

ປັດຈຸບັນເຂື່ອນໄຟຟ້ານໍ້າຕົກ ທີ່ສາມາດດັດສົມນໍ້າໄດ້ ມີ 27 ໂຄງການ ໃນນັ້ນ ສົ່ງອອກມີ 8 ໂຄງການ ມີກຳລັງຕິດຕັ້ງທັງໝົດ 5,730 MW ມີບໍລິມາດນໍ້າທີ່ສາມາດດັດສົມໄດ້ ປະມານ 24,988.49 ລ້ານແມັດກ້ອນ ສ່ວນໂຄງການທີ່ສາມາດ ດັດສົມນໍ້າ ແລະ ນໍາໃຊ້ພາຍໃນ ມີ 19 ໂຄງການ ມີກຳລັງຕິດຕັ້ງ 2,220 MW ມີບໍລິມາດທີ່ສາມາດດັດສົມນໍ້າໄດ້ 16,855 ລ້ານແມັດກ້ອນ ຕໍ່ກັບບັນຫາດັ່ງກ່າວນີ້ ສາມາດຕີລາຄາໄດ້ວ່າ, ການບໍລິຫານຈັດການນໍ້າຢູ່ໃນອ່າງເກັບນໍ້າ ຂອງເຂື່ອນໄຟຟ້າ ແມ່ນເປັນບັນຫາສໍາຄັນທີ່ສຸດເພຶ່ອຮັບປະກັນພະລັງງານໃນລະດູແລ້ງ ພ້ອມທັງການຕ້ານໄພນ້ຳຖ້ວມໃນລະດູຝົນອີກດ້ວຍ, ແຕ່ເນື່ອງຈາກວ່າ ບັນດາໂຄງການໄຟຟ້ານໍ້າຕົກທີ່ສົ່ງໄຟຟ້າອອກ ແມ່ນບໍລິຫານນໍ້າ ຫຼື ສັ່ງຜະລິດໄຟຟ້າໂດຍຜູ້ຊື້ທີ່ຢູ່ຕ່າງປະເທດຕາມການສະເໜີຂອງໂຄງການ ສ່ວນໂຄງການທີ່ຢູ່ພາຍໃນ ແມ່ນ ໄຟຟ້າລາວເປັນຜູ້ສັ່ງຜະລິດ, ເຮັດໃຫ້ໃນໄລຍະຜ່ານມາ ມີບາງຄັ້ງກໍ່ເກີດມີບັນຫາ ເປັນຕົ້ນແມ່ນ ໃນລະດູແລ້ງ ໂຄງການທີ່ຢູ່ຕອນລຸ່ມແມ່ນຂາດນໍ້າຜະລິດໄຟຟ້າ ສ່ວນໃນລະດູຝົນ ບາງປີການບໍລິຫານນໍ້າບໍ່ສອດຄ່ອງກັນເຮັດໃຫ້ມີຄວາມຈໍາເປັນຕ້ອງເປີດປະຕູນໍາ້ກະທັນຫັນ ເຊິ່ງມັນໄດ້ສ້າງຜົນກະທົບຕໍ່ຕອນລຸ່ມຂອງໂຄງການ ແລະ ຕໍ່ຊັບສີນຂອງປະຊາຊົນທີ່ຢູ່ຕອນລຸ່ມເຂື່ອນ.

ມາໃນໄລຍະໃໝ່ນີ້ ເພື່ອຄວາມເປັນເອກະພາບກັນທາງດ້ານການບໍລິຫານຈັດການນໍ້າ ເຮົາຄວນມີການບໍລິຫານນໍ້າແບບລວມສູນ ໃນລະດັບນະໂຍບາຍ ໂດຍວຽກງານດັ່ງກ່າວ ກໍ່ແມ່ນ ທາງກົມນະໂຍບາຍ ແລະ ແຜນພະລັງງານ ເປັນຜູ້ຮັບຜິດຊອບໃນການເກັບກຳຂໍ້ມູນ ສັງລວມ ວິເຄາະ ແລະ ລາຍງານ ພ້ອມທັງເປັນຈຸດປະສານງານເພື່ອເກັບກຳບັນຫາຕ່າງໆ. ສະນັ້ນ, ໃນໄລຍະນີ້ ກໍ່ຄື ໄລຍະລະດູຝົນເພື່ອເຝົ້າລະວັງບັນດາຜົນກະທົບທີ່ອາດຈະເກີດຂື້ນ ແຕ່ລະໂຄງການຄວນມີການແຈ້ງລາຍງານສະພາບຂອງອ່າງເກັບນໍ້າ ເພື່ອຮັບຮອງປະລິມານນໍ້າທີ່ຈະໄຫຼເຂົ້າອ່າງເກັບນໍ້າ, ຄວນມີການວິເຄາະກ່ຽວກັບການຮັບປະກັນການຮອງຮັບນໍ້າ, ຮັບປະກັນການກັກເກັບນໍ້າເພື່ອຮັບໃຊ້ໃນປີໜ້າ, ວິເຄາະກ່ຽວກັບຄວາມສ່ຽງທາງດ້ານເສດຖະກິດພ້ອມທັງແຜນຮັບມື້ໃນກໍລະນີ້ເປີດປະຕູນໍ້າ, ວິເຄາະຜົນກະທົບເບື້ອງລຸ່ມເຂື່ອນ ໂດຍສະເພາະດ້ານເສດຖະກິດ ແລະ ສັງຄົມ.
