ແຂວງ ອັດຕະປື ເຊັນສັນຍາສຳປະທານຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກດິດ

          ວັນທີ 1 ມີນາ 2024 ຜ່ານມານີ້ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ມີພິທີເຊັນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກດິດ ຕ່າງໜ້າອຳນາດການປົກຄອງແຂວງລົງນາມເຊັນສັນຍາຄັ້ງນີ້ໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກ ພະລັງງານແລະ ບໍ່ແຮ່ແຂວງ ແລະ ທ່ານ ທິດສະຫວັນ ໄຊຍະແສງ ຮອງເຈົ້າເມືອງໆພູວົງ ຮ່ວມກັບ ທ່ານ ວິໄລສັກ ເພັດອາສາ ອຳນວຍການບໍລິສັດພັດທະນາຫີນປາໂກດິດອັດຕະປື ຈຳກັດຜູ້ດຽວ, ທ່ານ ວັນໄຊ ເພັດອາສາ ຮອງອຳນວຍການບໍລິສັດ ໂດຍຊ້ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງໆ ອັດຕະປື ພ້ອມດ້ວຍການນຳຂອງແຂວງ, ເມືອງ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
          ໂຄງການດັ່ງກ່າວ ຕັ້ງຢູ່ເຂດບ້ານ ຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື ຊຶ່ງມີໄລຍະເວລາການສຳປະທານທັງໝົດ 10 ປີ ໃນເນື້ອທີ່ 4.19 ເຮັກຕາ. ພາຍຫລັງໝົດສັນຍາ ບໍລິສັດສາມາດຕໍ່ໄດ້ ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ ແລະ ກົດໝາຍການລົງທຶນຂອງ ສປປ ລາວ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ. ໂຄງການນີ້ ມີກຳລັງການຜະລິດ 600 ແມັດກ້ອນຕໍ່ປີ, ມີມູນຄ່າການລົງທຶນ 80 ຕື້ກີບ ແລະ ເປັນການລົງທຶນຂອງເອກະຊົນພາຍໃນ ສປປ ລາວ 100%.

          ໃນພິທີດັ່ງກ່າວ ບໍລິສັດ ຍັງໄດ້ມອບພັນທະລ່ວງໜ້າ ຈຳນວນ 100.000 ໂດລາສະຫະລັດ ແລະ ມອບເງີນພັດທະນາແຂວງ ໃຫ້ອົງການປົກຄອງແຂວງ ຈຳນວນ 50.000 ໂດລາສະຫະລັດ ຕື່ມອີກ. ເປົ້າໝາຍຂອງໂຄງການ ແມ່ນເພື່ອປຸງແຕ່ງຫີນອ່ອນປາໂກດິດ, ຫີນປະດັບ ໃຫ້ເປັນຜະລິດຕະພັນເຄິ່ງສຳເລັດຮູບ, ຜະລິດຕະພັນສຳເລັດຮູບຕ່າງໆ ເຊັ່ນ: ຫີນອ່ອນແກະສະລັກ, ຫີນສະສົມ, ເປັນວັດຖຸມົງຄຸນ, ຫີນຕົບແຕ່ງບ້ານ, ເປັນເຄື່ອງໃຊ້, ເຄື່ອງປະດັບ, ຂອງທີ່ລະນຶກ, ເຄື່ອງຝາກຂອງຕ້ອນ ທີ່ມີຄຸນຄ່າທາງວັດທະນະທຳ ແລະ ຍັງເປັນການສ້າງວຽກເຮັດງານທຳ ໃຫ້ແຮງງານໃນທ້ອງຖິ່ນ ເຊິ່ງບັນດາຜະລິດຕະພັນຕ່າງໆ ຈະສະໜອງໃຫ້ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

ພາບ ແລະ ແຫຼ່ງຂ່າວ: ຂ່າວສານອອນລາຍ ອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506