ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ

          ວັນທີ 4 ກໍລະກົດ 2023 ທີ່ໂຮງແຮມ ເລີທາດຫຼວງດໍ, ນະຄອນຫຼວງວຽງຈັນ, ກົມກົດໝາຍ, ກະຊວງຍຸຕິທຳ ຮ່ວມກັບ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ສືບຕໍ່ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ທີ່ໄດ້ຈັດຂຶ້ນ ໃນວັນທີ 5-6 ມິຖຸນາ 2023 ຜ່ານມາ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ກົງຈີ ຢາງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຍຸຕິທຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຊ່ຽວຊານຈາກ ຈາກໂຄງການ BGR ປະຈຳຢູ່ກົມຄຸ້ມຄອງບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.

          ຜ່ານການຄົ້ນຄວ້າ, ປຶກສາຫາລື ແລະ ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ຄັ້ງນີ້ ແມ່ນໄດ້ສຳເລັດໂດຍພື້ນຖານ, ສາມາດກຳນົດ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ດັ່ງກ່າວອອກເປັນ V ພາກ, 38 ມາດຕາ ຄື: ພາທີ I ມີ 4 ມາດຕາ (ມາດຕາ 1-4), ພາກທີ II ມີ 2 ໝວດ (ໝວດທີ 1 ມາດຕາ 5-8 ແລະ ໝວດທີ 2 ມາດຕາ 9-32), ພາກທີ III ມີ 2 ມາດຕາດ (ມາດຕາ 33-34), ພາກທີ IV ມີ 2 ມາດຕາ (ມາດຕາ 35-36) ແລະ ພາກທີ V ມີ 2 ມາດຕາ (ແຕ່ມາດຕາ 37-38). ຊຶ່ງເຫັນວ່າຮ່າງດຳລັດດັ່ງກ່າວມີເນື້ອທີ່ລະອຽດ, ຄົບຖ້ວນ ແລະ ສົມບູນ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນການຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່ ໄດ້ຢ່າງຖືກຕ້ອງ.

          ໃນຕອນທ້າຍກອງປະຊຸມ ທ່ານປະທານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບສ້າງດຳລັດສະບັບດັ່ງກ່າວ ແລະ ມອບໃຫ້ຄະນະຮັບຜິດຊອບສ້າງດຳລັດຄັ້ງນີ້ ສືບຕໍ່ປະສານສົມທົບຊຶ່ງກັນ ແລະ ກັນ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຍຸຕິທຳ ເພື່ອກະກຽມນຳເອົາ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ເຂົ້າຜ່ານກອງປະຊຸມຂອງລັດຖະບານ ເພື່ອພິຈາລະນາ ຮັບຮອງໃນຂັ້ນຕໍ່ໄປ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ