ຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມ ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 8

ລະຫວ່າງວັນທີ 23-24 ກໍລະກົດ 2024 ນີ້, ຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 8 ຢູ່ນະຄອນຄຸນໝິງ, ແຂວງຢູນນານ ສປ.ຈີນ. ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 8 ຄັ້ງນີ້, ທ່ານ ຮອງລັດຖະມົນຕີ ພ້ອມຄະນະຍັງໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ຫຼິວຢົ່ງ ຮອງເຈົ້າແຂວງໆ ຢຸນນານ ເພື່ອເຂົ້າຮ່ວມພິທີລົງນາມເຊັນບົດເຈດຈຳນົງ ວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່, ສປປ ລາວ ແລະ ອົງການປົກຄອງ ແຂວງຢູນນານ ສປ ຈີນ.

ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າອຳນາດການປົກຄອງແຂວງ ຢຸນນານ ລົງນາມໂດຍ ທ່ານ ຫຼິວຢົ່ງ ຮອງເຈົ້າແຂວງໆ ຢຸນນານ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງພະນັກງານທັງສອງຝ່າຍ.

ການລົງນາມເຊັນບົດເຈດຈຳນົງ ວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່, ສປປ ລາວ ແລະ ອົງການປົກຄອງ ແຂວງຢູນນານ ສປ ຈີນ ຄັ້ງນີ້, ໄດ້ກາຍເປັນຂີດໝາຍອັນສໍາຄັນ ໃນການຮ່ວມມືຊື້-ຂາຍ ແລະ ແລກປ່ຽນພະລັງງານ ຮ່ວມກັນໃນອະນາຄົດອັນໃກ້ ລະຫວ່າງສອງປະເທດ ໂດຍສະເພາະລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ກັບ ແຂວງຢຸນນານ ສປ ຈີນ ທັງເປັນພື້ນຖານສໍາຄັນໃນການຂັບເຄື່ອນເສດຖະກິດຂອງສອງປະເທດລາວ-ຈີນ, ຈີນ-ລາວ, ນອກນັ້ນ, ໃນໄລຍະເວລາດັ່ງກ່າວ ທ່ານ ຮອງລັດຖະມົນຕີ ພ້ອມຄະນະຍັງໄດ້ໄປຢ້ຽມຢາມທັດສະນະສຶກສາຢູ່ໂຮງງານແປຮູບຜະລິດຕະພັນເຫຼັກກ້າ ຂອງກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ແຂວງຢູນນານ ຈຳກັດຕື່ມອີກ.

ພາບ ແລະ ແຫຼ່ງຂໍ້ມູນ: ກົມນະໂຍບາຍ ແລະ ແຜນພະລັງງານ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506