ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລາວ-ຫວຽດນາມ (ເນື່ອງໃນໂອກາດ: ສະເຫຼີມສະຫຼອງປີສາມັກຄີແບບພິເສດລາວ-ຫວຽດນາມ ປີ 2022)

          ການຈັດຕັ້ງພິທີສະເຫຼີມສະຫຼອງປີສາມັກຄີການພົວພັນຮ່ວມມືພິເສດລະຫວ່າງ ລາວ-ຫວຽດນາມ ແມ່ນເປັນພື້ນຖານດ້ານກົດໝາຍ ແລະ ການເມືອງແຫ່ງການພົວພັນ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະໃໝ່; ພ້ອມກັນນີ້, ກໍຍັງແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມຂຸມຄອງດຽວກັນ, ຮ່ວມທຸກຮ່ວມສຸກ, ຕໍ່ສູ້ຕ້ານສັດຕູໂຕດຽວດ້ວຍຫຼາຍບັ້ນຮົບ, ບັ້ນຕີ, ແຕ່ເໜືອເຖິງໃຕ້, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ-ລຳບາກນາໆປະການ ໃນແປວໄຟແຫ່ງພາລະກິດການຕໍ່ສູ້ປົດປ່ອຍຊາດ ຕີເອົາຊະນະສັດຕູຜູ້ຮຸກຮານຢ່າງອົງອາດກ້າຫານ, ຍາດໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ຜື້ນແຜ່ນດິນອັນຄົບຖ້ວນຂອງສອງປະເທດລາວ-ຫວຽດນາມ ນີ້ແມ່ນບາງຕອນການໃຫ້ສຳພາດຕໍ່ສູນຂ່າວພະລັງງານ ແລະ ບໍ່ແຮ່ ຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພົບປະ, ປຶກສາຫາລື ລະຫວ່າງກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ລະຫວ່າງວັນທີ 23-26 ທັນວາ 2022ນີ້.

          ທ່ານ ລັດຖະມົນຕີກ່າວວ່າ: ກ່ອນຈະເຂົ້າເນື້ອໃນລາຍລະອຽດ ຂ້າພະເຈົ້າຂໍເວົ້າຄືນເຖິງຄວາມໝາຍ ຄວາມສຳຄັນ ແລະ ຈຸດປະສົງຂອງວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ. ດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວວ່າ: ກ່ອນໜ້ານີ້ 60 ປີຄື: ໃນວັນທີ 5 ກັນຍາ 1962 ສປປ ລາວ ແລະ ສສ.ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ 45 ປີຄື: ໃນວັນທີ 18 ກໍລະກົດ 1977 ລັດຖະບານຂອງສອງປະເທດ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຢ່າງສະຫງ່າຜ່າເຜີຍ ເຊິ່ງແມ່ນຂີດໝາຍປະຫວັດສາດອັນສຳຄັນ ໃນການພົວພັນລະຫວ່າງ ລາວ-ຫວຽດນາມ, ເປັນພື້ນຖານດ້ານກົດໝາຍ ແລະ ການເມືອງແຫ່ງການພົວພັນ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະໃໝ່; ພ້ອມກັນນີ້, ກໍຍັງແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມຂຸມຄອງດຽວກັນ, ຮ່ວມທຸກຮ່ວມສຸກ, ຕໍ່ສູ້ຕ້ານສັດຕູໂຕດຽວດ້ວຍຫຼາຍບັ້ນຮົບ, ບັ້ນຕີ, ແຕ່ເໜືອເຖິງໃຕ້, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ-ລຳບາກນາໆປະການ ໃນແປວໄຟແຫ່ງພາລະກິດການຕໍ່ສູ້ປົດປ່ອຍຊາດ ຕີເອົາຊະນະສັດຕູຜູ້ຮຸກຮານຢ່າງອົງອາດກ້າຫານ, ຍາດໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ຜື້ນແຜ່ນດິນອັນຄົບຖ້ວນຂອງສອງປະເທດລາວ-ຫວຽດນາມ. ມາຮອດ ປັດຈຸບັນ, ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ເປັນມູນເຊື້ອນັ້ນ ໄດ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບແຕກດອກອອກຜົນຢ່າງໃຫຍ່ຫຼວງໃນທຸກຂົງເຂດວຽກງານ, ເຊິ່ງໄດ້ປະກອບສ່ວນທີ່ສຳຄັນຍິ່ງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ຂອງສອງປະເທດ ລາວ-ຫວຽດນາມ. 

          ສະນັ້ນ, ການຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບໃນຄັ້ງນີ້, ແມ່ນ ສະແດງອອກເຖິງເຈດຈຳນົງອັນແນ່ນອນຂອງສອງຊາດ ລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ໄດ້ກໍ່ຕັ້ງນັ້ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງ ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນຕົ້ນແມ່ນການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນຫວຽດນາມ ໃນຕະຫຼອດໄລຍະຂອງການປະຕິວັດລາວ ແລະ ທັງເປັນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນຂອງທັງປະເທດ ໂດຍສະເພາະແມ່ນຄົນ ຮຸ່ນໜຸ່ມ, ຮຸ່ນສືບທອດ ໃຫ້ມີ ຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ເພື່ອສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍຄື ປົກປັກຮັກສາໝາກຜົນຂອງການ ປະຕິວັດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

          ສະນັ້ນ, ເພື່ອຈັດຕັ້ງຜັນຂະຫຍາຍຜົນການປຶກສາຫາລືຂອງ 2 ກົມການເມືອງສູນກາງພັກລາວ ແລະ ຫວຽດນາມ, ຜົນການປຶກສາຫາລື, ການຢ້ຽມຢາມຂອງການນໍາຂັ້ນສູງຂອງ 2 ປະເທດ ແລະ ປະຕິບັດຕາມແຜນການການຮ່ວມມື ລາວ-ຫວຽດນາມ ໃນແຕ່ລະໄລຍະ, ຂະແໜງພະລັງງານ ແລະ ບໍ່ແຮ່ ກໍແມ່ນຂົງເຂດໜຶ່ງທີ່ໄດ້ຕັ້ງໜ້າ, ເອົາໃຈໃສ່ໃນການພົວພັນ, ຮ່ວມມືທີ່ເປັນປົກກະຕິ, ມີລັກສະນະຕັ້ງໜ້າ, ມີການຂະຫຍາຍຕົວທີ່ໜັກແໜ້ນ ແລະ ມີປະສິດທິຜົນກັບ ຂະແໜງອຸດສາຫະກໍາ ແລະ ການຄ້າຂອງ ສສ. ຫວຽດນາມ.
          ເຊັ່ນໃນການຮ່ວມມືໃນຂົງເຂດການພັດທະນາອຸດສາຫະກໍາພະລັງງານ ລາວ-ຫວຽດນາມ, ປະກອບດ້ວຍ : ການຮ່ວມມື ເພື່ອພັດທະນາແຫຼ່ງຜະລິດກະແສໄຟຟ້ານໍ້າຕົກ ແລະ ການພັດທະນາພະລັງງານໄຟຟ້າທົດແທນເພື່ອການສົ່ງອອກ ແລະ ການພັດທະນາລະບົບສາຍສົ່ງແຮງສູງເພື່ອເຊື່ອມໂຍງລາວ-ຫວຽດນາມ. ອັນທີ່ພົ້ນເດັ່ນແມ່ນການຮ່ວມມື, ແລກປ່ຽນການຊີື້-ຂາຍພະລັງງານໄຟຟ້າລະຫວ່າງ ລາວ ແລະ ຫວຽດນາມ ຊຶ່ງມາຮອດປັດຈຸບັນນີ້, ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດໄດ້ບັນລຸການເຊັນສັນຍາຊື້-ຂາຍກະແສໄຟຟ້າລະຫວ່າງລາວ ແລະ ຫວຽດນາມແລ້ວ 18 ສັນຍາ, ໃນຈໍານວນ 25 ໂຄງການ, ດ້ວຍກໍາລັງຕິດຕັ້ງ 2.180 ເມັກກາວັດ. ໃນນີ້, ໄດ້ນໍາສົ່ງກະແສໄຟຟ້າອອກໄປຂາຍໃຫ້ຫວຽດນາມ ແລ້ວ2 ສັນຍາ ຈາກ 3 ໂຄງການຄື : ເຂື່ອນເຊກະໝານ 1, ເຊກະໝານຊານໄຊ ແລະ ເຊກະໝານ 3 ຊຶ່ງລວມມີກໍາລັງຕິດຕັ້ງ 572 ເມັກກາວັດ. ນອກຈາກນີ້, ກໍໄດ້ບັນລຸການເຊັນບົດບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຊື້-ຂາຍໄຟຟ້າລາວ-ຫວຽດນາມແລ້ວ 5 ສະບັບ, ລວມມີກໍາລັງຕິດຕັ້ງ 1.814 ເມັກກາວັດ.
           ອີງຕາມຂໍ້ມູນຫຼ້າສຸດເຫັນວ່າ ກໍາລັງຕິດຕັ້ງລວມຂອງບັນດາໂຄງການທີ່ມີນິຕິກໍາຮອງຮັບກ່ຽວກັບການຊື້-ຂາຍໄຟ ລະຫວ່າງສອງປະເທດລາວ-ຫວຽດນາມ ມີທັງໝົດ 48 ໂຄງການ, ລວມກໍາລັງຕິດຕັ້ງປະມານ 8.327 MW. ຈາກຂໍ້ມູນພື້ນຖານຂ້າງເທິງນີ້ເຫັນວ່າມາຮອດປັດຈຸບັນຕົວເລກກໍາລັງຕິດຕັ້ງຂອງບັນດາໂຄງການທີ່ມີເປົ້າໝາຍສົ່ງຂາຍໄຟໄປຍັງ ສສ ຫວຽດນາມ ມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະອາດຈະສູງກ່ວາຕົວເລກທີ່ມີຢູ່ໃນແຜນການຮ່ວມມືສອງຝ່າຍແຕ່ນີ້ຮອດປີ 2030 ທີ່ໄດ້ຕົກລົງຮ່ວມກັນແມ່ນ 5.000 MW

          ສໍາລັບການຮ່ວມມືລາວ ແລະ ຫວຽດນາມໃນຂົງເຂດທໍລະນີສາດ-ແຮ່ທາດ, ໃນປັດຈຸບັນມີຜູ້ລົງທຶນ, ຜູ້ປະກອບການຂອງ ສສ. ຫວຽດນາມ ພວມລົງທຶນຢູ່ໃນຂົງເຂດນີ້ມີ 17 ບໍລິສັດ, ມີ 21 ໂຄງການ.ໃນນີ້ : ຊອກຄົ້ນ-ສໍາຫຼວດມີ 8 ບໍລິສັດ, ມີ 14 ກິດຈະການ, ອັນທີ່ພົ້ນເດັ່ນແມ່ນການພັດທະນາແຮ່ບົກຊິດ ຢູ່ແຂວງ ເຊກອງ ຂອງບໍລິສັດ ຫວຽດເຟືອງ. ນອກຈາກນນີ້, ຍັງມີໂຄງການຮ່ວມມື ເພື່ອສ້າງແຜນທີ່ທໍລະນີສາດ-ແຮ່ທາດ, ມາດຕາສ່ວນ 1:200.000 ຢູ່ເຂດເໜືອວຽງຈັນ-ໃຕ້ຫຼວງພະບາງ ໃນເນື້ອທີ່ປະມານ 15.870 ກມ2, ມູນຄ່າ 3,5 ລ້ານໂດລາສະຫະລັດ; ໂຄງການສ້າງແຜນທີ່ທໍລະນີສາດ-ແຮ່ທາດ, ມາດຕາສ່ວນ 1:200.000 ຢູ່ເຂດບໍລິຄໍາໄຊ-ໄຊສົມບູນ, ໃນເນື້ອທີ່ປະມານ 11.750 ກມ2 , ມູນຄ່າ 3,5 ລ້ານໂດລາສະຫະລັດ ແລະ ໂຄງການຮ່ວມມືລາວ-ຫວຽດນາມ ໃນໂຄງການສຶກສາວິທະຍາສາດພາຍໃຕ້ຫົວຂໍ້ “ ສຶກສາຮອຍເລື່ອນ-ຫີນມາກມາ, ການກໍາເນີດແຮ່ກົ່ວ,ໂວນຟຣາມ, ຄໍາ ແລະ ແຮ່ທາດອື່ນໆ. 

          ໂດຍລວມແລ້ວ, ໃນໄລຍະທີ່ຜ່ານມາ ເຫັນວ່າ ການລົງທຶນ ແລະ ດໍາເນີນທຸລະກິດຂອງນັກລົງທຶນ ແລະ ຜູ້ປະກອບການຂອງ ສສ. ຫວຽດນາມ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ຢູ່ ສປປ ລາວ ແມ່ນການລົງທຶນ ແລະ ປະກອບການທີ່ຢູ່ໃນອັນດັບຕົ້ນໆຂອງຜູ້ມາລົງທຶນຢູ່ ສປປ ລາວ ແລະ ກໍແມ່ນການລົງທຶນທີ່ມີປະສິດທິຜົນສູງ, ການປະຕິບັດເນື້ອໃນສັນຍາ ແລະ ລະບຽບກົດໝາຍຂອງລາວແມ່ນມີຄວາມສັກສິດດີພໍສົມຄວນ. ນອກຈາກນີ້, ບັນດາໂຄງການຕ່າງໆຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາດ້ານຕ່າງໆຢູ່ບັນດາທ້ອງຖິ່ນທີ່ໂຄງການຕັ້ງຢູ່ເປັນຕົ້ນແມ່ນ : ການປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ, ການປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ການປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ : ຂົວ-ທາງ, ເໝືອງຝາຍ, ໂຮງຮຽນ, ສຸກສາລາ, ຕະຫຼາດ ແລະ ອື່ນໆ ຊຶ່ງສາມາດນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ຜູ້ດໍາເນີນທຸລະກິດທັງສອງຝ່າຍ.

ໂດຍ: ຄຳແສງ ແກ້ວປະເສີດ