ປີ 2022 ພະເເນກພະລັງງານ ເເລະ ບໍ່ເເຮ່ ເເຂວງຫຼວງພະບາງ ຍາດໄດ້ຜົນສຳເລັດຫຼາຍດ້ານ

            ເມື່ອທ້າຍເດືອນ 12 ປີ 2022 ທີ່ຜ່ານມານີ້ ພະເເນກ ພະລັງງານ ເເລະ ບໍ່ເເຮ່ ເເຂວງຫຼວງພະບາງໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປີ 2022 ເເລະ ວາງທິດທາງແຜນການ ປີ 2023, ຢູ່ຫ້ອງປະຊຸມ ພະເເນກການເງີນ ເເຂວງ ຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ສົມໃຈ ວັນນະສີ ຫົວໜ້າ ພະເເນກພະລັງງານ ເເລະ ບໍ່ເເຮ່ ເເຂວງຫຼວງພະບາງ, ໃຫ້ກຽດເຂົ້າຮ່ວມ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າເເຂວງ ເເຂວງຫຼວງພະບາງ, ທ່ານ ນາງ ຈັນສະຫວາດ ບຸບພາ ຮອງລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່, ມີບັນດາ ທ່ານ ຫົວໜ້າພະແນກການ, ເຈົ້າເມືອງ ເເລະ ຮອງເຈົ້າເມືອງ 11 ເມືອງ 1 ນະຄອນຫຼວງພະບາງ, ຫົວໜ້າຫ້ອງການພະລັງງານ ເເລະ ບໍ່ເເຮ່ ເມືອງ 11 ເມືອງ, ມີເເຂກທີ່ຮັບເຊີນຕະຫຼອດຮອດພະນັກງານວິຊາການພະເເນກພະລັງງານ ເເລະ ບໍ່ເເຮ່ ເຂົ້າຮ່ວມ ທັງໝົດ 97 ທ່ານ ຍິງ 14 ທ່ານ.

          ທ່ານ ທອງປັນ ບຸນສະໜິດ ຮອງຫົວໜ້າພະເເນກພະລັງງານ ເເລະ ບໍ່ເເຮ່ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປີ 2022 ເເລະ ວາງທິດທາງແຜນການ ປີ 2023 ເຊີງຍົກໃຫ້ເຫັນວຽກງານຜົນເດັ່ນຫຼາຍດ້ານເປັນຕົ້ນເເມ່ນ ວຽກງານພະລັງງານ ເເລະ ວຽກງານ ບໍ່ເເຮ່ ເຊີ່ງໃນປີທີ່ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ຄື: ດ້ານວຽກງານພະລັງງານ ມີໂຄງການສຳຫຼວດສຶກສາຄວາມເປັນໄປໄດ້ໃນການຜະລິດເເຫຼ່ງພະລິດພະລັງງານໄຟຟ້າຈາກພະລັງງານນ້ຳ ຈຳນວນ 16 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 1.989,30 ເມກາວັດ, ສາມາດຜະລິດພະລັງງານໄດ້ 8.786,62 ກິກາວັດໂມງ/ປີ,

          ໃນນີ້ ເປັນໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ລັດຖະບານ 8 ເເຫ່ງ ລວມກຳລັງຕິດຕັ້ງ 1.883,10 ເມກາວັດ , 8.421,40 ກິກາວັດໂມງ/ປີ, ເຊັນສັນຍາກັບອໍານາດການປົກຄອງເເຂວງ 8 ເເຫ່ງ, ລວມມີກໍາລັງຕິດຕັ້ງ 106,20 ເມກາວັດ, 365,22 ກິກາວັດໂມງ/ປີ. ປັດຈຸບັນເເຂວງຫຼວງມີເເຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກທັງໝົດ 6 ເເຫ່ງ, ລວມກຳລັງຕິດຕັ້ງ 700,07 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 1.452,57 ລ້ານກິໂລວັດໂມງ, ມີສະຖານີກະຈ່າຍໄຟຟ້າ 5 ເເຫ່ງ ມີບ້ານທີ່ຊົມໃຊ້ໄຟຟ້າແບບຖາວອນ 706 ບ້ານ, 78.559 ຄອບຄົວ.

           ທ່ານ ກ່າວຕື່ມວ່າ: ສຳລັບວຽກງານດ້ານທໍລະນີສາດ ເເລະ ການຄຸ້ມຄອງດ້ານບໍ່ເເຮ່ ມີບັນດາໂຄງການທີ່ໄດ້ຮັບອະນຸຍາດຈາກ ລັດຖະບານ ໃນການດຳເນີນກິດຈະການດ້ານເເຮ່ທາດ ຈຳນວນ 13 ບໍລິສັດ 16 ກິດຈະການ, ໃນເນື້ອທີ່ສຳປະທານທັງໝົດ 1.347,77 ກິໂລຕາເເມັດ, ໂຄງການສໍາຫຼວດເເຮ່ທາດ 7 ກິດຈະການ ມີເນື້ອທີ່ສຳປະທານທັງໝົດ 330,78 ກິໂລຕາເເມັດ, ຂຽນບົດວິພາກເສດຖະກິດເຕັກນິກ 3 ກິດຈະການ, ຂຸດຄົ້ນປຸງເເຕ່ງເເຮ່ທາດ 3 ກິດຈະການ ມີເນື້ອທີ່ທັງໝົດ 96,01 ກິໂລຕາເເມັດ ປຸງເເຕ່ງເເຮ່ຄຳໄດ້ທັງໝົດ 19.7201,03 ໂຕນ ລວມໂລຫະຄຳໄດ້ 70 ເເທ່ງນ້ຳໜັກ 66.142 ກຣາມ, ຜະລິດເເຮ່ອະໂລຫະ ຈຳນວນ 83.6750 ເເມັດກ້ອນ.

ພາບ ແລະ ແຫຼ່ງຂ່າວ: ໂທລະພາບ ແຂວງຫຼວງພະບາງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ