ໃນວັນທີ 24 ກັນຍາ 2023 ນີ້, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມພິທີເປີດໂຄງການຜະລິດຈຸລັງໄຟຟ້າແສງເວັນປະສິດທິພາບສູງ 5GW ຂອງບໍລິສັດ ຈົ່ງຫຼຸ້ນ ໂຊລ້າເຕັກໂນໂລຊີ (ລາວ) ຈຳກັດ ຜູ້ດຽວ ຢູ່ເຂດພັດທະນາກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຂອງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຫຼົງ ຕ້າສຽງ ປະທານບໍລິສັດ ຈົ່ງຫຼຸ້ນ ໂຊລາ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ໄດ້ກ່າວວ່າ: ບໍລິສັດ ຈົ່ງຫຼຸ້ນໂຊລາ ເປັນວິສາຫະກິດການຜະລິດພະລັງງານສີຂຽວທີ່ທັນສະໄໝ, ມີຄວາມຊ່ຽວຊານໃນການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ການຂາຍແຜງໂຊລາເຊວທີ່ມີປະສິດທິພາບສູງ ແລະ ຍັງມີຄວາມຊ່ຽວຊານໃນຜະລິດອຸປະກອນປະກອບແຜງໂຊລາເຊວ ແລະ ການດໍາເນີນກິດຈະການດ້ານສະຖານີໄຟຟ້າ. ໃນ 6 ເດືອນ ຕົ້ນປີ 2023, ບໍລິສັດ ໄດ້ຜະລິດ-ສົ່ງອອກແຜງໂຊລາເຊວ ຈັດຢູ່ອັນດັບສາມຂອງໂລກ, ອີງຕາມແຜນການຂະຫຍາຍການຜະລິດຂອງບໍລິສັດ ໃນປັດຈຸບັນ ແລະ ຄວາມຄືບໜ້າຂອງການກໍ່ສ້າງ, ໃນທ້າຍປີນີ້ ບໍລິດສັດຈະບັນລຸຂະໜາດການຜະລິດແຜ່ນແບັດເຕີຣີໂຊລາເຊວຫຼາຍກວ່າ 50 GW ແລະ ອຸປະກອນປະກອບແຜງໂຊລາເຊວ 5.7GW, ຊຶ່ງອະນາຄົດຈະກາຍເປັນບໍລິສັດຊັ້ນນຳຂອງໂລກໃນຂະແໜງການອຸດສາຫະກຳປະເພດນີ້.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເຂດພັດທະນາກວມລວມໄຊເຊດຖາ ແມ່ນໄດ້ຖືກກໍານົດເປັນເຂດສາທິດການປ່ອຍອາຍກາບອນຕໍ່າໃນປີ 2019, ພາຍໃຕ້ການຮ່ວມມືລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ແລະ ສປ ຈີນ. ເຊິ່ງລັດຖະບານ ຈີນ ໄດ້ຊ່ວຍເຫຼືອດອກໄຟເຍືອງທາງໄຟຟ້າແສງຕາເວັນ ທັງໄລຍະທີ 1 (ປີ 2020) ແລະ 2 (ປີ 2022), ຈຳນວນ 2.500 ຕົ້ນ, ລົດທີ່ນຳໃຊ້ໄຟຟ້າ 28 ຄັນ, ອຸປະກອນຕິດຕາມກວດກາຄຸນນະພາບອາກາດແບບພົກພາ ຈຳນວນ 5 ເຄື່ອງ ແລະ ຊຸດອຸປະກອນປະກອບໂຮງຜະລິດໄຟຟ້າ ໂຊລາເຊວ 7.15 ເມກາວັດ ຈຳນວນ 1 ຊຸດ, ເຊິ່ງອຸປະກອນດັ່ງກ່າວແມ່ນເປັນພື້ນຖານໃນການສ້າງເປັນເຂດຕົວແບບໃນການປ່ອຍກາບອນຕໍ່າ. ສະນັ້ນເພື່ອໃຫ້ສອດຄ່ອງກັບເຂດສາທິດການປ່ອຍອາຍກາບອນຕໍ່າ ໃນປີ 2023 ເຂດຂອງພວກເຮົາແມ່ນພະຍາຍາມຊຸກຍູ້ບັນດາໂຮງງານທີ່ ຜະລິດອຸປະກອນແຜງໂຊລາເຊວ, ດັ່ງນັ້ນ ໃນເດືອນ ກຸມພາ ທີ່ຜ່ານມານີ້ ກໍໄດ້ເຊັນສັນຍາກັບບໍລິສັດ ຈົ່ງຫຸ້ນ ໂຊລ້າເຕັກໂນໂລຊີ ຈຳກັດຜູ້ດຽວ.
ບໍລິສັດ ຈົ່ງຫຸ້ນ ໂຊລ້າເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ, ເປັນບໍລິສັດຍ່ອຍຂອງກຸ່ມບໍລິສັດ ຈົງຫຸ້ນຈຽງ ຊູ່ໂຊລ້າເຕັກໂນໂລຊີ ຈຳກັດຜູ້ດຽວ, ກຸ່ມບໍລິສັດຈົ່ງຫຸ້ນ ເປັນຜູ້ຜະລິດເຊລແສງຕາເວັນ ທີ່ມີປະສິດທິພາບສູງລະດັບມືອາຊີບທີ່ມີຊື່ສຽງໃນໂລກ. ໃນຕົ້ນປີ 2023 ໄດ້ສົ່ງອອກຢູ່ໃນອັນດັບ 3 ຂອງຂະແໜງຂຸດຄົ້ນໃນພາກສະໜາມຂອງຈຸລັງແສງຕາເວັນ, ກຸ່ມບໍລິສັດ ຈົງຫຸ້ນ ຍັງໄດ້ລົງທຶນທີ່ເໝາະສົມໃນການສ້າງຄວາມສາມາດໃນການຜະລິດບາງໂມດຸນເພື່ອເພີ່ມປະສິດທິພາບຮູບແບບລະບົບຕ່ອງໂສ້ອຸດສາຫະກຳ, ກຸ່ມບໍລິສັດ ມູງມໝັ້ນທີ່ຈະສ້າງໂລກທີ່ມີອາຍກາກບອນຕໍ່າແບບຢືນຍົງ”, ຍືດໝັ້ນໃນເສັ້ນທາງການພັດທະນາໃໝ່ຂອງການຄົ້ນຄວ້າ ແລະ ພັດທະນາ, ສະໜອງຜະລິດຕະພັນທີ່ມີປະສິດທິພາບ ແລະ ເຊື່ອຖືໄດ້ໃຫ້ແກ່ລູກຄ້າທົ່ວໂລກ. ການສ້າງຕັ້ງບໍລິສັດ ຈົ່ງຫຸ້ນ ລາວ ແມ່ນມາດຕະການທີ່ສຳຄັນຂອງກຸ່ມບໍລິສັດ ເພື່ອຊ່ວຍໃຫ້ການພັດທະນາພະລັງງານສີຂຽວ ແລະ ບັນລຸເປົ້າໝາຍທີ່ຫຼຸດຜ່ອນອາຍກາບອນ.
ບໍລິສັດ ຈົງຫຸ້ນລາວ ໄດ້ເລີ່ມກໍ່ຕັ້ງໃນເຂດພັດທະນາກວມລວມ ໄຊເຊດຖາ ນະຄອນຫຼວງວຽງຈັນ ໃນເດືອນ ກຸມພາ 2023, ປັດຈຸບັນໄດ້ເລີ່ມລົງມືກໍ່ສ້າງ 9GW ຂອງໂຊລາເຊວ ປະສິດທິພາບສູງ ແລະ 3GW ຂອງໂມດູນ, ໄລຍະທຳອິດຂອງໂຄງການແມ່ນ 5GW ແລະ ຈະໄດ້ເຂົ້າສູ່ການຜະລິດຢ່າງເປັນທາງການ. ໃນວັນນີ້ 24 ກັນຍາ 2023ນີ້. ໄລຍະທີສອງຂອງໂຄງການແມ່ນ 4GW ແລະ ໂມດູນ 3GW ຄາດວ່າຈະໄດ້ຮັບການຜະລິດເພີ່ມອີກພາຍໃນ 6 ເດືອນຕໍ່ໜ້າ. ພາຍຫຼັງໂຄງການໄລຍະ 2 ສໍາເລັດ ແລະ ບໍລິສັດ ມີແຜນຈະສືບຕໍ່ເພີ່ມການລົງທຶນໃສ່ກໍາລັງການຜະລິດໃນ 2 ປີຕໍ່ໜ້າ. ໂຄງການນີ້ກວມເອົາເນື້ອທີ່ທັງໝົດ 320.000 ຕາແມັດ, ໃນອະນາຄົດມູນຄ່າການລົງທຶນຫຼາຍກວ່າ 450 ລ້ານໂດລາ ສະຫະລັດ, ພາຍຫຼັງໂຄງການດັ່ງກ່າວສຳເລັດ ແລະ ເລີ່ມດຳເນີນການແລ້ວຄາດວ່າຈະມີແຮງງານລາວ 5.000 ກວ່າຄົນໄດ້ເຂົ້າຮ່ວມເຮັດວຽກກັບໂຄງການ ແລະ ປະກອບສ່ວນສ້າງມູນຄ່າຜະລິດຕະພັນອຸດສາຫະກໍາຕໍ່ປີ 2,4 ຕື້ກວ່າໂດລາສະຫະລັດ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ