ທ່ານ ຮອງລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານທູດ ອັງກິດ ປະຈຳ ສປປ ລາວ

          ວັນທີ 07 ມິຖຸນາ 2023 ຜ່ານມານີ້, ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ Jonh Pearson ເອກອັກຄະຣາຊະທູດ ແຫ່ງ ຣາຊາອານາຈັກ ອັງກິດ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ເນື່ອງໃນໂອກາດທີ່ ທ່ານ ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

          ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານ Jonh Pearson ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພົວພັນຮ່ວມມື ລະຫວ່າງ 2 ປະເທດເວົ້າລວມ, ເວົ້າສະເພາະການຮ່ວມມືໃນຂົງເຂດພະລັງງານ ເຫັນໄດ້ວ່າມີການເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ເຊິ່ງເປັນຂີດໝາຍສຳຄັນແຫ່ງການເຊື່ອມໂຍງດ້ານພະລັງງານຢູ່ໃນພາກພື້ນ ແລະ ຢູ່ໃນໂລກ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ ກ່ຽວກັບຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ແຫຼ່ງຜະລິດພະລັງງານ, ການຫັນການນໍາໃຊ້ພະລັງງານສີຂຽວ Hydrogen, Green Ammonia ໃນອຸສາຫະກຳກົນຈັກ, ການສະໜອງພະລັງງານໄຟຟ້າໃຫ້ຜູ້ຊົມໃຊ້ພາຍໃນປະເທດ ເປັນຕົ້ນແມ່ນການຂະຫຍາຍຕາໜ່າງໄຟຟ້າໄປສູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ; ການແລກປ່ຽນ-ຊື້ຂາຍພະລັງງານໄຟຟ້າກັບບັນດາປະເທດເພື່ອນບ້ານໃກ້ຄຽງເຊັ່ນ: ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ຣາຊະອານາຈັກ ກຳປູເຈຍ ແລະ ສາທາລະນະລັດ ສະຫະພາບມຽນມາ; ນະໂຍບາຍການຊຸກຍູ້, ສົ່ງເສີມການນຳໃຊ້ພາຫະນະ (ລົດໄຟຟ້າ) ທີ່ຂັບເຄື່ອນດ້ວຍໄຟຟ້າ ຢູ່ ສປປ ລາວ ໃນຕໍ່ໜ້າ ໃຫ້ ທ່ານ ທູດໄດ້ຮັບຊາບ.

          ຂະນະດຽວກັນນີ້, ທ່ານທູດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມທັງລາຍງານສະພາບທີ່ພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ໂດຍສະເພາະແມ່ນຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນວຽກງານທີ່ສຳຄັນໃນການຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດແຫ່ງຊາດ ທັງເປັນສິນຄ້າສົ່ງອອກຕົ້ນຕໍ່ຂອງ ສປປ ລາວ ເຊິ່ງນຳເອົາເງິນຕາຕ່າງປະເທດເຂົ້າມາພັດທະນາເສດຖະກິດຂອງ ສປປ ລາວ.
ຕອນທ້າຍ ທ່ານ ຮອງລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມໂຊກດີ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່ ທີ່ລັດຖະບານ ແລະ ປະຊາຊົນ ມອບໝາຍໃຫ້.
ພາບ-ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ