
ວັນທີ 3 ພຶດສະພາ 2024 ທີ່ ເມືອງຫົງສາ ແຂວງໄຊຍະບູລີ ສປປ ລາວ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີເປີດການນໍາໃຊ້ພື້ນທີ່ສໍາປະທານສ່ວນຕໍ່ຂະຫຍາຍ ແລະ ລະບົບສາຍພານລໍາລຽງດິນ ເສັ້ນທີ່ 2 ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ພິທີ ມອບ-ຮັບ ສາຍພານລໍາລຽງດິນ ເສັ້ນທີ່ 2 ສ່ວນຕໍ່ຂະຫຍາຍ ລະຫວ່າງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ບໍລິສັດ ສະຫະກົນອິຄຣິບເມັ້ນ ຈໍາກັດ (ມະຫາຊົນ) ໂດຍໄດ້ຮັບກຽດຈາກ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ ເປັນປະທານໃນພິທີ ພ້ອມດ້ວຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງ ເມືອງຫົງສາ, ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງ ເມືອງເງິນ, ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ທ່ານ ນົບພັນ ເມືອງໂຄດ ປະທານກໍາມະການບໍລິຫານ ບໍລິສັດ ສະຫະກົນອິຄຣິບເມັ້ນ ຈໍາກັດ (ມະຫາຊົນ) ທ່າມກາງແຂກຜູ້ມີກຽດຮ່ວມເປັນສັກຂີພິຍານ






