
ໃນ ວັນທີ 17-18 ກໍລະກົດ 2024 ຜ່ານມາທີ່ຫ້ອງວ່າການ ແຂວງ ບໍລິຄຳໄຊ ທ່ານ ຈັນທະບູນ ສຸກອາລຸນ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອລົມກັບການນຳຫຼັກແຫຼ່ງ ແຂວງ ບໍລິຄຳໄຊ ໂດຍໃຫ້ການຕອນຮັບຂອງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ແຂວງ ບໍລິຄຳໄຊ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ

ໃນໂອກາດນີ້, ທ່ານ ຮອງເຈົ້່າແຂວງ ບໍລິຄຳໄຊ ກໍ່ໄດ້ກ່າວສະແດງຄວາມຂ່ຳນັບຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ບໍລິຄຳໄຊ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕີບັດ ແຜນເສດຖະກິດ ແລະ ສັງຄົມ ທີ່ຕິພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່.

ພາຍຫລັງພົບປະການນຳແຂວງ ທ່ານ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໄດ້ໂອ້ລົມ ຕໍ່ພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພະແນກການພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ ຢູ່ຫ້ອງປະຊຸມ ໂຮງແຮມ ດອກຈຳປາ, ໃຫ້ກຽດຕ້ອນຮັບໂດຍທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະ, ມີບັນດາຕ່າງໜ້າກົມ, ຮອງກົມ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າ ແຂວງ ບໍລິຄຳໄຊ ແລະ ຫົວໜ້າຫ້ອງການ ພະລັງງານບໍ່ແຮ່ ເມືອງ ເຂົ່າຮ່ວມ.

ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ລາຍງານການຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ ເຊິ່ງສາມາດຂະຫຍາຍຕາຂ່າຍລະບົບໄຟຟ້າ ອອກສູ່ຊົນນະບົດເຂດຫ່າງໄກຊອກຫຼີກ, ສາມາດຕອບສະໜອງການບໍລິການໄຟຟ້າໃຫ້ເມືອງໄດ້ 100%, ບ້ານໄດ້ 100%, ຈໍານວນຄອບຄົວໄດ້ໃຊ້ໄຟທັງໝົດ 59,221 ຄົວເຮືອນ ເທົ່າ 99.3%, ປະຈຸບັນລະບົບຕາຂ່າຍໄຟຟ້າ 22 ກິໂລໂວນຂະຫຍາຍໄດ້ 1,859 ກິໂລແມັດ, ຕາຂ່າຍ 0.4 ກິໂລໂວນໄດ້ 1,145 ກິໂລແມັດ ແລະ ໝໍ້ແປງໄຟຟ້າໄດ້ 1,731 ໜ່ວຍ, ການຄຸ້ມຄອງບໍລິສັດທີ່ດໍາເນີນກິດຈະການໄຟຟ້າ ແລະ ຢອດສານມາກເກີ່ໄດ້ອອກໃບອະນຸຍາດທັງໝົດ 38 ບໍລິສັດ ໃນນັ້ນແບ່ງເປັນ ປະຕັງຊັ້ນ 2 ມີ 13 ບໍລິສັດ, ປະຕັງຊັ້ນ 3 ມີ 17 ບໍລິສັດ, ບໍລິສັດທີ່ດໍາເນີນກິດຈະການສະເພາະ ມີ 8 ບໍລິສັດ.

ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ລາຍງານການຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ ເຊິ່ງສາມາດຂະຫຍາຍຕາຂ່າຍລະບົບໄຟຟ້າ ອອກສູ່ຊົນນະບົດເຂດຫ່າງໄກຊອກຫຼີກ, ສາມາດຕອບສະໜອງການບໍລິການໄຟຟ້າໃຫ້ເມືອງໄດ້ 100%, ບ້ານໄດ້ 100%, ຈໍານວນຄອບຄົວໄດ້ໃຊ້ໄຟທັງໝົດ 59,221 ຄົວເຮືອນ ເທົ່າ 99.3%, ປະຈຸບັນລະບົບຕາຂ່າຍໄຟຟ້າ 22 ກິໂລໂວນຂະຫຍາຍໄດ້ 1,859 ກິໂລແມັດ, ຕາຂ່າຍ 0.4 ກິໂລໂວນໄດ້ 1,145 ກິໂລແມັດ ແລະ ໝໍ້ແປງໄຟຟ້າໄດ້ 1,731 ໜ່ວຍ, ການຄຸ້ມຄອງບໍລິສັດທີ່ດໍາເນີນກິດຈະການໄຟຟ້າ ແລະ ຢອດສານມາກເກີ່ໄດ້ອອກໃບອະນຸຍາດທັງໝົດ 38 ບໍລິສັດ ໃນນັ້ນແບ່ງເປັນ ປະຕັງຊັ້ນ 2 ມີ 13 ບໍລິສັດ, ປະຕັງຊັ້ນ 3 ມີ 17 ບໍລິສັດ, ບໍລິສັດທີ່ດໍາເນີນກິດຈະການສະເພາະ ມີ 8 ບໍລິສັດ.

ພາຍໃນ 6 ເດືອນຕົ້ນປີ 2024 ສາມາດຕໍ່ໃບອະນຸຍາດ ສໍາເລັດ 6 ຫົວໜ່ວຍ. ການຢອດສານມາກເກີ່ຢູ່ດ່ານສາກົນປາກຊັນ ແລະ ດ່ານສາກົນນໍ້າພາວມີລົດບັນທຸກນ້ຳມັນເຂົ້າຜ່ານດ່ານທັງໝົດ 643 ຄັນ, ບໍລິມາດລວມ 27,006,080 ລິດ; ໃນນັ້ນນ້ໍ້າມັນກາຊວນ 630 ຄັນ ບໍລິມາດ 26,417,080 ລິດ; ນໍ້າມັນແອັດຊັງທໍາມະດາ ຈໍານວນ 13 ຄັນ ບໍລິມາດ 589,000 ລິດ ແລະ ນໍາໃຊ້ສານມາກເກີຢອດໃສ່ນໍ້າມັນທັງໝົດ 1.07 ລ້ານກຼາມ ລວມມຸນຄ່າ 2.43 ຕື້ກີບ ຕິດຕາມໂຄງການທີ່ໄດ້ເຊັນ (MOU), PDA ແລະ ໂຄງການພະລັງງານທົດແທນ ເຊິ່ງປະຈຸບັນພວມເລັ່ງໃສ່ໂຄງການໄຟຟ້າພະລັງງານລົມເຈື່ອງເຊີ່ນ ຂອງບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ຄາດຄະເນກໍາລັງຕິດຕັ້ງ 600 ເມກາວັດ ການນໍາໃຊ້ທຶນພັດທະນາຊຸມຊົນພາຍໃນແຂວງ ໄດ້ປະຕິບັດການນໍາໃຊ້ທຶນພັດທະນາຊຸມຊົນທີ່ໄດ້ລະບຸໃນສັນຍາສໍາປະທານໂຄງການມີ 3 ໂຄງການຄື: ໂຄງການເຂື່ອນໄຟຟ້ານໍ້າເທີນ 1, ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ໂຄງການເຂື່ອນໄຟຟ້ານໍ້າມັງ 1 ເຊິ່ງການນໍາໃຊ້ທຶນດັ່ງກ່າວນັ້ນ ອໍານາດການປົກຄອງແຂວງໄດ້ແຕ່ງຕັ້ງຄະນະກໍາມະການ ເພື່ອເຮັດວຽກຮ່ວມກັບແຕ່ລະບໍລິສັດ ເຊິ່ງໃນ 6 ເດືອນຕົ້ນປີສາມາດຈັດຕັ້ງປະຕິບັດການຊໍາລະຈໍານວນ 5 ກິດຈະກໍາ ລວມມູນຄ່າການຊໍາລະ 7.21 ຕື້ກີບ ຍັງຄ້າງຊໍາລະໃຫ້ແກ່ຜູ້ຮັບເໝົາຕາມສັນຍາກໍ່ສ້າງຈໍານວນ 30.87 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດມາຖືໄດ້ວ່າເປັນແຫຼ່ງທຶນໜຶ່ງທີ່ມີຄວາມສໍາຄັນໃນການຊ່ວຍເຮັດໃຫ້ພື້ນຖານໂຄງລ່າງບ້ານ, ເມືອງ ແລະ ແຂວງໄດ້ມີການພັດທະນາທີ່ດີຂຶ້ນ; ການຜະລິດ (ຊື້) ແລະ ຈໍາໜ່າຍກະແສໄຟຟ້າປະຈໍາ 6 ເດືອນຕົ້ນປີ 2024 ການຜະລິດ( ຊື້ )ກະແສໄຟຟ້າຮັບໃຊ້ພາຍໃນແຂວງປະຕິບັດໄດ້ 125,668 ລ້ານກິໂລວັດໂມງ ເທົ່າກັບ 69.87 ຕື້ກີບ, ສົມທຽບໃສ່ແຜນປີ 56%, ການຈໍາໜາຍກະແສໄຟຟ້າໃຫ້ແກ່ລູກຄ້າ ປະຕິບັດໄດ້ 113.34 ລ້ານກິໂລວັດໂມງ ເທົ່າກັບ 70.04 ຕື້ກີບ, ສົມທຽບໃສ່ແຜນປີ 59%. ຕິດຕາມບັນດາກິດຈະການຊອກຄົ້ນ-ສໍາຫຼວດແຮ່ທາດ ຢູ່ພາຍໃນແຂວງ ລວມທັງໝົດ ມີ 10 ບໍລິສັດ ມີເນື້ອທີ່ ທັງໝົດ 171,739 ເຮັກຕາ, ຊອກຄົ້ນ 28,003 ເຮັກຕາ, ສໍາຫຼວດແຮ່ທາດ 143,736 ເຮັກຕາ ໃນນີ້ຂັ້ນສູນກາງອະນຸຍາດ 5 ບໍລິສັດ ເນື້ອທີ່ທັງໝົດ 171,715 ເຮັກຕາ, ຊອກຄົ້ນ 27,987 ເຮັກຕາ,ສໍາຫຼວດແຮ່ທາດ 143,7288 ເຮັກຕາ, ຂັ້ນແຂວງອະນຸມັດ 5 ບໍລິສັດ ມີເນື້ອທີ່ຊອກຄົ້ນ-ສໍາຫຼວດແຮ່ທາດທັງໝົດ 24 ເຮັກຕາ, ຊອກຄົ້ນ 16 ເຮັກຕາ ສໍາຫຼວດແຮ່ທາດ 8 ເຮັກຕາ, ປີ 2023 ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ ປະເມີນການລົງທຶນທາງດ້ານແຮ່ທາດພາຍໃນແຂວງ ຈໍານວນ 45 ໂຄງການ ການຫຼອມໂລຫະຄໍາປະສົມບໍລິສັດກາວີໂກລາວບໍ່ແຮ່ຈຳກັດ ສາມາດຂຸດຄົ້ນແຮ່ນີແກນໄດ້ 22,302.8 ໂຕນ, ຂຸດຄົ້ນແຮ່ເຫຼັກໄດ້ 131,299 ໂຕນ, ເກັບຕົວແບບ ແລະ ວິໄຈ ແຮ່ຄໍາໄດ້ 218 ຕົວແບບ, ວິໃຈແຮ່ເຫຼັກ 279 ຕົວແບບ, ວິໃຈແຮ່ນີແກັນ 536 ຕົວແບບ; ບໍລິສັດ ທ້າຍຊານມິງຈິນມາຍນິງຈຳກັດ ໄດ້ຫັນປ່ຽນຈາກການຂຸດຄົ້ນແຮ່ຄໍາເຄົ້າແບບທົດລອງ ມາເປັນຮູບແບບປົກກະຕິແລ້ວ ສາມາດປຸງແຕ່ງແຮ່ເຄິ່ງຜະລິດຕະພັນເປັນຄໍານໍ້າບາໄດ້ແຮ່ຄໍາ 9,593.7 ກຼາມ ເປີເຊັນຂອງແຮ່ຄໍາ 40-45% ແລະສາມາດສະກັດເປັນຄໍາໄດ້ 5,667.8 ກຼາມ, ບໍລິສັດບໍ່ຄຳ-ຄຳເກີດແສນອຸດົມ ສາມາດຂຸດຄົ້ນແຮ່ ຈໍານວນ 638,038 ໂຕນ, ໃນນັ້ນມີຄ່າສະເລ່ຍຂອງແຮ່ຄຳ 7.88 ກຼາມ/ໂຕນ, ດິນເຟືອຍທັງໝົດຈໍານວນ 70,988 ໂຕນ ໃນນັ້ນມີຄ່າສະເລ່ຍຂອງແຮ່ຄຳ 3.29 ກຼາມ/ໂຕນ ການສົ່ງອອກ ແລະ ຈຳໜ່າຍແຮ່ເຫຼັກໄດ້ທັງໝົດ 245,819.81 ໂຕນ. ບໍລິສັດ ແຮ່ເຫຼັກໂກເອໂກ່ຈຳກັດ ສົ່ງອອກດ່ານນ້ຳພາວ 91,502.68 ໂຕນ, ດ່ານນາເພົ້າ 45,916.88 ໂຕນ, ສົ່ງໄປນະຄອນຫຼວງວຽງຈັນ ໄດ້ທັງໝົດ 75,650.22 ໂຕນ ແລະ ບໍລິສັດກາວີໂກ ລາວບໍ່ແຮ່ ຈໍາກັດ ສາມາດສົ່ງອອກແຮ່ເຫຼັກໄດ້ທັງໝົດ 32,750.03 ໂຕນ ສົ່ງອອກດ່ານນ້ຳພາວ.


