ບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮ່ວມກັນສ້າງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໝຸ່ມນ້ອຍ Post author:mem admin Post published:16/08/2022 Post category:ກົມແຜນການ ແລະ ການຮ່ວມມື / ຂ່າວສານກິລາ ໃນຊຽງຂວາງເກມ ລະຫວ່າງວັນທີ 10-12 ກໍລະກົດ 2022 ຜ່ານມານີ້, ຢູ່ໂຮງແຮມແລນມາກລີເວີຊາຍ ໄດ້ຈັດງານສໍາມະນາບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງພາຍໃຕ້ໂຄງການ ເວທີ ຂອງ ນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍ ໄລຍະທິ 2. ຫົວໜ້າຄະນະຜູ້ແທນຝ່າຍ ສປປລາວ ນຳພາຄະນະເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ບຸນທັນ ວົງຊະນະ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ນັກສຶກສາ ຈາກ ມະຫາວິທະຍາໄລແຫ່ງຊາດລາວ. ໂດຍມີວິທະຍາກອນ ແລະ ນັກສຳມະນາກອນຈາກ ຣາຊະອານາຈັກ ກຳປູເຈຍ, ມຽນມາ, ໄທ ຈໍານວນ 40 ກວ່າຄົນເຂົ້າຮ່ວມ. ງານສໍາມະນາຄັ້ງນີ້ ແມ່ນເປັນການຮ່ວມມືກັນ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຄະນະວິສະວະກໍາ, ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນມາເພື່ອ ຍົກສູງຄວາມຮັບຮູ້ຂອງການນໍາໃຊ້ວະທິຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໝຸ່ມນ້ອຍໃນຂະແຫນງພະລັງງານ. ເພີ່ມທະວີຄວາມຮູ້ຫຼາກຫຼາຍ, ການຄົ້ນຄິດປະດິດສ້າງ ແລະ ທ່າແຮງສໍາລັບການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂະແໜງການພະລັງງານ. ການຫັນປ່ຽນໄປສູ່ລະບົບພະລັງງານໂດຍອີງໃສ່ເຕັກໂນໂລຊີທົດແທນຈະສົ່ງຜົນສະທ້ອນທາງບວກຫຼາຍດ້ານຕໍ່ເສດຖະກິດ-ສັງຄົມ. ງານສຳມະນາ LMC Young Science, Technology and Innovation Forum Season 2 ໃນຄັ້ງນີ້ ຈຶ່ງເປັນຈຸດເລີ່ມຕົ້ນໃຫ້ແກ່ ບັນດານັກວິທະຍາສາດ ແລະ ເຕັກໂນໂລຊີ ໝຸ່ມນ້ອຍ ໄດ້ແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ, ແລກປ່ຽນຄວາມສາມາດຄວາມຮູ້, ປະສົບການ ແລະ ການສ້າງເຄືອຂ່າຍໃຫ້ແກ່ຜູ້ປະກອບການໜຸ່ມນ້ອຍ ແລະ ການຮຽນຮູ້ວັດທະນະທຳບັນດາປະເທດ LMC ລະຫວ່າງຜູ້ເຂົ້າຮ່ວມ. ພາບ ແລະ ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມືຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ You Might Also Like ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC) ສະໜັບສະໜູນໂຄງການສາທິດຕິດຕັ້ງສະຖານີສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ 22/08/2022 ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II 24/02/2022 ຊຸດຝຶກອົບຮົມກ່ຽວກັບ ລະບຽບການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິິກ ແລະ ການນຳໃຊ້ E-office 26/05/2022
ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC) ສະໜັບສະໜູນໂຄງການສາທິດຕິດຕັ້ງສະຖານີສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ 22/08/2022