ການນຳກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າອວຍພອນການນຳກະຊວງປ້ອງກັນຄວາມສະຫງົບ

          ຕອນເຊົ້າວັນທີ 4 ເມສາ 2023 ນີ້, ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ການນຳກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ. ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນໂທ ກົງທອງ ພົງພິຈິດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ, ຄະນະນຳຂອງກະຊວງເຂົ້າຮ່ວມ.
          ກ່ອນໜ້ານີ້ ຄືໃນໄລຍະແຕ່ຊຸມ ປີ 1950 ຢູ່ທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ; ມາຮອດປີ 1954 ເພື່ອປົກປັກຮັກສາການນໍາຂອງພັກ ແລະ ອົງການປົກຄອງປະຕິວັດ ຢູ່ 2 ແຂວງເຕົ້າໂຮມ “ຫົວພັນ ແລະ ຜົ້ງສາລີ” ລັດຖະບານແນວລາວອິດສະຫຼະ ໄດ້ຕົກລົງສ້າງຕັ້ງກຳລັງປ້ອງກັນຂຶ້ນ ແລະ ມາຮອດທ້າຍປີ 1954 ໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດ ຄົບຮອບ 09 ປີ ແລະ ສະເຫຼີມສະຫຼອງໄຊຊະນະ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ; ປະທານ ໄກສອນ ພົມວິ ຫານ ຜູ້ນຳທີ່ແສນເຄົາລົບຮັກ ຈຶ່ງໄດ້ສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຂຶ້ນຢ່າງເປັນທາງການ ຢູ່ບ້ານເດີຍ, ຕາແສງເມືອງໂສຍ, ແຂວງຫົວພັນ; ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ພູມີ ວົງວິຈິດ; ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນໍາເຂົ້າລວມລາວ ຄັ້ງທີ 1, ສູນກາງພັກ ໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະ ບານປະສົມ ຄັ້ງທີ 1.
          ມາເຖິງໄລຍະ ແຕ່ວັນທີ 5-12 ເມສາ 1961 ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນ ຢູ່ຄັງໄຂ, ແຂວງຊຽງຂວາງ; ກອງປະຊຸມໄດ້ຄົ້ນຄວ້າຕົກລົງຫຼາຍບັນຫາທີ່ສຳຄັນ ກ່ຽວກັບການປະຕິວັດຢູ່ລາວໃນສະເພາະໜ້າ ແລະ ຍາວນານ; ໃນນັ້ນ, ໄດ້ຕົກລົງປັບປຸງ, ກໍ່ສ້າງກຳລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາການນຳຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ; ຕໍ່ມາໄດ້ມອບໃຫ້ທ່ານ ຊົມຊື່ນ ຄໍາພິທູນ ເປັນຜູ້ບັນຊາຕົວຈິງ; ປີ 1965 ສູນກາງພັກໄດ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາຫ້ອງການ ອ້ອມຂ້າງສູນກາງ ເຊິ່ງປ່ຽນຊື່ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ມາເປັນ “ຫ້ອງການສັນຕິລາດສູນກາງ”; ພາຍຫຼັງປະເທດຊາດ ໄດ້ສະຖາປະນາເປັນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກົງຈັກການຈັດຕັ້ງ ຂອງກໍາລັງປ້ອງກັນຄວາມສະຫງົບ ໄດ້ປ່ຽນຊື່ຈາກ “ຫ້ອງການສັນຕິລາດສູນກາງ” ມາເປັນ “ກະຊວງພາຍໃນ” ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່; ປີ 2003 ພັກ ແລະ ລັດຖະບານ ໄດ້ຕົກລົງປ່ຽນຊື່ “ກະຊວງພາຍໃນ” ມາເປັນ “ກະຊວງປ້ອງກັນຄວາມສະຫງົບ”; ບົນພື້ນຖານ ແລະ ເຫັນໄດ້ຄວາມສຳຄັນຜ່ານໄລຍະປະຫວັດສາດດັ່ງກ່າວ ກົມການເມືອງສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ຕົກລົງຮັບຮອງເອົາວັນສ້າງຕັ້ງ ຂອງກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ໂດຍລັດຖະບານ ອອກດຳລັດ ສະບັບເລກທີ 277/ນຍ, ລົງວັນທີ 01 ກັນຍາ 2005 ຮັບ ຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຢ່າງເປັນທາງການ.
          ການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ; ກຳລັງປ້ອງກັນຄວາມສະຫງົບພວກເຮົາ ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ແລະ ລົງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນກຳລັງພວກເຮົາ ຍັງອ່ອນນ້ອຍ, ການປະກອບອາວຸດພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ່ງຕີນມືຂາຍຊາດ.

62 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍ່ປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ, ກຳລັງພວກເຮົາ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ, ຕິດພັນກັບການອອກແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ.
          ຕະຫຼອດໄລຍະ 48 ປີ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮົາ ຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ; ກຳລັງປະກອບອາວຸດປະຕິວັດ ເວົ້າລວມ, ເວົ້າສະເພາະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກາຍເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ປະຕິບັດຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງຢ່າງແຂງແຮງ; ເດັດດ່ຽວປະຕິບັດແນວທາງປ່ຽນ ແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ກໍ່ຄືທາດແທ້, ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ເຝິກຝົນຫຼໍ່ຫຼອມທັດສະນະຄຸນ ສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງ ແຮງ, ປັບປຸງອົງການປົກຄອງທ້ອງຖິ່ນ, ຊ່ວຍເຫຼືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະ ພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸ ບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດຊາຍແດນຂອງອິດທິກຳລັງປະຕິການໄດ້ຢ່າງທັນການ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພໂດຍພື້ນຖານ.
          ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕະຫຼອດໄລຍະທີ່ຜ່ານມາ; ພັກ, ລັດຖະບານ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຫຼາຍດ້ານທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະ ເທດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາ ກໍ່ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດ ຊອບສູງໃນການຊີ້ນຳ-ນຳພາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາ ຊົນໃຫ້ໜັກແໜ້ນ. ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫຼມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ-ສັງຄົມ.
          ຈາກຜົນສຳເລັດທີ່ພວກເຮົາຍາດມາໄດ້ໃນໄລຍະຜ່ານມານັ້ນ ແມ່ນການຈັດຕັ້ງປະຕິບັດແນວ ທາງຂອງພັກ, ລັດຖະບານ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງປ້ອງກັນຄວາມສະຫງົບ; ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດ ທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນ ຕໍາຫຼວດໃນກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ສະແດງໃຫ້ເຫັນວ່າ ພາຍໃຕ້ການນຳພາຂອງພັກ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍ່ສະໜອງຕອບ ຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍ່ເດັດດ່ຽວໜຽວ ແໜ້ນ, ກ້າວເດີນຕາມອຸດົມການສັງຄົມນິຍົມຂອງພັກ.

ບົນເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ພັກເຮົາ ໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ພ້ອມກັນນັ້ນ ກໍ່ໄດ້ວາງຄາດໝາຍສູ້ຊົນ ທີ່ມີລັກສະນະທ້າທາຍ ແລະ ເປັນຍຸດທະສາດ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ ໃນການພັດທະນາ ເພື່ອນຳພາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເທື່ອລະກ້າວ ໂດຍການສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ເປັນຈິງ; ປະຈຸບັນພວກເຮົາ ມີທັງຂໍ້ສະດວກ, ເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທັງສິ່ງທ້າທາຍທົດສອບ; ສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະຄາດຄະເນໄດ້ຍາກ; ໃນນັ້ນ, ບາງດ້ານກໍ່ມີລັກສະ ນະທ້າທາຍຕໍ່ຄວາມໝັ້ນຄົງ ແລະ ການສ້າງສາພັດທະນາປະເທດຊາດ ຂອງພວກເຮົາ; ໄປຄຽງຄູ່ກັບບັນຫາດັ່ງກ່າວ ກໍ່ມີຫຼາຍດ້ານທີ່ເອື້ອອຳນວຍ, ທັງນີ້ ກໍ່ຍ້ອນການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອພັດທະນາ ບົນພື້ນຖານຫຼັກການ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຍັງເປັນທ່າອຽງລວມຂອງຍຸກສະໄໝ; ໂດຍກຳແໜ້ນທ່າອຽງລວມດັ່ງກ່າວ, ພັກ, ລັດຖະບານເຮົາ ເວລາໃດກໍ່ເຊີດຊູສະຕິເປັນເຈົ້າໃນການກຳແໜ້ນ ແລະ ໝູນໃຊ້ກາລະໂອກາດອັນອຳນວຍ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປຄຽງຄູ່ກັບການຈຳກັດດ້ານຫຍໍ້ທໍ້ ທີ່ບໍ່ເປັນຜົນດີໃຫ້ໝົດໄປເທື່ອລະກ້າວ. ສຳລັບກຳລັງປ້ອງກັນຄວາມສະຫງົບພວກເຮົາ ເຖິງແມ່ນວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງຫຼາຍກໍ່ຕາມ; ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ໂດຍສະເພາະ ການປະຕິບັດໜ້າທີ່ການເມືອງຂອງຕົນ, ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງຮອບດ້ານ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ