ກອງປະຊຸມເປີດກວ້າງຜູ້ມີສ່ວນຮ່ວມຄັ້ງທີ 11 ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ

ໃນວັນທີ 30 ພະຈິກ 2021 ຜ່ານ​ມານນີ້, ທີ່ໂຮງແຮມແລນມາກ, ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດເຂົ້າຮ່ວມກ່າວເປີດກອງປະຊຸມເປີດກວ້າງຜູ້ມີສ່ວນຮ່ວມຄັ້ງທີ 11 ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ, ​ເຊິ່ງແມ່ນກິດຈະກຳໜຶ່ງຂອງຂະບວນການປຶກສາຫາລືລ່ວງໜ້າ ສໍາລັບໂຄງການເຂື່ອນໄຟຟ້າພະລັງນໍ້າຊະນະຄາມ ພາຍໃຕ້ຂະບວນການແຈ້ງໃຫ້ຊາບ ການປຶກສາຫາລືລ່ວງໜ້າ ແລະ ການເຮັດຂໍຕົກລົງ ຫຼື Procedure for Notification Prior Consultation and Agreement-PNPCA ຂອງຂອບການຮ່ວມມືສັນຍາແມ່ນໍ້າຂອງປີ 1995.

ກອງປະຊຸມຄັ້ງນີ້, ມີບັນດາຜູ້ແທນເຂົ້າຮ່ວມຈາກຂະແໜງການຕ່າງໆ ປະກອບດ້ວຍກະຊວງພະລັງງານ ແລະ ບໍ່ແຮ່, ກະ ຊວງກະສິກຳ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ນອກຈາກນີ້ ຍັງມີຜູ້ແທນຈາກກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ຂອງບັນດາປະເທດສະມາຊິກຄະນະກຳມາທິການແມ່ນໍ້າຂອງສາກົນ, ບັນດາອົງການຈັດຕັ້ງທາງສັງຄົມ, ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດ ຖະບານ,​ ບັນດາຜູ້ຊ່ຽວຊານ ແລະ ກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ.

 

ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເປັນເວລາ 02 ວັນເຕັມ, ໃນວັນທີ 29-30 ພະຈິກ 2021 ເຊິ່ງໄດ້ແບ່ງອອກເປັນ 02 ຫົວຂໍ້ໃຫຍ່ ຄື: (1) ວັນທີ 29 ພະຈິກ 2021 ແມ່ນການປຶກສາຫາລື ກ່ຽວກັບການປະຕິບັດງານຂອງໂຄງການເຂື່ອນໄຟຟ້າແບບຍືນຍົງ ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ດ້ານຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງໂຄງການເຂື່ອນໄຟຟ້າໃນອ່າງແມ່ນໍ້າຂອງ ແລະເນັ້ນໃສ່ການພັດທະນາ, ການຄຸ້ມຄອງ ແລະການດໍາເນີນງານຂອງເຂື່ອນໄຟຟ້າພະລັງນໍ້າໃນແມ່ນສາຍດຽວ (ເຂື່ອນຂັ້ນໄດ) ໂດຍມີຈຸດປະສົງຫຼັກເພື່ອ: 1) ປຶກສາຫາລືກ່ຽວກັບຂະບວນການທີ່ກ່ຽວຂ້ອງກັບການແລກປ່ຽນຂໍ້ມູນຂ່າວສານ, ການປະສານງານ, ການດຳ ເນີນງານ ເພື່ອເພີ່ມປະສິດທິພາບການດຳເນີນງານ ແລະຄວາມຍືນຍົງຂອງບັນດາໂຄງການເຂື່ອນໄຟຟ້າພະລັງນໍ້າ ພາຍໃຕ້ສະພາບການຂ້າມຜ່ານຊາຍແດນຂອງອ່າງແມ່ນໍ້າຂອງ; 2) ປຶກສາຫາລືກ່ຽວກັບບົດບາດຂອງຜູ້ພັດທະນາໂຄງການ, ຜູ້ປະກອບການ, ອົງການຈັດຕັ້ງພາກລັດ ແລະ ອົງການຈັດ ຕັ້ງລະດັບພາກພື້ນ ລວມທັງອົງການຈັດຕັ້ງທາງສັງຄົມ (Civil Society Organizations-CSOs) ຫຼືອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (Non-Governmental Organizations-NGOs) ກ່ຽວກັບຂະບວນການແບ່ງປັນຂໍ້ມູນຂ່າວສານ ແລະການປະສານງານໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ; 3) ສະເໜີກົນໄກຕ່າງໆ ສຳລັບການດຳເນີນງານ ແລະການຄຸ້ມຄອງເຂື່ອນໄຟຟ້າພະລັງນໍ້າຢ່າງມີປະສິດທິພາບ ແລະຄວາມຮັບຜິດຊອບຕໍ່ອ່າງແມ່ນ້ຳຂອງ. (2) ວັນທີ 30 ພະຈິກ 2021 ແມ່ນການປຶກສາຫາລືລະດັບພາກພື້ນ ເພື່ອແລກປ່ຽນ ແລະປຶກສາຫາລືກັບພາກສ່ວນກ່ຽວຂ້ອງຂອງຂະບວນການ (Prior Consultation-PC) ສໍາລັບໂຄງການເຂື່ອນໄຟຟ້າພະລັງນໍ້າຊະນະ ໂດຍມີຈຸດປະສົງຫຼັກເພື່ອ: 1) ຮັບ​ຟັງ​ຄວາມຄືບໜ້າ ​ແລະ​ການ​ປັບ​ປຸງ​ຜົນ​ໄດ້​ຮັບ​ຈາກ​ການ​ປຶກ​ສາ​ຫາ​ລືພາຍໃນ; 2) ປຶກສາຫາລື ແລະປະກອບຄໍາເຫັນໃສ່ ຮ່າງບົດລາຍງານການທົບທວນດ້ານວິຊາການ (Technical Review Report-TRR) ສະບັບສຸດທ້າຍ ພາຍໃຕ້ຂະບວນການປຶກສາຫາລືລ່ວງໜ້າ (Prior Consultation-PC) ຂອງໂຄງການເຂື່ອນໄຟຟ້າພະລັງນໍ້າຊະນະຄາມ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການລາຍງານຈາກຕົວແທນຂອງບັນດາປະເທດສະມາຊິກ ແລະ ກອງເລ ຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ກໍໄດ້ປຶກສາຫາລືແລກປ່ຽນບົດຮຽນ ລະຫວ່າງຕົວແທນຈາກສາມປະ ເທດສະມາຊິກ ແລະ ຜູ້ພັດທະນາໂຄງການ ໃນແຕ່ລະດ້ານທີ່ເຫັນວ່າອາດຈະມີຜົນກະທົບທີ່ຈະຕ້ອງໄດ້ພິຈາລະນາ ເຊັ່ນ: 1) ອຸທົກກະສາດ; 2) ການເດີນເຮືອ; 3) ການເຄື່ອນຍ້າຍຕະກອນ; 4) ການເຄື່ອນຍ້າຍ (ທາງຂຶ້ນ-ລົງ ສໍາລັບປາ) ແລະ ການອະນຸລັກປາ, 5)​ຄວາມປອດໄພຂອງເຂື່ອນ ແລະ 6) ການບໍລິຫານຈັດການເຂື່ອນ.

 

ແຫຼ່ງ​ຂໍ້​ມູນ ແລະ ພາບ: ກອງ​ເລ​ຂາ​ການ​ນຳ​ກະ​ຊວງ

ຮຽບ​ຮຽງ​ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ