ລັດວິສາຫະກິດໄຟຟ້າລາວ ສຳເລັດກອງປະຊຸມປະຊາສຳພັນ ການດໍາເນີນທຸລະກິດ ຕິດພັນກັບການປັງປຸງໂຄງສ້າງລາຄາໄຟຟ້າໃໝ່ 2025-2029 ຢູ່ 3 ແຂວງພາກເໜືອ

            ລະຫວ່າງວັນທີ 14-16 ມັງກອນ 2025 ນີ້, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບອົງການປົກຄອງແຂວງ ຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ໄດ້ດໍາເນີນກອງປະຊຸມປະຊາສໍາພັນກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029 ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ການນຳຂອງ 3 ແຂວງ. ມີຜູ້ຕາງໜ້າຈາກພະແນກການ ແລະ ຜູ້ປະກອບການອ້ອມຂ້າງແຂວງເຂົ້າຮ່ວມ.
           ກອງປະຊຸມຈັດຂຶ້ນເພື່ອຈັດຕັ້ງປະຕິບັດແຜນການດຳເນີນວຽກງານຂອງລັດວິສາຫະກິດໄຟຟ້າລາວ ເປັນນຶ່ງໃນແຜນປະຕິຮູບຂອງລັດວິສາຫະກິດໄຟຟາລາວ ເພື່ອໃຫ້ ລັດວິິສາຫະກິດໄຟຟ້າລາວ ດຳເນີນວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນວິສາຫະກິດຍຸດທະສາດຂອງປະເທດ ຢູ່ໃນການຄຸ້ມຄອງດ້ານເຕັກນິກ-ວິຊາການ ໂດຍສະເພາະແມ່ນບົດບາດຄວາມສຳຄັນ, ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ແຜນການປະຕິຮູບ ລັດວິສາຫະກິດໄຟຟ້າລາວ ໃນຕໍ່ໜ້າ ທັງນີ້ເພື່ອຮັບປະກັນໃຫ້ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງຊາດລາວ ແລະ ເປັນວິສາຫະກິດມີຄວາມແຂັ້ມແຂງ, ໝັ້ນຄົງ ແລະ ມີຜົນກຳໄລ.

           ທ່ານ ປອ ອາເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ຮູ້ວ່າ: ໜ້າທີ່ຍຸດທະສາດທີ່ພັກ-ລັດ ມອບໝາຍໃຫ້ ລັດວິສາຫະກິດໄຟຟ້າລາວ ແມ່ນ: 1) ຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນ ການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້ (ເຊິ່ງມາຮອດປະຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ) ແລະ 2) ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.
ຄຽງຄູ່ກັບການຂະຫຍາຍໂຕເຕີບໃຫຍ່ຂອງ ລັດວິສາຫະກິດໄຟຟ້າລາວ ຍັງມີບັນຫາຫລາຍອັນທີ່ຍັງຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂເຊັ່ນ: ການປັບປຸງລະບົບສະໜອງໄຟໃຫ້ມີຄວາມໝັ້ນຄົງ, ຄວາມໝັ້ນຄົງຂອງພະລັງງານ ພາຍໃນປະເທດ ໃຫ້ມີຄວາມດຸ່ນດ່ຽງ ແລະ ລາຄາໄຟຟ້າໃຫ້ສົມເຫດສົມຜົນ. ປະຈຸບັນ ລັດວິສາຫະກິດໄຟຟ້າລາວ ຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 96 ແຫ່ງ, ມີກໍາລັງຕິດຕັ້ງ 4,491 MW, ມີສະຖານີໄຟຟ້າ 76 ແຫ່ງ, ມີສາຍສົ່ງໄຟຟ້າ ຍາວປະມານ 9,729 Km ວົງຈອນ, ສາມາດສະໜອງພະລັງງານໄຟຟ້າໄດ້ 95 % ຂອງຈໍານວນຄົວເຮືອນທົ່ວປະເທດ.

         ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກຳລັງດໍາເນີນການປະຕິຮູບຮອບດ້ານເພື່ອສະໜອງນະໂຍບາຍຂອງລັດຖະບານ ໃນການຫັນເອົາພະລັງງານໄຟຟ້າ ໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕອບສະໜອງການປະຕິບັດ ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ ໃນນີ້ລວມມີການປະຕິຮູບດ້ານອົງກອນ, ກົນໄກການບໍລິຫານ-ຈັດການ ແລະ ການປັບປຸງລາຄາໄຟຟ້າທີ່ມີມາດຕະຖານ ສາກົນ ນັບແຕ່ໄລຍະ 2025-2029.
ຜູ້ເຂົ້າຮ່ວມກອງປະຊຸມຢູ່ແຕ່ລະແຂວງ ໂດຍສະເພາະຕາງໜ້າຈາກອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ໄດ້ພ້ອມກັນແລກປ່ຽນບົດຮຽນຮ່ວມກັນຢ່າງກົງໄປກົງມາ ພ້ອມກັນນີ້, ກໍ່ສະເໜີບາງບັນຫາ ທີ່ຜູ້ຊົມໃຊ້ໄຟຟ້າພົບຄວາມຫຍຸ້ງຍາກ ເພື່ອໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ເວົ້າລວມ, ເວົ້າສະເພາະລັດວິສາຫະກິດໄຟຟ້າລາວ ແກ້ໄຂ ລວມເຖິງການປະກອບຄຳເຫັນຕໍ່ແຜນການປັບປຸງລາຄາໄຟຟ້າແຕ່ປີ 2025-2029 ໃຫ້ມີຄວາມເໝາະສົມ, ສອດຄ່ອງ ກັບຈຸດພິເສດການພັດທະນາຂອງປະເທດເຮົາແຕ່ລະໄລຍະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແຕ່ໃນເວລາດ່ຽວກັນ ກໍ່ໃຫ້ການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ມີຜົນກຳໄລ.

ໂດຍ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506