
ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ໃຫ້ຮູ້ໃນໂອກາດກອງປະຊຸມພົບປະ, ຢ້ຽມຢາມ ພະນັກງານ, ລັດຖະກອນ ແລະ ກຳມະກອນ ຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ແຂວງອຸດົມໄຊ ຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 15 ມັງກອນ 2025 ນີ້ວ່າ: ທົ່ວແຂວງ ມີແຫຼ່ງຜະລິດພະລັງງານໄຟຟ້າທັງໜົດ 04 ແຫ່ງ ມີກໍາລັງຕິດຕັ້ງ 52,085 MW ສາມາດຜະລິດພະລັງງານໄຟຟ້າໄດ້ 207,59 Khw/y. ໃນນີ້, ແຫຼ່ງຜະລິດຂອງລັດວິສາຫະກິດໄຟຟ້າລາວ 2 ແຫ່ງ ແລະ ຂອງເອກະຊົນ 2 ແຫ່ງ; ໂຄງການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ຢູ່ໃນຂັ້ນຕອນ : MOU, PDA ແລະ CA ມີທັງ ໜົດ 08 ໂຄງການ ມີກໍາລັງຕິດຕັ້ງທັງໜົດ 6,538 MW; ມີສະຖານີໄຟຟ້າ 11 ແຫ່ງ ລວມກຳລັງຕິດຕັ້ງ 491 MVA (ສະຖານີ 230 ກວ 1 ແຫ່ງ ແລະ 115 ກວ 10 ແຫ່ງ) ໃນນີ້, ສະຖານີຂອງລັດວິສາຫະກິດໄຟຟ້າລາວ 5 ແຫ່ງ ແລະ ສະຖານີຂອງເອກະຊົນ 6 ແຫ່ງ. ມີລະບົບສາຍສົ່ງ ໄຟຟ້າຂະໜາດ 230, 115 ກວ ມີຄວາມຍາວທັງໝົດ 517.75 ກິໂລແມັດວົງຈອນ, ມີຕາຂ່າຍໄຟຟ້າ 22 , 12,7 ແລະ 0,4 ກວ ມີຄວາມຍາວທັງໜົດ 2,375.80 ກິໂລແມັດວົງຈອນ.

ດ້ານວຽກງານ ທໍລະນີສາດ ແລະ ບໍ່ແຮ່ ທົ່ວແຂວງອຸດົມໄຊ ມີເນື້ອທີ່ 15,370 ກມ2 ໄດ້ສໍາເລັດວຽກງານສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດຂັ້ນພື້ນຖານ ຂອງເນື້ອທີ່ທົ່ວແຂວງ ໃນມາດຕາສ່ວນ 1/200,000 ແລະ 1/1,000.000; ໄດ້ລົງຢັ່ງສືບ ແລະ ເກັບກຳຂໍ້ມູນເບື້ອງຕົ້ນພາກສະໜາມຂອງຈຸດປະກົດແຮ່ທາດ ພ້ອມທັງໄດ້ເກັບຕົວຢ່າງ ແລະ ຄ່າພິກັດ ໄດ້ທັງໝົດ 69 ຈຸດ ມີ 14 ຊະນິດແຮ່ທາດ ຄື: ແຮ່ເຫຼັກ, ແຮ່ທອງ, ຖ່ານຫີນ, ແຮ່ອັງຕິມອນ, ແຮ່ຄຳເຄົ້າ, ແຮ່ຄໍາຕົກຂ້ອນ, ແຮ່ຊືນ-ສັງກະສີ, ເກືອກິນ, ແຮ່ພາຍຣາຍ, ດິນໜຽວ, ຫີນປູນ, ຫີນກາວ, ແຮ່ຊິລີຄອນ ແລະ ຫີນບາຣິດ. ໄດ້ອະນຸຍາດໂຄງການຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ທັງໝົດ 5 ບໍລິສັດ 1 ໂຄງການຮ່ວມມື; ໃນນັ້ນ ຂັ້ນສູນກາງອະນຸຍາດ ມີ 3 ບໍລິສັດ 1 ໂຄງການຮ່ວມມື ແລະ ຂັ້ນແຂວງອອກອະນຸຍາດ 2 ບໍລິສັດ; ມີໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ຂັ້ນສູນກາງອອກອະນຸຍາດ ມີ 9 ບໍລິສັດ 13 ກິດຈະການ ມີເນື້ອທີ່ສຳປະທານທັງໝົດ 12,522 ເຮັກຕາ ໃນນັ້ນມີບໍລິສັດ ພາຍໃນ 3 ບໍລິສັດ, ຕ່າງປະເທດ 6 ບໍລິສັດ, ຂັ້ນແຂວງອະນຸຍາດປະກອບມີ 33 ບໍລິສັດ,ມີ 35 ກິດຈະການ ມີເນື້ອທີ່ສຳປະທານທັງໝົດ 103.16 ເຮັກຕາ.

ທ່ານ ຫົວໜ້າພະແນກ ໃຫ້ຮູ້ຕື່ມວ່າ: ພາຍໃຕ້ການນຳພາ-ຊີ້ນຳ ຂອງການນຳກະຊວງ, ການນຳຂັ້ນແຂວງ ຄຽງຄູ່ກັບຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ຂອງຄະນະພັກ-ຄະນະນຳ, ພະນັກງານລັດຖະກອນ, ກຳມະກອນ ໃນທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ຄັ້ງທີ່ I ໃນທ້າຍປີ 2024; ສຳເລັດການປັບປຸງພາລະບົດບາດ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ຫ້ອງການພະລັງງານ ແລະ ບໍ່ແຮ່ ຂັ້ນເມືອງ ໂດຍໄດ້ຜັນຂະຫຍາຍຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 514/ພບ, ລົງວັນທີ 14 ມີນາ 2022, ສະບັບເລກທີ 604/ພບ, ລົງວັນທີ 25 ມີນາ 2022 ມາເປັນຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງອຸດົມໄຊ; ສຳເລັດການຜັນຂະຫຍາຍກົດໝາຍວ່າດ້ວຍໄຟຟ້າ ແລະ ກົດໝາຍວ່າດ້ວຍແຮ່ທາດ ມາເປັນນິຕິກຳໃຕ້ກົດໝາຍ 2 ສະບັບ; ໃນໄລຍະ 5 ປີ 2021-2025 ໄດ້ສຳເລັດການຄຸ້ມຄອງ, ບຳລຸງຮັກສາ ລະບົບສະຖານີ, ສາຍສົ່ງ ແລະ ຕາຂ່າຍໄຟຟ້າ ຢ່າງເປັນລະບົບ ສາມາດສະໜອງກະແສໄຟຟ້າໄດ້ຢ່າງພຽງພໍ, ອັນພົ້ນເດັ່ນ ແມ່ນໄດ້ຂະຫຍາຍຕາຂ່າຍໄຟຟ້າເຂົ້າເຂດຈຸດສຸມການພັດທະນາ, ເຂດຮ່າງໄກສອກຫຼີກ ຂອງບັນດາເມືອງ ທັງໝົດ 14 ໂຄງການ ມູນຄ່າ 42 ກວ່າຕື້ກີບ, ມາຮອດປະຈຸບັນ 100% ຂອງເມືອງໃນທົ່ວແຂວງມີໄຟຟ້າຊົມໃຊ້ແລ້ວ ແລະ ຄາດວ່າຮອດທ້າຍປີ 2025 ອັດຕາການຊົມໃຊ້ກໄຟຟ້າ ຈະກວມ 97.22% ຂອງຈໍານວນບ້ານ ແລະ 96.74% ຂອງຈໍານວນຄົວເຮືອນໃນທົ່ວແຂວງ ແລະ ສຳເລັດການຊຸກຍູ້ຕິດຕາມ, ກວດກາ ວຽກງານວິຊາສະເພາະຢ່າງເປັນລະບົບ ຕໍ່ເນືອງ ອັນພົ້ນເດັ່ນ ສາມມາດຈຳໜ່າຍກະແສໄຟຟ້າໄດ້ທັງໝົດ 1.52 ຕື້ກິໂລວັດໂມງ ມູນຄ່າ 1,854.73 ຕື້ກີບ, ສະເລ່ຍ 370.94 ຕື້ກີບ/ປີ ທຽບໃສ່ຄາດໝາຍໃນມະຕິກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 424/ຄປຈ, ລົງວັນທີ 10 ມິຖຸນາ 2021 (715.25 ຕື້ກີບ) ເຫັນວ່າເກີນແຜນ 159.31% ແລະ ມອບອາກອນຄ່າກະແສໄຟຟ້າໄດ້ທັງໝົດ 134.84 ຕື້ກີບ ແລະ ສາມາມອບສ້າງລາຍຮັບເຂົ້າງົບປະມານຂອງລັດ ຈາກກິດຈະການດ້ານບໍ່ແຮ່ທັງໝົດ 380.31 ຕື້ກີບ ທຽບໃສ່ແຜນວາງໄວ້ (230 ຕື້ກີບ) ເຫັນວ່າເກີນແຜນ 70.54% ໃນນີ້ຮັບຈາກກິດຈະການທີ່ທ້ອງຖິ່ນອອກອະນຸຍາດ 14.12 ຕື້ກີບ ແລະ ຮັບຈາກກິດຈະການທີ່ຂັ້ນສູນກາງອອກອະນຸຍາດ 366.18 ຕື້ກີບ.

ໂດຍ: ຄຳແສງ ແກ້ວປະເສີດ
ລາຍງານສົດຈາກ ພບ ແຂວງອຸດົມໄຊ
Website:www.mem.gov.la
ສາຍດ່ວນ: 1506