ທ່ານ ສີນາວາ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ

          ພິທີປະກາດການແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ເປັນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ຈັດຂືຶ້ນໃນຕອນບ່າຍ ວັນທີ 26 ກຸມພາ 2024 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ), ພາຍໃຕ້ການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ; ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.
           ໃນພິທີ ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ໂດຍແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມອບລັດຖະດຳລັດການແຕ່ງຕັ້ງດັ່ງກ່າວ ໃຫ້ແກ່ ທ່ານ ສີນາວາ ສຸພານຸວົງ. ພ້ອມທັງ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ແກ່ທ່ານລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານໃນການປະຕິບັດໜ້າທີ່ຂອງ ທ່ານ ສີນາວາ ສຸພານຸວົງ ໃນໄລຍະຜ່ານມາ ຊຶ່ງເປັນພະນັກງານສະມາຊິກພັກປະຕິວັດ, ເປັນລູກຫຼານອະດີດການນຳຂັ້ນສູງສຸດຂອງປະເທດ ທີ່ຮ່ວມກໍ່ຕັ້ງ ສປປ ລາວ, ເປັນພະນັກງານນຳພາຫຼັກແຫຼ່ງ ທີ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈ ຈາກສະມາຊິກພັກ-ພະນັກງານ ແລະ ມະຫາຊົນ, ການທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ແມ່ນເປັນຕຳແໜ່ງທີ່ສຳຄັນຫຼາຍ ທີ່ຈະໄດ້ຊ່ວຍວຽກງານ ຂອງລັດຖະບານ ເວົ້າລວມ, ເວົ້າສະເພາະຊ່ວຍ ທ່ານນາຍົກລັດຖະມົນຕີ ແລະ ລົງເລິກຊ່ວຍວຽກທ່ານຮອງນາຍົກລັດຖະມົນຕີ ທັງຈະໄດ້ນໍາພາ-ຊີ້ນໍາການປະຕິບັດວຽກງານຕົວຈິງ ຢູ່ບັນດາກະຊວງ ແລະ ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ. ນອກນັ້ນ, ຍັງໄດ້ກ່າວວ່າ: ການບູລະນະການຈັດຕັ້ງ, ການແຕ່ງຕັ້ງ, ສັບຊ້ອນພະນັກງານ ແມ່ນກົດເກນພາວະວິໄສແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ-ລັດເຮົາ, ທຸກໆການຈັດຕັ້ງກໍລ້ວນແຕ່ມີການເຄື່ອນເໜັງ, ປັບປຸງໄປຕາມໜ້າທີ່ການເມືອງແຕ່ລະໄລຍະ, ພະນັກງານກໍມີການສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃຫ້ແທດເໝາະກັບຄຸນສົມບັດ, ລະດັບຄວາມຮູ້-ຄວາມສາມາດ ແລະ ປະສົບການຕົວຈິງຂອງແຕ່ລະຄົນ.

          ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ ທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ກໍຄືການນຳພາວຽກງານວິຊາສະເພາະຂອງຕົນ ໃຫ້ສູງຂຶ້ນກວ່າ ເກົ່າ, ມີຄວາມເສຍສະຫຼະ ເພື່ອສ່ວນລວມ ແລະ ຍາມໃດ ກໍຖືຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ; ການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານ ຕ້ອງຮັບປະກັນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ; ຈັດຕັ້ງປະຕິບັດວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ບຸກຄົນຮັບຜິດຊອບ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ເຮັດໃຫ້ບັນຍາກາດໃນການເຮັດວຽກ ເປັນຂະບວນການຢ່າງຕັ້ງໜ້າ; ເອົາໃຈໃສ່ສ້າງຄວາມເປັນແບບຢ່າງນໍາໜ້າ ທາງດ້ານການດຳລົງຊິວິດ ທີ່ສັດຊື່ບໍລິສຸດ ແລະ ປອດໃສຂາວສະອາດ. ນອກນັ້ນ ຍັງໄດ້ສະເໜີຄະນະປະຈຳພັກ, ຄະນະພັກ-ຄະນະນໍາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຖານະເປັນອົງການເສນາທິການລວມ, ເປັນໃຈກາງປະສານງານລວມຂອງລັດຖະບານ ມີກົນໄກສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ໃຫ້ທ່ານລັດຖະມົນຕີທີ່ມາຮັບໜ້າທີ່ໃໝ່ ສາມາດເຄື່ອນໄຫວວຽກງານໄດ້ສະດວກວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ການຕິດຕາມ ແລະ ປະເມີນຜົນໃນການປະຕິບັດໜ້າທີ່ຂອງພະນັກງານ ຕາມລະບຽບຫຼັກການຂອງພັກຢ່າງພາວະວິໄສ, ແນໃສ່ຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ຂອງພະນັກງານທຸກຂັ້ນ, ເຮັດໃຫ້ການຊັບຊ້ອນ, ຈັດວາງ ແລະ ກໍ່ສ້າງພະນັກງານ ຖືກຕ້ອງກັບໜ້າທີ່ວຽກງານ ແລະ ຖືກເປົ້າໝາຍ.

ແຫຼ່ງຂ່າວ: ກົມປະຊາສຳພັນ, ຫສນຍ.
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506