າ: ການສະຫນອງໄຟຟ້າໃຫ້ຜູ້ທຸກຍາກ P2P ແມ່ນລັດວິສາ ຫະກິດໄຟຟ້າ ລາວ ຈະສະຫນອງຫມໍ້ນັບໄຟໃຫ້ລ້າ, ສ່ວນການຕິດຕັ້ງໄຟເຂົ້າເຮືອນ ແມ່ນໃຫ້ກູ້ຢືມເງິນສໍາລັບຄອບຄົວທີ່ ບໍ່ມີຄວາມສາມາດຈ່າຍເງິນລ່ວງຫນ້າໄດ້ຕາມມູນຄ່າຕິດຕັ້ງ, ໂດຍສະເພາະແມ່ນຄອບ ຄົວທີ່ມີແມ່ຍິງເປັນຫົວຫນ້າຄອບຄົວ, ຜູ້ເຖົ້າ, ພະນັກງານບໍານານເປັນຫົວຫນ້າຄອບຄົວ, ຄອບຄົວຜູ້ເສຍອົງຄະ ແລະ ວົງເງິນທີ່ ໄຟຟ້າລາວໃຫ້ກູ້ຢືມໄດ້ສູງສຸດ 7 ແສນກີບຕໍ່ຄອບຄົວ. ສໍາລັບຄອບຄົວທີ່ໄດ້ຮັບອະນຸມັດກູ້ຢືມນັ້ນ ຕ້ອງ ຈ່າຍຄືນໃຫ້ໄຟຟ້າລາວເດືອນລະ 20 ພັນກີບ ພາຍໃນໄລຍະເວລາ 35 ເດືອນ, ພ້ອມກັບຄ່າໄຟຟ້າທີ່ ຊົມໃຊ້ໃນແຕ່ລະເດືອນ. ສ່ວນເງື່ອນໄຂສໍາລັບຄອບຄົວທີ່ຖືກຄັດເລືອກ ຕ້ອງເປັນຄອບຄົວທຸກຍາກແທ້, ໂດຍຜ່ານການຢັ້ງຢືນຈາກອໍານາດການປົກຄອງບ້ານ ແລະ ຄະນະກໍາມະການໂຄງການຂັ້ນເມືອງ, ມາຮອດປັດຈຸບັນ, ໄດ້ຕິດຕັ້ງຫມໍ້ນັບໄຟຂອງໂຄງການ P2P ສໍາເລັດແລ້ວຫລາຍກວ່າ 13.531 ຫນ່ວຍໃນ 7 ເມືອງທົ່ວແຂວງ.

      ທ່ານ ຕາ ພົງອະດິດ ກ່າວຕື່ມວ່າ: ສໍາລັບຂະຫຍາຍຕາຂ່າຍຂອງໂຄງການ PGI 1 ແລະ PGI2 ແລະ ໂຄງການຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ REP 1 ແລະ RET 2 ມາຮອດປັດຈຸ ບັນ ມີຕາຂ່າຍແຮງ ກາງຂະຫນາດ 22 ກິໂລໂວນ ທີ່ຢູ່ພາຍໃຕ້ການຄຸ້ມຄອງມີຄວາມຍາວທັງຫມົດ 1.850 ກວ່າກິໂລແມັດ, ມີ ຫມໍ້ແປງ 1.580 ກວ່າຫນ່ວຍ, ສະເພາະຕາຂ່າຍແຮງຕໍ່າ ມີຄວາມຍາວ 1.110 ກວ່າກິໂລແມັດ ແລະ ມີ ຫມໍ້ນັບໄຟຫລາຍ ກວ່າ 72 ພັນຫນ່ວຍ. ສັງລວມແລ້ວ, ຕະຫລອດ 60 ປີ ແຫ່ງການເຕີບໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ ເວົ້າລວມ, ເວົ້າ ສະເພາະແມ່ນ ຕະຫລອດໄລຍະ 25 ປີ ຂອງການເຄື່ອນໄຫວວຽກງານຂອງລັດວິສາຫະກິດໄຟຟ້າສາຂາ ແຂວງບໍລິຄໍາໄຊ ແມ່ນໄດ້ເຮັດສໍາເລັດຫນ້າທີ່ອັນມີກຽດສໍາຄັນທີ່ພັກ ແລະ ລັດຖະບານ ໄດ້ມອບຫມາຍໃຫ້, ບໍ່ວ່າວຽກງານມີຄວາມຫຍຸ້ງຍາກ, ທ້າທາຍ, ປະຕິບັດວຽກງານໃນເຂດທຸລະກັນ ດານ, ເຂດພູສູງຊັນ ຫລື ເຫວເລິກ ພະນັກງານໄຟຟ້າ ກໍໄດ້ເອົາໃຈໃສ່ບຸກບືນສູ້ຊົນກໍ່ສ້າງ, ຂະຫຍາຍຕາຂ່າຍເພື່ອເປົ້າຫມາຍ ສະຫນ ອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງໃນທົ່ວແຂວງ, ເນື່ອງຈາກວ່າ ໄຟຟ້າແມ່ນຫນຶ່ງໃນ ພື້ນຖານໂຄງລ່າງສໍາຄັນ ທີ່ສ້າງເງື່ອນໄຂສະດວກໃຫ້ແກ່ການດໍາລົງຊີວິດ, ການຜະລິດກະສິກໍາ, ການ ຜະລິດເປັນສິນຄ້າຂອງປະຊາຊົນນັບມື້ດີຂຶ້ນ, ທັງປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ກໍ່ຄື ການສ້າງສາພັດທະນາປະເທດຊາດໃຫ້ຈະເລີນສິວິໄລຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂໍ້ມູນ ແລະ ພາບ: ພບ ແຂວງ ບໍລິຄຳໄຊ
ຮຽບຮຽງຂ່າວ: ຄໍາແສງ ແກ້ວປະເສີດ