
ໃນວັນທີ 25 ພະຈິກ 2021 ທີ່ ໂຮງແຮມຄຼາວພລາຊາ ນະຄອນຫຼວງວຽງຈັນ, ທ່ານ ປອ ສິນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ເຂົ້າຮ່ວມກອງປະຊຸມສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 28 ແລະ ກອງປະຊຸມສະພາມົນຕີ ຄມສ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ຄັ້ງທີ 26 ຮ່ວມກັບຄະນະຜູ້ແທນ ສປປລາວ ທີ່ນຳພາຄະນະໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະກຳມະການແມ່ນ້ຳຂອງສາກົນຂອງ ສປປລາວ ໂດຍຜ່ານກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້, ສະມາຊິກສະພາມົນຕີ ຄມສ ໄດ້ພ້ອມກັນຮັບຮອງເອົາບັນດາເອກະສານສຳຄັນຄື: 1) ລະບຽບຂອງສະພາມົນຕີ ແລະ ຄະນະກຳມະກາຮ່ວມ ຄະນະກຳມາທິການແມ່ນໍ້າຂອງສາກົນ, 2) ຍຸດທະສາດພັດທະນາເຂື່ອນໄຟຟ້າພະລັງນໍ້າແບບຍືນຍົງ ສໍາລັບອ່າງແມ່ນໍ້າຂອງ. ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ແລະ ທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ໂດຍກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ແລະກໍານົດທິດທາງແຜນວຽກໃນຕໍ່ໜ້າຂອງຕົນ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຊຸກຍູ້ບັນດາປະເທດຄູ່ຮ່ວມພັດທະນາ ພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນແກ່ຄະນະກໍາມາທິການແມ່ນໍ້າຂອງສາກົນໃນຕໍ່ໜ້າ ສໍາລັບຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຖືກຮັບຮອງໃນແຜນວຽກໃນສົກປີ 2021-2022 ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງ.