ພິທີເປີດການນຳໃຊ້ໂຄງການໄຟຟ້າແສງຕາເວັນເຂດ ນາຫາວ-ນາວາງ, ເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທີນ, ເມືອງ ນາກາຍ, ແຂວງ ຄໍາມ່ວນ

          ໃນວັນທີ 07 ຕຸລາ 2022, ທີ່ເມືອງນາກາຍ ໄດ້ມີພິທີມອບຮັບໂຄງການໂຄງການໄຟຟ້າແສງຕາເວັນເຂດ ນາຫາວ-ນາວາງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ. ປອ ດາວວົງ ພອນແກ້ວ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄໍາມ່ວນ, ທ່ານ ບຽງຊ໋ອກ ຢູ (Byung seok yoo) ອຸປະທູດສະຖານເອກອັກຄະລັດສະທູດແຫ່ງ ສ.ເກົາຫລີປະຈຳ ສ ປປລາວ ພ້ອມດ້ວຍອຳນາດການປົກຄອງທ້ອງຖີ່ນ ປະຊາຊົນ, ພາກສ່ວນທີ່ກ່ຽວຂ້ອງຂົ້າຮ່ວມ.

           ໃນປັດຈຸບັນ, ຂະແໜງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງແຕ່ລະຂັ້ນ ກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ພວກເຮົາພວມສຸມໃສ່ຈັດຕັ້ງປະຕິບັດແຜນພັດວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ IX (2021-2025) ຕາມທິດ : ຜະລິດພະລັງງານ ແລະ ຂຸດຄົ້ນແຮ່ທາດທີ່ສະອາດ, ມີປະສິດທິຜົນ, ເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ ສຸມໃສ່ພັດທະນາຕາມໂຄງປະກອບທີ່ມີລັກສະນະຮອບດ້ານຄື: ການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ, ການພັດທະນາລະບົບສາຍສົງ-ສະຖານີ, ການພັດທະນາດ້ານການບໍລິການ ແລະ ການຊົມໃຊ້, ການພັດທະນາພະລັງງານທົດແທນ ແລະ ການພັດທະນາການດຳເນີນທຸລະກິດພະລັງງານ.

          ພ້ອມກັນນັ້ນຍັງໄດ້ສຸມໃສ່ພັດທະນາແຫຼ່ງຜະລິດພະລັງງານ, ບົນພື້ນຖານຂຸດຄົ້ນທ່າແຮງບົ່ມຊ້ອນຂອງປະເທດຊາດ ຊຶ່ງປະກອບດ້ວຍ:ແຫຼ່ງພະລັງງານນໍ້າ,ພະລັງງານຊີວະມວນ, ຄວາມຮ້ອນຖ່ານຫີນ ແລະ ພະລັງງານແສງຕາເວັນ. ເພື່ອເປັນການສົ່ງເສີມການພັດທະນາພະລັງງານໄຟຟ້າແສງຕາເວັນ ແມ່ນຍຸດທະສາດທີ່ສໍາຄັນໃນການພັດທະນາອຸດສາຫະກໍາພະລັງງານຢູ່ປະເທດເຮົາ, ແນໃສ່ເພື່ອຜະລິດພະລັງງານທີ່ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ, ຮັບປະກັນໃຫ້ແກ່ການເຂົ້າເຖິງການຊົມໃຊ້ພະລັງງານໄຟຟ້າຂອງປະຊາຊົນຢູ່ຊົນນະບົດ ໂດຍຖືເອົາວຽກງານການພັດທະນາໄຟຟ້າໄປສູ່ຊົນນະບົດ,ໄປສູ່ເຂດພູດອຍ,ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດໃນໄລຍະຕໍ່ຕ້ານ ແລະ ຖືເອົາວຽກງານດັ່ງກ່າວຕິດພັນຢ່າງສະໜິດແໜ້ນກັບວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກໃນໝູ່ປະຊາຊົນບັນດາເຜົ່າ ແລະ ວຽກງານ 3 ສ້າງ.

           ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຍັດພະລັງງານ ລາຍງານໃຫ້ຮູ້ວ່າ: ໃນປັດຈຸບັນໃນທົ່ວປະເທດພວກເຮົາມີໂຄງການພັດທະນາໄຟຟ້າແສງຕາເວັນທີ່ໄດ້ຮັອະນຸມັດແລ້ວ 25 ໂຄງການ.ໃນນີ້: ສູນກາງອະນຸມັດມີ 18 ໂຄງການ ແລະ ທ້ອງຖິ່ນອະນຸມັດ 7 ໂຄງການ ມາຮອດປັດຈຸບັນໄດ້ສໍາເລັດການກໍ່ສ້າງແລະ ເປີດດໍາເນີນການຜະລິດກະແສໄຟຟ້າແລ້ວ 7 ໂຄງການ, ດ້ວຍກໍາລັງຕິດຕັ້ງ 56 ເມກາວັດ ແລະ ມີກໍາລັງການຜະລິດ 94,65 GWh/ປີ ແລະ ພວມສຶກສາຄົ້ນຄວ້າອີກ 25 ໂຄງການ. ມາຮອດປັດຈຸບັນມີປະຊາຊົນທີ່ຢູ່ຊົນນະບົດເຂດຫ່າງໄກ, ສອກຫຼີກໄດ້ເຂົ້າເຖິງການຊົມໃຊ້ກະແສໄຟຟ້າແສງຕາເວັນແລ້ວ 1.155 ຄອບຄົວ.

​​ຜົນສຳເລັດຂອງການພັດທະນາໂຄງການໄຟຟ້າແສງຕາເວັນທີ່ບ້ານ ນາຫາວ-ນາວາງ, ເຂດອຸດທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ເມືອງນາກາຍ, ແຂວງ ຄໍາມ່ວເຊີ່ງເປັນໂຄງການຊ່ວຍເຫລືອລ້າຈາກສະຖາບັນເກົາຫລີຫລືເພື່ອຄວາມກ່າວໜ້າທາງດ້ານເຕັກໂນໂລຊີປະເທດສ.ເກົາຫລີ, ແມ່ນຜົນສຳເລັດທີ່ສຳຄັນ ແລະ ມີລັກສະນະຍຸດທະສາດ ມີຄວາມເຊື່ອໝັ້ນວ່າ : ຜົນສໍາເລັດຂອງໂຄງການນີ້ ຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນທ້ອງຖິ່ນຊົນນະບົດ,ເຂດຫ່າງໄກທີ່ການຂະຫຍາຍລະບົບສາຍສົ່ງເຂົ້າໄປບໍ່ທັນຮອດ,ໂດຍສະເພາະແມ່ນການເຂົ້າເຖິງການຊົມໃຊ້ກະແສໄຟຟ້າຂອງປະຊາຊົນບັນດາເຜົ່າ , ຊີວິດການເປັນຢູ່, ສະພາບເສດຖະກິດ-ສັງຄົມ ແລະ ດ້ານອື່ນໆໃນຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າໃນບໍລິເວນເຂດອຸດທິຍານແຫ່ງຊາດນາກາຍ-ນໍ້າເທິນ, ເມືອງ ນາກາຍ, ແຂວງ ຄໍາມ່ວນ ຈະມີການປ່ຽນແປງດ້ວຍບາດກ້າວຂະຫຍາຍຕົວທີ່ດີຂຶ້ນ, ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກໃນໝູ່ປະຊາຊົນບັນດາເຜົ່າໄດ້ຢ່າງໜັກແໜ້ນ.

ແລະຮຽກຮ້ອງໃຫ້ອຳນາດການປົກຄອງແຕ່ລະຂັ້ນຈົ່ງໄດ້ສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອປະກອບສ່ວນເຂົ້າໃນການປົກປັກຮັກສາແຫຼ່ງຜະລິດກະແສໄຟຟ້າແສງຕາເວັນແຫ່ງນີ້ໃຫ້ສາມາດດຳເນີນການຜະລິດກະແສໄຟຟ້າດ້ວຍຄວາມປອດໄພ ແລະ ໝັ້ນຄົງ.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ