ຕໍ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານໄຟຟ້າ

ມາຮອດປະຈຸບັນ ອຸດສາຫະກໍາພະລັງງານ ແລະ ການດໍາເນີນທຸລະກິດກ່ຽວກັບ ການໃຫ້ບໍລິການດ້ານພະລັງງານໄຟຟ້າ ມີບົດບາດສໍາຄັນ ແລະ ມີລັກສະນະເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໄຟຟ້າໄດ້ກາຍເປັນຂະແໜງ ເສດຖະກິດ ແລະ ຫົວໜ່ວຍທຸລະກິດ ທີ່ເຮັດບົດບາດໃນການຂະຫຍາຍລະບົບເສດຖະກິດແຫ່ງຊາດ, ເປັນເຄື່ອງມືທີ່ສໍາຄັນໃນການຫັນໄປສູ່ເສດຖະກິດຜະລິດເປັນສິນຄ້າ. ຄຽງຄູ່ໄປກັບຜົນສໍາເລັດຂອງບັນດາໂຄງການພັດທະນາອຸດສາຫະກໍາໄຟຟ້າ ແລະ ທຸລະກິດໄຟຟ້າ ທີ່ມີລັກສະນະເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ແຕ່ການພັດທະນາ ຍັງພົບເຫັນການກະທໍາຈໍານວນໜື່ງ ທີ່ບໍ່ປະຕິບັດໄປຕາມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານໄຟຟ້າ ທີ່ກ່ຽວຂ້ອງກັບການດໍາເນີນກິດຈະການໄຟຟ້າ ຫຼື ທຸລະກິດໄຟຟ້າ ເປັນຕົ້ນ ການດໍາເນີນທຸລະກິດໄຟຟ້າໂດຍບໍ່ໄດ້ຮັບໃບອະນຸຍາດ, ການດໍາເນີນທຸລະກິດໄຟຟ້າເກີນຂອບເຂດທີ່ໃບອະນຸຍາດກໍານົດ, ການດໍາເນີນກິດຈະການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ທີ່ບໍ່ໄດ້ຮັບອະນຸຍາດ, ການບໍ່ປະຕິບັດມາດຕະຖານເຕັກນິກໄຟຟ້າ, ລະບຽບການທີ່ກະຊວງພະລັງງານໄດ້ກໍານົດໄວ້, ການສ້າງຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມ, ບໍ່ປະຕິບັດພັນທະພາສີ, ອາກອນ. ນອກນັ້ນ, ທາງພາກຈໍາໜ່າຍ ແລະ ພາກຜູ້ຊົມໃຊ້ ຍັງມີປາກົດການຈໍານວນໜຶ່ງທີ່ສະແດງໃຫ້ເຫັນເຖິງການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບວຽກງານໄຟຟ້າ ເຊັ່ນ: ລັກຕໍ່ໄຟຟ້າເຂົ້າເຮືອນຂອງຕົນ ຫຼື ລັກຕໍ່ໄຟຟ້າຈາກລະບົບຕາຂ່າຍຂອງລັດ ໂດຍບໍ່ແຈ້ງໃຫ້ໜ່ວຍງານທີ່ຮັບຜິດຊອບ, ການດັດແປງໝໍ້ນັບໄຟຟ້າ, ມ້າງເພທໍາລາຍ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ໝໍ້ນັບໄຟຟ້າ, ຍັງພົບເຫັນພະນັກງານລັດວິສາຫະກິດໄຟຟ້າຈໍານວນໜຶ່ງ ມີສ່ວນຮ່ວມ ແລະ ສົມຮູ້ຮ່ວມຄິດກັບຜູ້ຊົມໃຊ້ ລັກກະແສໄຟຟ້າ, ດັດແປງໝໍ້ນັບໄຟ ແລະ ລະເລີຍການປະຕິບັດໜ້າທີ່ຂອງຕົນ ຊຶ່ງການສະເມີດກົດໝາຍທີ່ໄດ້ກ່າວມາຂ້າງເທິງ ຍັງມີຫາງສຽງຂອງສັງຄົມເລື້ອຍມາ ຈົນຮອດປະຈຸບັນ.

ຜ່ານມາ ຂະແໜງການພະລັງງານ ແລະ ບໍ່ແຮ່ ມີການຈັດຕັ້ງ, ມີກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ ເພື່ອເປັນກົນໄກການຄຸ້ມຄອງ ນັບທັງມະຫາພາກ ແລະ ເອກະຊົນ. ແຕ່ລະພາກສ່ວນ ມີພາລະບົດບາດ, ຂອບເຂດສິດ, ມີ ໜ້າທີ່ສະເພາະຂອງໃຜລາວຢ່າງຊັດເຈນ. ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ຍັງມີຄວາມຫຍຸ້ງຍາກໃນການປະຕິບັດຕາມບົດບາດ, ໜ້າທີ່, ການຄຸ້ມຄອງບໍ່ໜັກແໜ້ນ, ການຄຸ້ມຄອງບໍ່ເປັນໄປຕາມມາດຕະຖານເຕັກນິກ ແລະ ລະບຽບກົດ    ໝາຍ ເຮັດໃຫ້ຍັງພົບເຫັນສະພາບ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບໄຟຟ້າ ແລະ ຍັງບໍ່ມີນິຕິກໍາ ຫຼື ມາດຕະການໃນການຄວບຄຸມທີ່ຊັດເຈນ ເພື່ອເປັນການປ້ອງກັນ ແລະ ຫຼຸດຜ່ອນ ຕໍ່ກັບບັນຫາດັ່ງກ່າວ ບໍ່ວ່າຈະເປັນການລະເມີດໃນດ້ານການດໍາເນີິນທຸລະກິດໄຟຟ້າ, ການຄຸ້ມຄອງ ສິດ ແລະ ພັນທະ ຂອງຜູ້ຈໍາໜ່າຍໄຟຟ້າ ແລະ ຜູ້ຊົມໃຊ້ໄຟຟ້າ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ຈໍາເປັນຕ້ອງໄດ້ມີເຄື່ອງມືທາງດ້ານນິຕິກໍາ ທີ່ກໍານົດອັດຕາປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ທີ່ລະເມີດ ເພື່ອເປັນຫຼັກການລວມ, ເປັນບ່ອນອີງໃຫ້ແກ່ຂະແໜງການພະລັງງານ ແລະ ບໍ່ແຮ່ ນໍາໃຊ້ເຂົ້າໃນການຄຸ້ມຄອງ, ກວດກາ, ຕິດຕາມ ໃນການຈັດຕັ້ງປະຕິບັດໃຫ້ເອກະພາບກັນໃນຂອບເຂດທົ່ວປະເທດ, ແນໃສ່ເຮັດໃຫ້ການເຄື່ອນໄຫວກ່ຽວກັບວຽກງານໄຟຟ້າຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຮັບປະກັນໃຫ້ການດໍາເນີນກິດຈະການ ແລະ ທຸລະກິດໄຟຟ້າ ໃຫ້ມີປະສິດທິຜົນສູງ. 

ສະນັ້ນ, ດວ້ຍເຫດຜົນທີ່ກ່າວມາຂ້າງເທິງ ແລະ ເພື່ອເປັນການຜັນຂະຫຍາຍ ມາດຕາ 115 ຂອງກົດໝາຍວ່າດ້ວຍໄຟຟ້າ ໃນການກໍານົດອັດຕາການປັບ  ໃໝຕໍ່ຜູ້ລະເມີດ, ເພື່ອເປັນເຄື່ອງມືທາງດ້ານນິຕິກໍາ ໃຫ້ແກ່ຂະແໜງການພະລັງງານ ແລະ ບໍ່ແຮ່ ນໍາໃຊ້ເຂົ້າໃນການຄຸ້ມຄອງ, ກວດກາ, ຕິດຕາມ ການລະເມີດ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານໄຟຟ້າ, ເພື່ອເປັນການ ສະກັດກັ້ນ ແລະ ຕ້ານ ບໍ່ໃຫ້ມີການລະເມີດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານໄຟຟ້າ ໃນຂອບເຂດທົ່ວປະເທດ. ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຕົກລົງສຸມໃສ່, ຮີບຮ້ອນ ສ້າງຮ່າງດໍາລັດສະບັບນີ້ຂຶ້ນມາ ເພື່ອເປັນບ່ອນອີງ ແລະ ເປັນເຄື່ອງມືໃນການຄຸ້ມຄອງວຽກງານໃນຂະແໜງພະລັງງານ ແລະ ບໍ່ແຮ່.