ຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຢ່າງສຸດໃຈ(2 ທັນວາ 1975 ຫາ 2 ທັນວາ 2022)

          ບົນພື້ນຖານແຫ່ງໄຊຊະນະຂອງຂະບວນການລຸກຮື້ຂຶ້ນໃນຂອບເຂດທົ່ວປະເທດ ຊຶ່ງໄດ້ທັບມ້າງບັນດາກຳລັງ ແລະ ກົງຈັກການຈັດຕັ້ງຂອງກຸ່ມນາຍທຶນ ແລະ ສັກດິນາປະຕິການ ທີ່ເປັນເຄື່ອງມືຂອງຈັກກະພັດ ຊຶ່ງຄອບງຳປະເທດເຮົາມາເປັນເວລາຍາວນານ ໃຫ້ມຸ່ນທະລາຍລົງ, ຍາດເອົາອຳນາດການປົກຄອງໃນຂອບເຂດທົ່ວປະເທດມາສູ່ມືປະຊາຊົນ ແລະ ໂດຍຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງປະຊາຊົນລາວບັນດາດຜົ່າ ແລະ ອີງໃສ່ສະພາບແວດລ້ອມທີ່ພວມສຸກງອມ. ພັກເຮົາໄດ້ຕົກລົງຮຽກໂຮມກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ຕົກລົງລົບລ້າງລະບອບລາຊາທິປະໄຕ, ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະ¬ຊາ¬ຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ເດືອນ ທັນວາ ປີ1975.
          ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ເດືອນທັນວາ ປີ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ຢ່າງເນື່ອງນິດລຽນຕິດຂອງປະຊາຊົນລາວບັນດາເຜົ່າ ໃນຕະຫຼອດໄລຍະເວລາເກືອບໜຶ່ງສະຕະວັດ ຕ້ານຈັກກະພັດຜູ້ຮຸກຮານ ເປັນຕົ້ນແມ່ນ ພາຍຫຼັງການຕໍ່¬ສູ້ກູ້ຊາດທີ່ລະອິດລະອ້ຽວ, ລຳບາກຍາວນານ ແລະ ສະຫງ່າອົງອາດ ຕ້ານຈັກກະພັດອາເມລິກາ ແລະ ພວກລູກມື ເປັນເວລາ 30 ປີພາຍໃຕ້ການນຳພາອັນຖືກຕ້ອງ, ສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ;
ການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ປະຊາຊົນລາວໄດ້ແລກມາດ້ວຍເລືອດ ແລະ ຊີວິດ ແລະ ແມ່ນການຂຽນໜ້າປະຫວັດສາດທີ່ສະຫງ່າອົງອາດກວ່າໝູ່, ຮຸ່ງເຮືອງເຫຼືອງເຫຼື້ອມ ກວ່າໝູ່ຂອງຊາດເຮົາ ຊຶ່ງມັນໄດ້ເປັນການປົດແອກປົກຄອງຂອງຈັກກະພັດ ແລະ ສັກດິນາ ທີ່ໄດ້ເຕັງຄໍປະຊາຊົນລາວບັນດາເຜົ່າມາເປັນເວລາຫຼາຍຮ້ອຍປີນັ້ນອອກໄປຕະຫຼອດການ.
         ໄຊຊະນະຂອງວັນທີ 2 ທັນວາ 1975 ໄດ້ເຮັດໃຫ້ຊະຕາກຳຂອງຊາດ ແລະ ສັງຄົມລາວມີການຫັນປ່ຽນຢ່າງເລິກເຊິ່ງ ອັນໄດ້ເປັນການໄຂສັງກາດໃໝ່, ສັງກາດອັນແສນສົດໃສ ແຫ່ງການສ້າງປິຕຸພູມອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ກ້າວເດີນໄປບົນເສັ້ນທາງເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ມັ່ງຄັ່ງເຂັ້ມແຂງ.
          ການສ້າງຕັ້ງ ລັດ ສປປລາວ ໃນວັນທີ 2 ທັນວາ 1975 ແມ່ນການສະຫຼຸບລວມຍອດ ແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືບົນເສັ້ນທາງທີ່ລະອິດລະອ້ຽວ, ຫຍຸ້ງຍາກ, ລໍາບາກ, ຍາວນານ ແລະ ເຕັມໄປດ້ວຍການເສຍສະຫຼະອັນຍິ່ງໃຫຍ່ຂອງ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ.
          ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ເດືອນທັນວາ ປີ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ຢ່າງເນື່ອງນິດລຽນຕິດຂອງປະຊາຊົນລາວບັນດາ-ເຜົ່າ ໃນຕະຫຼອດໄລຍະເວລາເກືອບໜຶ່ງສະຕະວັດ ຕ້ານຈັກກະພັດຜູ້ຮຸກຮານ ເປັນຕົ້ນແມ່ນ ພາຍຫຼັງການຕໍ່ສູ້ກູ້ຊາດທີ່ລະອິດລະອ້ຽວ, ລຳບາກຍາວນານ ແລະ ສະຫງ່າອົງອາດ ຕ້ານຈັກກະພັດອາເມລິກາ ແລະ ພວກລູກມື ເປັນເວລາ 30 ປີພາຍໃຕ້ການນຳພາອັນຖືກຕ້ອງ, ສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ;
ບົນເສັ້ນທາງແລ້ວການດຳເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເພື່ອກ້າວຂຶ້ນນັ້ນ, ໃນຕະຫຼອດໄລຍະເວລາ 47 ປີທີ່ຜ່ານມາ ຊຶ່ງຖ້າທຽບໃສ່ເສັ້ນທາງປະຫວັດສາດຂອງຊາດໜຶ່ງໆແລ້ວ ແມ່ນຍັງແມ່ນໄລຍະເວລາສັ້ນໆ, ໂດຍສະເພາະໃນຍ່ານທາງເບື້ອງຕົ້ນຂອງການສະຖາປະນາ ສປປ ລາວ ແລ້ວ, ພວກເຮົາໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ຜ່ານການທົດສອບຮ້ອຍແປດພັນປະການ ຊຶ່ງອັນທີ່ພົ້ນເດັ່ນແມ່ນ : ຈຸດເລີ້ມຂອງການພັດທະນາປະເທດຊາດຂອງພວກເຮົາໃນທຸກດ້ານແມ່ນ ມາຈາກລະດັບຕ່ຳ, ພ້ອມດຽວກັນນີ້, ສັດຕູ ແລະ ອິດທິກຳລັງທີ່ເປັນປໍລະປັກ ຍັງຄົງ ບໍ່ປະລະກົນອຸລາຍ ແລະ ຍັງສືບຕໍ່ເຄື່ອນໄຫວທຳລາຍ, ມ້າງເພ ແລະ ສະກັດກັ້ນບາດກ້າວເດີນຂອງ ສປປ ລາວຢູ່ຕະຫຼອດເວລາ.
          ແຕ່, ເຖິງແນວໃດກໍຕາມ, ພັກເຮົາກໍ່ໄດ້ເດັດດ່ຽວນຳພາປວງຊົນລາວທັງຊາດ ຜ່ານຜ່າອຸປະສັກ ແລະການທົດສອບດັ່ງກ່າວດ້ວຍການດຳເນີນ 2 ໜ້າທີ່ຍຸດທະສາດຄື : ປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ ກ້າວຂຶ້ນດ້ວຍບາດກ້າວທີ່ໜັກແໜ້ນ. ອັນທີ່ເປັນພື້ນຖານກວ່າໝູ່ແມ່ນ ພວກເຮົາສາມາດປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການກໍ່ສ້າງ, ປົວແປງ, ປັບປຸງ ແລະ ຍົກສູງຂຶ້ນຢ່າງຈະແຈ້ງ.
          ຜົນສໍາເລັດໃນການດຳເນີນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນຕະຫຼອດໄລຍະ 47 ປີທີ່ຜ່ານມາ, ໄດ້ເປັນການຢືນຢັນຢ່າງໜັກແໜ້ນເຖິງມູນເຊື້ອອັນດີງາມ ແລະ ຄວາມປີຊາສາມາດຂອງພັກ ປະຊາຊົນປະຕິວັດລາວ ຊຶ່ງຍາມໃດກໍສັດຊື່ບໍລິສຸດ ແລະ ຢຶດໝັ້ນໃນອຸດົມການ ກໍຄືທາດແທ້ຂອງພັກປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ; ຍາມໃດກໍໄດ້ເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງ ແຮງສັງລວມພາຍໃນຊາດ ສົມທົບກັບກໍາລັງແຮງຂອງຍຸກສະໄໝ, ສາມາດເຮັດສໍາເລັດພາລະກໍາປະຫວັດສາດ ໄດ້ຢ່າງສົມກຽດ.
ຜົນສໍາເລັດໃນການດຳເນີນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນຕະຫຼອດໄລຍະ 47 ປີທີ່ຜ່ານມາ ຍັງແມ່ນຜົນສຳເລັດລວມຍອດແຫ່ງຄວາມສາມັກຄີເປັນເອກະພາບ, ຄວາມຮັກຫອມຕ່ອມຕູ້ມຂອງປະຊາຊົນລາວບັນດາເຜົ່າ ຊຶ່ງຍາມໃດກໍ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເພື່ອພາລະກິດສ້າງສາປະເທດຊາດ ແລະ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ແມ່ນຜົນສຳເລັດທີ່ໄດ້ມາຈາກການສະໜັບສະໜູນ, ຮ່ວມມື, ຊ່ວຍເຫຼືອຢ່າງມີຜົນສັກສິດຂອງບັນດາປະ¬ເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆອີກດ້ວຍ.
          ໃນປັດຈຸບັນນີ້, ພັກເຮົາພວມສືບຕໍ່ນຳພາການດຳເນີນພາລະກິດປ່ຽນແປງໃໝ່ ໂດຍຜ່ານການຈັດຕັ້ງປະຕິ-ບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ພັດທະນາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.
          ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ພວມດຳເນີນຢູ່ໃນສະພາບ ແລະ ທ່າອ່ຽງໃນດ້ານຕ່າງໆ ທີ່ມີກາລະໂອກາດຢ່າງຫຼວງຫຼາຍ; ແຕ່, ກໍມີສິ່ງທ້າທາຍທີ່ໃຫຍ່ຫຼວງຫຼາຍປະການ ຊຶ່ງອັນທີ່ພົ້ນເດັ່ນແມ່ນ : ການລະບາດຂອງພະຍາດໂຄວິດ-19 ຍັງແມ່ນໄພພິບັດຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແກ່ຊີວິດ ແລະ ພື້ນຖານ ເສດຖະກິດ-ສັຄົມຂອງມວນມະນຸດຊາດ, ນັບທັງ ສປປ ລາວພວກເຮົາໃນລະດັບທີ່ໜັກໜ່ວງ, ບວກກັບໄພທໍາມະຊາດ, ພາວະຖົດຖອຍທາງດ້ານເສດຖະກິດຂອງທົ່ວໂລກ, ພາກພື້ນ ແລະ ຄວາມຫຍຸ້ງຍາກດ້ານອື່ນໆ ຊຶ່ງມັນເລັ່ງທວງໃຫ້ພວກເຮົາ ຈະຕ້ອງໄດ້ສ້າງຄວາມຕັດສິນໃຈ, ຄວາມເປັນເຈົ້າການໃນລະດັັບສູງກວ່າເກົ່າ, ເດັດດ່ຽວຜ່ານຜ່າບັນດາຂໍ້ຫຍຸ້ງຍາກເພື່ອສືບຕໍ່ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນໄປສູ່ຄວາມຍືນຍົງ.
          ພວກເຮົາມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ : ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ດ້ວຍແນທາງປ່ຽນແປງໃໝ່ທີ່ຖືກຕ້ອງສອດຄ່ອງ, ດ້ວຍມູນເຊື້ອຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນ, ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາຈະຕ້ອງຂຶ້ນດ້ວຍບາດກ້າວ, ທ່ວງທ່າທີ່ໜັກ ແໜ້ນ, ເຂັ້ມແຂງ ແລະ ມີໄຊຢ່າງສະຫງ່າງາມ.
ນໍ້າໃຈວັນຊາດ ທີ 2 ທັນວາ ຄົບຮອບ 47 ປີໝັ້ນຍືນ
ຂຽນໂດຍ: ວິລັດ ຜິວອອນ
ຮຽບຮຽງໂດຍ: ຄຳແສງ ແກ້ວປະເສີດ