ພິທີເປີດໂຕການດຳເນີນທຸລະກິດຢ່າງເປັນທາງການຂອງ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T)

          ເພື່ອຮັບປະກັນໃຫ້ການດຳເນີນທຸລະກິດຂອງບໍລິສັດ ດຳເນີນໄປຢ່າງມີປະສິດທິພາບ, ມີປະສິດຜົນ ພາຍຫຼັງທີ່ບໍລິສັດໄດ້ຂຶ້ນທະບຽນສ້າງຕັ້ງ ຢ່າງເປັນທາງການນັບແຕ່ເດືອນ ທັນວາ 2020 ເປັນຕົ້ນມາ. ມາໃນຕອນຄໍ່າຂອງວັນທີ 29 ມັງກອນ 2024 ຢູ່ໂຮງແຮງແລນມາກແມ່ຂອງຣີເວີຊາຍ ໄດ້ມີພິທີເປີດໂຕການດຳເນີນທຸລະກິດຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາ ທ່ານ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ, ຄະນະຜູ້ບໍລິຫານຂອງບໍລິສັດ EDL-T ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

          ໃນພິທີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ລາວ ກ່າວມີຄຳເຫັນວ່າ: ບໍລິສັດ EDL-T ເປັນບໍລິສັດຮ່ວມທຶນ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດຕາຂ່າຍສາຍສົ່ງໄຟຟ້າພາກໃຕ້ຈີນ (CSG). ໄດ້ຖືກສ້າງຕັ້ງຂຶ້ນມາ ເພື່ອດຳເນີນທຸລະກິດສຳປະທານສາຍສົ່ງ ໂດຍລັດຖະບານ ມີຄວາມມຸ່ງຫວັງວ່າ ຈະໃຫ້ບໍລິສັດ ມາຊ່ວຍໃນການພັດທະນາລະບົບສາຍສົ່ງໄຟຟ້າຂອງ ສປປ ລາວ ໃຫ້ມີສະຖຽນລະພາບໃນການສະໜອງໄຟ ໃນຂອບເຂດທົ່ວປະເທດ ເພື່ອເສີມຊ່ວຍສ້າງຄວາມໝັ້ນຄົງໃນດ້ານການສະໜອງພະລັງງານພາຍໃນ ແລະ ເຊື່ອມໂຍງລະບົບຕາຂ່າຍຂອງ ປະເທດກັບປະເທດຈີນ ແລະ ປະເທດອື່ນໆ ເພື່ອອຳນວຍໃຫ້ແກ່ການແລກປ່ຽນພະລັງງານພາກພື້ນໃນອະນາຄົດ ໂດຍສະເພາະ ພະລັງງານສະອາດ ທີ່ເປັນຊື່ສຽງຂອງ ສປປ ລາວ.
          ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາ ກໍ່ຄື ລັດຖະບານ ມີຄວາມຄາດຫວັງວ່າ: ບໍລິສັດ CSG, ເຊິ່ງ ເປັນລັດວິສາຫະກິດໄຟຟ້າທີ່ໃຫຍ່ເປັນອັນດັບສອງຂອງ ສປ ຈີນ, ໃນນາມຂາຮຸ້ນໃຫຍ່ ຂອງ ບໍລິສັດ EdL-T ຈະນຳເອົາ ຄວາມຮູ້, ຄວາມຊຳນານ ແລະ ທຶນອັນຈຳເປັນໃນການບໍລິຫານການສົ່ງໄຟຟ້າທີ່ທັນສະໄໝ, ຮັບປະກັນປ້ອງກັນໄຟຕົກເຮ່ຍ, ມີການດໍາເນີນທຸລະກິດທີ່ມີປະສິດຕິພາບ ແລະ ມີກໍາໄລ ມາຖ່າຍທອດໃຫ້ແກ່ ຄູ່ຮ່ວມທຸລະກິດ ກໍ່ຄື EdL ເວົ້າລວມ, ເວົ້າສະເພາະ ກໍ່ຄືພະນັກງານຄົນລາວ ທີ່ຈະໄດ້ຮ່ວມກັນເປັນເຫື່ອແຮງຂັບເຄື່ອນກິດຈະການຂອງໂຄງການຂອງບໍລິສັດ EdL-T ຢ່າງມີປະສິດຕິພາບ. ການເລີ້ມດຳເນີນທຸລະກິດຂອງບໍລິສັດ EdL-T ໃນມື້ນີ້ ຍັງມີອີກຫຼາຍວຽກ ທີ່ ກະຊວງ ພບ ແລະ ບໍລິສັດ EdL-T ຈະໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນການປັບປຸງການບໍລິຫານພະລັງງານ ແລະ ການລົງທຶນເພີ້ມ ເຊິ່ງ ຂ້າພະເຈົ້າ ຂໍມີຄຳເຫັນວ່າ ກະຊວງ ພບ ຂອງພວກຂ້າພະເຈົ້າ ພ້ອມແລ້ວ ທີ່ຈະຮ່ວມມື ແລະ ຮ່ວມວຽກ ກັບ ບໍລິສັດ EdL-T ເພື່ອເຮັດໃຫ້ການບໍລິຫານການສົ່ງພະລັງງານໄຟຟ້າຂອງ ສປປ ລາວ ມີປະສິດຕິພາບທີ່ດີຂຶ້ນ ແລະ ມີການດຳເນີນທຸລະກິດທີ່ມີກຳໄລ ຊ່ວຍແບ່ງເບົາຕົ້ນທຶນແກ່ EdL, ສົ່ງເສີມທຸລະກິດປິ່ນອ້ອມໃຫ້ໄດ້ນໍາໃຊ້ພະລັງງານທີ່ມີຄຸນະພາບ, ເປັນຫຼັກແກ່ການພັດທະນາເສດຖະກິດ-ສັງຄົມ ຕະຫຼອດເຖິ່ງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ເຮັດໃຫ້ກິດຈະການແລກປ່ຽນພະລັງງານກັບປະເທດໃກ້ຄຽງ ໂດຍສະເພາະ ກັບ ສປ ຈີນ ມີຄວາມໂລ່ງລ່ຽນ ຄ່ອງຕົວ ໃຫ້ເປັນຕົວແບບຂອງການຮ່ວມມື-ຮ່ວມທຸລະກິດ ອັນມີຊີວິດຊີວາ, ມີປະສິດຕິພາບ ແລະ ປະສິດຕິຜົນ ລະຫວ່າງ 2 ລັດວິສາຫະກິດ ຂອງ 2 ປະເທດ ລາວ-ຈີນ.

          ທ່ານ ຊິງ ຈຸ້ນ ອໍານວຍການ ບໍລິສັດ EdL-T ໄດ້ມີຄໍາເຫັນວ່າ: ບໍລິສັດ EdL-T ເປັນວິສາຫະກິດດຳເນີນທຸລະກິດດ້ານສາຍສົ່ງໄຟຟ້າແຮງສູງແຕ່ 230 ກວ ຂຶ້ນໄປ ຢູ່ ສປປລາວ ພາຍໃຕ້ການຄຸ້ມຄອງຂອງ ລັດຖະບານ ລາວ. ບໍລິສັດ ຈະສະໜອງການບໍລິການສົ່ງໄຟຟ້າຢ່າງປອດໄພ, ໝັ້ນຄົງ ແລະ ຕໍ່ເນື່ອງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າ.
ທ່ານ ຜູອຳນວຍການໄດ້ເນັ້ນຢໍ້າເຖິງວິໄສທັດການສ້າງຕັ້ງບໍລິສັດ EdL-T ວ່າ: ບໍລິສັດ EdL-T ຈະພັດທະນາຕົນເອງໃຫ້ກ້າວຂຶ້ນເປັນບໍລິສັດຕົ້ນແບບ ໃນການຮ່ວມມືດ້ານພະລັງງານ ຮອບດ້ານຢູ່ໃນຂົງເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ບໍລິສັດ ຈະສ້າງສາຍສົ່ງ ໄປພ້ອມກັບການພັດທະນາແບບສີຂຽວ, ປອດໄພ; ຍົກລະດັບການບໍລິການສົ່ງໄຟ ໄປພ້ອມໆກັບການພັດທະນາສາຍສົ່ງຂອງລາວໃຫ້ຍືນຍົງ.

ໂດຍ: ຄຳແສງ ແກ້ວປະເສີດ
Websites: mem.gov.la
ສາຍດ່ວນ: 1506