
ໃນຕອນບ່າຍວັນທີ 25 ມີນາ 2025 ນີ້, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບບັນດາ ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງ ສປປລາວ ທີ່ຖືກແຕ່ງຕັ້ງໄປປະຈຳຢູ່ຕ່າງປະເທດໃນນັ້ນມີ ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ຍີ່ປຸ່ນ; ທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ອົດສະຕຣາລີ; ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາໂອຕຣິດ; ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ສາທາລະນະລັດ ສິງກະໂປ ແລະ ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ.

ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ຍີ່ປຸ່ນ ຕາງໜ້າໃຫ້ບັນດາ ທ່ານ ທູດ ສປປລາວ ທີ່ຈະໄປປະຈໍາຢູ່ຕ່າງປະເທດ ສະເໜີຈຸດປະສົງທີ່ເຂົ້າມາຢ້ຽມຢາມ ແລະ ພົບປະຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ວ່າ: ເພື່ອພົບປະ, ແລກປ່ຽນຂໍ້ມູນກ່ຽວກັບການສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດໃນວຽກຂະແໜງພະລັງງານ ແລະ ບໍ່ແຮ່ ເພື່ອເປັນຂໍ້ມູນໃນການພົບປະ, ຊຸກຍູ້ ລັດຖະບານ ກໍ່ຄືການໂຄສະນາ, ຊວນເຊື່ອໃຫ້ນັກທຸລະກິດຂອງແຕ່ລະປະເທດເຂົ້າມາລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ແຕ່ລະໄລຍະ ໃນນີ້ ທ່ານ ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ, ບົດບາດຄວາມສຳຄັນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ; ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການພັດທະນາຂະແໜງການໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງອອກ. ທ່ານ ຮອງລັດຖະມົນຕີ ຍັງລາຍງານການຮ່ວມມືຊ່ວຍເຫຼືອ ແລະ ການລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງບັນດາປະເທດຕ່າງໆ ໂດຍສະເພາະ ຢີ່ປຸ່ນ, ອົດສະຕາລີ, ໂອຕຣິດ, ສິງກະໂປ ແລະ ອາຊຽນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຕື່ມອີກ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506