
ໃນຕອນບ່າຍວັນທີ 19 ກໍລະກົດ 2023 ຜ່ານມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຫ້ອງການ, ບັນດາກົມ, ພະແນກອ້ອມຂ້າງທີ່ກ່ຽວຂ້ອງ ລົງເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ເກືອໂປຕາສ ຂອງບໍລິສັດ ບໍ່ແຮ່ ປຸ໋ຍກາລີ ລາວ-ຈີນ ຈຳກັດຜູ້ດຽວ ທີ່ໄດ້ເຊັນສັນຍາສໍາປະທານ ກັລັດຖະບານ ທີ່ບ້ານ ທົ່ງມັ່ງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ໃນການລົງເຄື່ອນໄຫວນັ້ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະຜູ້ບໍລິຫານຂອງບໍລິສັດ ແລະ ພະນັກງງານ-ກຳມະກອນ ພາຍໃນບໍລິສັດ.

ຈຸດປະສົງ ໃນການລົງຕິດຕາມ ແລະ ຊຸກຍູ້ໂຄງການລົງທຶນການຂຸດຄົ້ນບໍ່ແຮ່ຂອງທ່ານລັດຖະມົນຕີໃນຄັ້ງນີ້, ກໍເພື່ອແນໃສ່ການຮັບປະກັນໃຫ້ໂຄງການດັງກ່າວດຳເນີນການເຄື່ອນໄຫວໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດວາງອອກ. ໃນໂອກາດດັ່ງກ່າວ ຕາງໜ້າບໍລິສັດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ ພາຍຫຼັງທີ່ເຊັນສັນຍາກັບລັດຖະບານເປັນຕົ້ນມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ນັບຕັ້ງແຕ່ຂັ້ນຕອນການກະກຽມ, ການຂຸດຄົ້ນ, ການຜະລິດ, ການແຍກຄຸນນະພາບຂອງແຮ່ທາດ, ກຳລັງການຜະລິດຂອງເຄື່ອງຈັກ ລວມທັງສະພາບອາກາດທີ່ບໍ່ເອື້ອຍອໍານວຍຄວາມສະດວກ, ການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ, ຜົນຜະລິດທີ່ໄດ້ຮັບ, ການມອບພັນທະອາກອນໃຫ້ລັດ ແລະ ອື່ນໆອີກ.

ພາຍຫຼັງໄດ້ຮັບການລາຍງານຈາກຜູ້ລົງທຶນແລ້ວ, ທ່ານ ລັດຖະມົນຕີ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ບໍລິສັດຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກຂອງຕົນ ໃຫ້ຖືກຕ້ອງໄປຕາມຫຼັກການ ໂດຍການປະຕິບັດວຽກງານຕ້ອງຄໍານຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສົງຄົມເປັນຫຼັກ ໃນນີ້ໃຫ້ຖືເອົາການປົກປັກຮັກສາ ສິ່ງແວດລ້ອມທີ່ຢູ່ອ້ອມຂ້າງ ພ້ອມທັງເອົາໃຈໃສ່ປະກອບສ່ວນພັດທະນາທ້ອງຖິ່ນທີ່ໂຄງການຕັ້ງຢູ່ເປັນອັນຕົ້ນຕໍ່, ໃນກໍລະນີພົບບັນຫາ ຕ້ອງຮີບຮ້ອນລາຍງານ ລັດຖະບານ ເພື່ອພ້ອມກັນປຶກສາຫາລື ແລະ ຊອກຫາວິທີການແກ້ໄຂໃຫ້ທັນເວລາ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ