ປະທານ ສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວຕະຫຼອດໄປ (ເນື່ອງໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ຄົບຮອບ 114 ປີ, ວັນທີ 13 ກໍລະກົດ 1909-13 ກໍລະກົດ 2023)

          ມື້ນີ້, ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ມີຄວາມປິຕິຊົມຊື່ນ ພ້ອມກັນລະນຶກວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ, ອະດີດປະທານສະພາປະຊາຊົນສູງສຸດ, ອະດີດປະທານສູນກາງແນວລາວສ້າງຊາດ, ຜູ້ນໍາທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກຂອງພວກເຮົາທີ່ໄດ້ວຽນມາບັນຈົບຄົບຮອບ 114 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ນະຄອນຫຼວງພະບາງ ໃນຄອບຄົວເຊື້ອເຈົ້າຂອງລາຊະວົງລ້ານຊ້າງ,ເປັນໂອລົດອົງສຸດທ້າຍຂອງເຈົ້າມະຫາອຸປະຮາດບຸນຄົງ ແລະ ໝ່ອມຍິງຄຳອ້ວນ.
          ຊີວິດ ແລະ ພາລະກິດຂອງປະທານ ສຸພານຸວົງ ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມໃນທຸກໆສະພາວະ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ດ້ານຄຸນທາດປະຕິວັດ ອັນທີ່ພົ້ນເດັ່ນແມ່ນ : ນໍ້າໃຈຮັດຊາດອັນດູດດື່ມ, ນໍ້າໃຈຮັກປະຊາຊົນບັນດາເຜົ່າ, ຄວາມສັດຊື່ບໍລິສັດທີ່ໃສແຈ້ງ; ປະທານ ສຸພານຸວົງແມ່ນຜູ້ນໍາທີ່ເປັນແບບຢ່າງກ່ຽວກັບນໍ້າໃຈອົດທົນ, ແຂງແກ່ນ, ໝັ້ນໜຽວ, ເດັດຂາດ; ມີຄວາມດຸໝັ່ນ, ປະຢັດ, ສັດທ່ຽງ, ຮັກສາໄດ້ແບບແຜນດຳລົງຊີວິດທີ່ປົກກະຕິ, ປອດໃສ, ງ່າຍດາຍ.
          ໃນຕະຫຼອດຊີວິດຂອງເພິ່ນ, ປະທານສຸພານຸວົງ ໄດ້ອຸທິດໝົດສະຕິປັນຍາ, ຄວາມຮູ້ຄວາມສາມາດແລະ ກຳລັງວັງຊາໃຫ້ແກ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ; ນ້ຳໃຈຮັກຊາດ, ຮັກປະຊາຊົນ, ນ້ຳໃຈສາກົນກຳມະຊີບຂອງປະທານສຸພານຸວົງແມ່ນໃສແຈ້ງ, ເລິກເຊິ່ງ ແລະ ກວ້າງຂວາງຈົນຫາສິ່ງໃດມາປຽບທຽບ ແລະ ພັນລະນາບໍ່ໄດ້.
          ຍ້ອນໄດ້ເຕີບໃຫຍ່ຂຶ້ນຢູ່ໃນທ່າມກາງສະພາວະທີ່ປະເທດຊາດ ໄດ້ສູນເສຍຄວາມເປັນເອກະລາດ, ຕົກເປັນ ເມື້ອງຂຶ້ນເມືອງສ່ວຍຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວບັນດາເຜົ່າໄດ້ຕົກເປັນຂ້ອຍຂ້າ ແລະ ໄດ້ຮັບຄວາມທຸກທໍລະມານພາຍໃຕ້ການດຳລົງຊີວິດຂອງຄວາມເປັນຂ້ອຍຂ້າມ້າຕ່າງ ແລະ ໄດ້ຮັບຄວາມເຈັບປວດຢ່າງແສນສາຫັດຈາກການກົດຂີ່ຂົ່ມເຫັງຂອງພວກລ່າເມືອງຂຶ້ນ ຊຶ່ງສິ່ງດັ່ງກ່າວພາໃຫ້ປະທານສຸພານຸວົງ ມີຄວາມຕື່ນຕົວຮັກຊາດ, ຄຽດແຄ້ນສັດຕູຕັ້ງແຕ່ເຍົາໄວ.

          ປະທານ ສຸພານຸວົງ ໄດ້ເລີ່ມຮຽນໜັງສືໃນຊັ້ນປະຖົມຢູ່ຫຼວງພະບາງ, ຈາກນັ້ນຈຶ່ງໄປຮຽນຕໍ່ຊັ້ນມັດທະຍົມທີ່ຮ່າໂນ້ຍ ສສ. ຫວຽດນາມໃນປີ 1920 ແລະ ເດີນທາງໄປຮຽນຕໍ່ຂັ້ນມະຫາວິທະຍາໄລໃນຂະແໜງວິສະວະກອນຂົວ-ທາງທີ່ນະຄອນຫຼວງປາຣີ ປະເທດຝຼັ່ງ ໃນປີ 1937.
ໃນສະໄໝທີ່ເພິ່ນເປັນນັກສຶກສາຢູ່ປະເທດຝຼັ່ງ, ປະທານ ສຸພານຸວົງ ໄດ້ເລີ່ມຕົ້ນເຄື່ອນໄຫວດ້ານການເມືອງໂດຍມີການພົວພັນທີ່ສະໜິດແໜ້ນກັບນັກສຶກສາຂອງບັນດາປະເທດເມືອງຂຶ້ນ ທີ່ພວມສຶກສາຢູ່ປະເທດຝຼັ່ງໃນເວລານັ້ນ. ຜ່ານການເຂົ້າຮ່ວມເຄື່ອນໄຫວໃນແນວຮ່ວມປະຊາຊົນຕ້ານຟາດຊິດໄດ້ເຮັດໃຫ້ ປະທານ ສຸພານຸວົງໄດ້ສຶກສາຄົ້ນຄວ້າ, ເຫັນໄດ້ທາດແທ້ ແລະ ຄວາມເປັນຈິງພາຍໃຕ້ລະບອບລ່າເມືອງຂຶ້ນ, ເຮັດໃຫ້ສະຕິຕື່ນຕົວປະຕິວັດ ແລະ ແນວຄວາມຄິດໃນການເຂົ້າຮ່ວມເຄື່ອນໄຫວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຂະຫຍາຍຕົວຢ່າງໜັກແໜ້ນ.
ພາຍຫຼັງທີ່ປະທານ ໂຮ່ຈິມິນ ໄດ້ນຳພາສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930 ແລະ ນຳພາຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນເປັນຕົ້ນມາ ໄດ້ສ້າງເງື່ອນເຮັດໃຫ້ການຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນຂະຫຍາຍຕົວກ້າວຂຶ້ນສູ່ຄຸນນະພາບໃໝ່. ພາຍຫຼັງທີ່ກັບຄືນມາອິນດູຈີນ, ປະທານສຸພານຸວົງໄດ້ກັບຄືນມາສູ່ອິນດູຈີນ ແລະ ໄດ້ເຂົ້າຮ່ວມນຳພາການຕໍ່ສູ້ປະຕິວັດຂອງປະຊາຊົນລາວນັບແຕ່ເວລານັ້ນເປັນຕົ້ນມາ.
          ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງຜູ້ໜຶ່ງຈົນກາຍເປັນນັກປະຕິວັດຜູ້ກ້າແກ່ນ, ເປັນຜູ້ນຳຂັ້ນສູງຂອງພັກ ແລະ ລັດເຮົາທີ່ມີບົດບາດ, ອິດທິພົນສູງ, ເພິ່ນແມ່ນຜູ້ນຳທີ່ມີຜົນງານອັນໃຫຍ່ຫຼວງໃນຂະບວນການນໍາພາການຕໍ່ສູ້ ແລະ ການຂະຫຍາຍຕົວຂອງການປະຕິວັດລາວ ກໍຄືການປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ຂອງບັນດາປະຊາຊາດດຢູ່ໃນທົ່ວໂລກ.
          ປະທານ ສຸພານຸວົງ ແມ່ນຜູ້ນຳທີ່ມີນ້ຳໃຈອາດຫານ, ຍາມໃດກໍໄດ້ຍົກສູງນ້ຳໃຈຕໍ່ສູ້ໂດຍບໍ່ຢ້ານກົວຕໍ່ຄວາມເສຍສະຫຼະ.ໃນເວລາທີ່ຢືນຢູ່ໃນສະພາບທີ່ເຄັ່ງຮ້ອນ, ຫົວລ້ຽງຫົວຕໍ່ຂອງບັ້ນຮົບປ້ອງກັນທ່າແຂກ, ກອງກຳລັງປະກອບອາວຸດ ແລະ ປະຊາຊົນຜູ້ຮັກຊາດ ພາຍໃຕ້ການບັນຊາໂດຍກົງຂອງປະທານສຸພານຸວົງ ໄດ້ຕ່າວໂຈມຕີສັດຕູຢ່າງອົງອາດກ້າຫານ, ສາມາດດັບສູນກຳລັງສັດຕູໄດ້ຢ່າງຫຼວງຫຼາຍ ແລະ ຢັບຢັ້ງການຍຶດຄອງຂອງພວກເຂົາໄດ້ໃນເບື້ອງຕົ້ນ; ເພື່ອຮັກສາກຳລັງຈັ້ງທ່າ, ປະທານສຸພານຸວົງໄດ້ຖອນກຳລັງຂ້າມໄປສູ່ເຂດປອດໄພ ຊຶ່ງໃນຂະນະນັ້ນ, ສັດຕູໄດ້ໃຊ້ຍົນສູ້ຮົບແລະປືນໃຫຍ່ລະດົມຍິງຢ່າງໜັກໜ່ວງເຮັດໃຫ້ກຳລັງຂອງພວກເຮົາຖືກບາດເຈັບ ແລະ ລົ້ມຕາຍເປັນຈຳນວນຫຼວງຫຼາຍແລະໃນເວລານັ້ນ, ປະທານສຸພານຸວົງກໍຖືກບາດເຈັບເຊັ່ນດຽວກັນ.
          ເວລາທີ່ຢູໃນສະພາບຄັບຂັນ, ສ່ຽງເປັນສ່ຽງຕາຍເວລຖືກຈັບ ແລະ ຖືກຄຸມຂັງຢູ່ຄຸກໂພນເຄັງ, ປະທານສຸພານຸວົງຍາມໃດກໍທຸ່ນທ່ຽງ, ໜຽວແໜ້ນ, ບໍ່ຄອນແຄນ; ເຖິງວ່າ ລັດຖະບານຫຸ່ນວຽງຈັນ ໄດ້ໃຊ້ທຸກກົນອຸບາຍ ແລະມາດຕາການທີ່ຜິດກົດໝາຍຕໍ່ປະທານສຸພານຸວົງ ແລະ ບັນດາຜູ້ນຳການປະຕິວັດເຮົາ, ແຕ່ກໍບໍ່ໄດ້ເຮັດໃຫ້ພວກເພິ່ນມີຄວາມສະທ້ານຢ້ານກົວແຕ່ປະການໃດ, ຍາມໃດເພີ່ນແລະຜູ້ນຳເຮົາກໍເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເຊື່ອໝັ້ນຕໍ່ກຳລັງແຮງຂອງມະຫາຊົນຢູ່ສະເໝີ.

          ພັກເຮົາໄດ້ຕີລາຄາວ່າ ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ແມ່ນນັກປະຕິວັດທີ່ກ້າແກ່ນ, ນັກການເມືອງທີ່ໂດດເດັ່ນ, ນັກການທະຫານທີ່ເກັ່ງກ້າ, ນັກການຕ່າງປະເທດທີ່ສະຫຼຽວສະຫຼາດ; ປະທານ ສຸພານຸວົງ ສົມກຽດ ແມ່ນຜູ້ນຳຂັ້ນສູງລຸ້ນທຳອິດທີ່ມີອິດທິພົນສູງຂອງພັກ ແລະ ການປະຕິວັດລາວ, ແມ່ນລູກຮັກຫຼານປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳພາທີ່ມີທາດແທ້ປະຕິວັດທີ່ໜຽວແໜ້ນ, ອາດຫານ, ຍາມໃດກໍມີຄວາມເຊື່ອ ໝັ້ນຢ່າງເລິກເຊິ່ງຕໍ່ປະຊາຊົນ, ຖືເອົາປະຊາຊົນເປັນກົກ ແລະ ເປັນກຳລັງແຮງຕັດສິນທຸກໄຊຊະນະຂອງພາລະກິດປະຕິວັດ, ຍາມໃດເພິ່ນກໍໄກ້ຊິດສະໜິດສະໜົມ, ເປັນຫ່ວງເປັນໄຍນຳຄວາມສຸກທຸກຂອງປະຊາຊົນຢູ່ສະເໝີ. ສະນັ້ນ, ຕະຫຼອດຊີວິດຂອງເພິ່ນ, ປະທານ ສຸພານຸວົງ ໄດ້ອຸທິດເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າໂດຍບໍ່ມີວັດຖຸປະສົງອື່ນໃດທີ່ເໜືອກວ່າ.
          ເຖິງວ່າ ປະທານ ສຸພານຸວົງ ຈະຈາກພວກເຮົາໄປເປັນເວລາດົນນານແລ້ວກໍຕາມ.ແຕ່, ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາເຜົ່າ ຍັງຄິດຄະນິງເຖິງເພິ່ນຢ່າງບໍ່ມີຍາມຈືດຈາງ ແລະ ຈາລຶກໄວ້ ຊຶ່ງຜົນງານ ຄຸນງາມຄວາມດີ ແລະ ແບບຢ່າງທີ່ໃສແຈ້ງ ທີ່ເພິ່ນໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ພາລະກິດປະຕິວັດຂອງປະຊາຊົນເຮົາຢູ່ສະເໝີ.

ຂຽນໂດຍ: ວິລັດ ຜິວອອນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ