ລັດຖະບານ ອະນຸຍາດໃຫ້ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ສຳຫຼວດ, ຊອກຄົ້ນ ແລະ ປຸງແຕງ ແຮ່ທາດຫາຍາກ

          ວັນທີ 6 ກັນຍາ 2022 ຜ່ານມານີ້, ຢູ່ໂຮງແຮມຄຣາວພຣາຊາ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາຊອກຄົ້ນ-ສຳຫຼວດ ແຮ່ທາດຫາຍາກ ລະຫວ່າງ ລັດຖະບານ ສປປ ລາວ ກັບ ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ. ຕາງໜ້າ ລັດຖະບານ ລົງນາມໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ຕາງໜ້າບໍລິສັດ ລົງນາມໂດຍ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໂດຍຊ່ອງໜ້າການເຂົ້າຮ່ວມຂອງ ທ່ານ ເຈົ້າແຂວງໆ ເຊກອງ, ບັນດາ ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ປ້ອງກັນປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສຳນັກງານປະທານປະເທດ ແລະ ພາກສ່ວນຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

          ໃນພິທີ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ກ່າວມີຄຳເຫັນວ່າ: ຄືດັ່ງ ບັນດາທ່ານຮູ້ນຳກັນດີແລ້ວວ່າ ເຕັກໂນໂລຊີ ໃນຕົ້ນສະຕະວັດທີ XI ນີ້ ໄດ້ມີການພັດທະນາຢ່າງວ່ອງໄວກ້າວກະໂດດ, ເປັນຍຸກແຫ່ງການຄົ້ນຄ້ວາພັດທະນານະວັດຕະກຳໃຫມ່ທັນສະໄຫມ. ຄວາມຮຽກຮ້ອງຕ້ອງການແຮ່ທາດຫາຍາກໄດ້ມີການເພີ້ມຂຶ້ນຢ່າງວ່ອງໄວແລະຖືກນຳໃຊ້ຢ່າງກ້ວາງຂວາງໃນທົ່ວໂລກ. ການຂຸດຄົ້ນແຮ່ທາດຫາຍາກຢູ່ບັນດາປະເທດອ້ອມຂ້າງ ສປປ ລາວ ໄດ້ຖືກດຳເນີນ ຢ່າງເປັນຂະບວນ ໃນຫລາຍປີຜ່ານມາ ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ມຽນມາ, ກຳປູເຈຍ ເປັນຕົ້ນ. ສະນັ້ນ ແຮ່ທາດຫາຍາກຈະບໍ່ແມ່ນແຮ່ທາດທີ່ເປັນຄວາມລັບ ຖືກທັບຖົມບົ່ມຊ້ອນໃນພຶ້ນດິນອີກຕໍ່ໄປ. ແຕ່ຫາກຈະຖືກ ຂຸດຄົ້ນ ແລະ ນຳມາປຸງແຕ່ງ ເປັນຜະລິດຕະພັນ ເປັນສິນຄ້າ ເພື່ອຮັບໃຊ້ການດຳລົງຊີວິດປະຈຳວັນຂອງມວນມະນຸດຢ່າງກ້ວາງຂວາງ.
          ການຄົ້ນພົບແຫລ່ງແຮ່ທາດຫາຍາກ ຂອງກຸ່ມບໍລິສັດວັງຕັດພວກເຮົາ ເບື້ອງຕົ້ນ ແມ່ນໄດ້ ອີງໃສ່ຂໍ້ມູນດ້ານທໍລະນີສາດ-ແຮ່ທາດຂອງຊ່ຽວຊານຍີ່ປຸ່ນ ອົງການໄຈກ້າ ທີ່ເຄີຍເດີນສຳຫລວດສ້າງແຜນທີ່ທໍລະນີສາດ ຢູ່ພາກໃຕ້ຂອງລາວ ໃນເມື່ອກ່ອນ, ສົມທົບກັບ ຜົນການບິນສຳຫລວດທາງອາກາດຂອງບໍລິສັດ ໃນໄລຍະປີ 2018 ແລະ ຜົນວິໃຈແຮ່ທາດຈາກຕົວຢ່າງຮູເຈາະສຳຫລວດ ທີ່ໄດ້ນຳເອົາຕົວຢ່າງໄປວິໄຈ ຢູ່ພາຍໃນແລະຢູ່ຕ່າງປະເທດ ເພື່ອຊອກຫາແຮ່ທາດຊະນິດຕ່າງໆທີ່ເປັນເສດຖະກິດ. ໝາຍວ່າ ນອກເຫນືອ ຈາກແຮ່ຄຳ, ແຮ່ເງິນ, ແຮ່ທອງ ແລະ ແຮ່ເຫລັກແລ້ວ. ແຮ່ທາດຫາຍາກ ກໍນອນໃນເປົ້າໝາຍໜຶ່ງ ທີ່ພວກເຮົາ ໄດ້ເອົາໄປວິໄຈເຊັ່ນດຽວກັນ, ພາຍຫລັງທີ່ລັດຖະບານ ໄດ້ມີຂໍ້ຕົກລົງ ກຳນົດໃຫ້ບໍລິສັດບໍ່ແຮ່ ທີ່ມີເງື່ອນໄຂ ໄດ້ດຳເນີນງານສຳຫລວດ, ຂຸດຄົ້ນແບບທົດລອງໃນໄລຍະສອງສາມປີຜ່ານມານີ້.

          ຈາກແຫລ່ງຂໍ້ມູນທີ່ກ່າວມາຂ້າງເທິງນີ້, ຄະນະອຳນວຍການພວກເຮົາ ໄດ້ຮູ້ວ່າ ຢູ່ໃນຂົງເຂດສຳປະທານສຳຫລວດແຮ່ຄຳ ແລະ ແຮ່ເຫລັກ ທີ່ສຳປະທານນຳລັດຖະບານ ຕາມສັນຍາສະບັບປີ 2019 ນັ້ນ ແມ່ນໄດ້ມີ ແຫລ່ງແຮ່ທາດຫາຍາກປາກົດຂຶ້ນ. ພວກເຮົາ ໄດ້ຕັດສິນໃຈສະເໜີລາຍງານຕໍ່ລັດຖະບານ ແລະ ຂໍອະນຸມັດດຳເນີນການສຳຫລວດ, ຂຸດຄົ້ນປຸງແຕ່ງ ແບບທົດລອງ ຕາມລະບຽບຂັ້ນຕອນ ທີ່ລັດຖະບານ ວາງອອກ.
          ດ້ານທໍລະນີສາດ: ຂົງເຂດສຳຫລວດຂຸດຄົ້ນແຮ່ທາດຫາຍາກ ຕາມສັນຍາສະບັບນີ້ ແມ່ນນອນ ໃນ ເຂດຫ້ວຍໃບ ກຸ່ມບ້ານບຣ໋ອງ ເມືອງດາກຈຶງ ແຂວງເຊກອງ, ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງເຂດທົ່ງໄກ່ໂອກ, ເປັນເຂດທີ່ມີລັກສະນະພິເສດ ທາງດ້ານທໍລະນີສາດ, ເປັນຈຸດຕັດ ຂອງຮອຍເລື່ອນ ຊັ້ນດິນຊັ້ນຫີນ ຈາກທິດເໜືອຫາທິດໃຕ້, ຈາກທິດຕາເວັນຕົກ ຫາທິດຕາເວັນອອກ. ພວກເຮົາ ໄດ້ດຳເນີນຊີເຈາະສຳຫລວດ (ຄໍລ໋ອກ) ຈຳນວນ 83 ຮູເຈາະ, ປະລິມານຊີເຈາະ 20.389 ແມັດ, ເກັບຕົວຢ່າງ ຈາກຮູເຈາະ 7.318 ຕົວຢ່າງ, ສົ່ງໄປວິໄຈ ຢູ່ສູນວິໃຈແຮ່ທາດ ALS ສະພານທອງເໜືອ ນະຄອນຫຼວງວຽງຈັນ 7.318 ຕົວຢ່າງ. ສົ່ງໄປວິໄຈຢູ່ຕ່າງປະເທດ 1.785 ຕົວຢ່າງ. ໄດ້ກຳນົດແຜນທີ່ທໍລະນີສາດ: ເຂດສຳຫລວດແຮ່ຫາຍາກ 47 ກິໂລຕາແມັດ ແລະ 3 ກິໂລຕາແມັດ ເປັນເຂດຂຸດຄົ້ນ ຜະລິດປຸງແຕ່ງ ແບບທົດລອງ.

          ໃນຂັ້ນຕອນຜະລິດປຸງແຕ່ງແຮ່ທາດຫາຍາກ ແບບທົດລອງນີ້, ຈະຖືກດຳເນີນ ດ້ວຍສອງຮູບການຄື (ໜຶ່ງ): ຮູບການບົ່ມແຮ່ ເພື່ອໃຫ້ຕົກຕະກອນ ແລ້ວອົບແຫ້ງເປັນຝຸ່ນ ແລະ (ສອງ): ຮູບການນຳເອົາແຮ່ ເຂົ້າໂຮງງານ ເພື່ອຍົກສະມັດຕະພາບໃຫ້ເປັນແຮ່ເຂັ້ມຂຸ້ນ. ດ້ານການລົງທຶນ: ນັບແຕ່ປີ 2020 ເປັນຕົ້ນມາ, ບໍລິສັດ ໄດ້ລົງທຶນຕັດເສັ້ນທາງໃຫມ່ ຈາກບໍ່ຄຳວັງຕັດ ທະລຸໄປໃສ່ທົ່ງໄກ່ໂອກ ແລະ ເຊື່ອມຈອດຫາ ໂຄງການຂຸດຄົ້ນແຮ່ທາດຫາຍາກ ຢູ່ເຂດຫ້ວຍໃບ, ດຶງສາຍສົ່ງໄຟຟ້າ ເຂົ້າຫາໂຄງການ ຕາມແລວທາງດັ່ງກ່າວ, ຈັດຊື້ພາຫະນະກົນຈັກໃຫມ່ຈຳນວນຫນຶ່ງ ເພື່ອຮັບໃຊ້ວຽກງານຂຸດຄົ້ນປຸງແຕ່ງ ແລະ ຄົ້ນຄ້ວາອອກແບບໂຮງງານ. ຄາດກະວ່າ ຈະໃຫ້ສາມາດດຳເນີນການທົດລອງ ຜະລິດປຸງແຕ່ງ ໃນທ້າຍປີ 2023 ຫາຕົ້ນປີ 2024. ຊຶ່ງຈະມີການລົງທຶນຕື່ມອີກຫລາຍລ້ານໂດລາສະຫະລັດ
          ທ່ານ ກ່າວຕື່ມວ່າ: ແຜນການຂຸດຄົ້ນ-ຜະລິດປຸງແຕ່ງ: ພວກເຮົາ ໄດ້ວາງຄາດໝາຍສູ້ຊົນ ຂຸດຄົ້ນແຮ່ທາດຫາຍາກ ຕະຫລອດໄລຍະຂອງສັນຍາແບບທົດລອງສະບັບນີ້ ໃນປະລິມານ 1.000.000 ໂຕນແຮ່ດິບ, ສູ້ຊົນເກັບກູ້ແຮ່ຫາຍາກ ເຂັ້ມຂຸ້ນ ໃຫ້ໄດ້ 30.000 ໂຕນ. ຊຶ່ງຈະເປັນການປະກອບສ່ວນ ສ້າງແຫລ່ງລາຍຮັບໃຫມ່ໃຫ້ລັດຖະບານ. ກ່ອນເຊັນ ສັນຍານີ້ ບໍລິສັດ ກໍໄດ້ຖອກພັນທະລ່ວງໜ້າຈຳນວນໜຶ່ງ ເຂົ້າຄັງງົບປະມານ ຂອງລັດຖະບານແລ້ວ.

ພາບ ແລະ ແຫຼ່ງຂໍ້ມູນ: ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ
ຂ່າວ: ຄຳແສງ ແກ້ວປະເສີດ