ກະຊວງພະລັງງານ ແລະ ບໍ່ແຮ່ ທົບທວນຄືນການຈັດຕັ້ງປະຕິບັດວຽກງານລົງທຶນປະຕູດຽວຂອງຂະແໜງການຕົນ

          ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນຢູ່ເມືອງ ປາກຊັນ, ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງ, ຜູ້ຊີ້ນຳວຽກງານລົງທຶນປະຕູດຽວ. ມີຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

           ທ່ານ ເພັດພາພອນ ລັດຖະຈັກ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານລົງທຶນປະຕູດຽວ ຢູ່ ສປປລາວ ກໍ່ຄືຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານ ເຊິ່ງມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ ບາງຕອນ ທ່ານ ໄດ້ກ່າວວ່າ: ໃນໄລຍະຜ່ານການສະພາບການດໍາເນີນທຸລະກິດຢູ່ ສປປ ລາວ ເຮົາເຫັນວ່າ ຍັງມີຂໍໍ້ຈໍາກັດຫຼາຍດ້ານເປັນຕົ້ນແມ່ນ: ມີຫຼາຍຂອດຫຼາຍຂັັ້ນຕອນ, ມີຫຼາຍນິຕິກໍາ ແລະ ລະບຽບການ, ກໍານົດເວລາຫຼາຍສົມຄວນ. ເຊິ່ງສ້າງຄວາມຫຍຸູ້ງຍາກ ສັບສົນໃຫ້ນັກລົງທຶນ. ຂະນະດຽວກັນນີ້, ປີ 2018 ທະນາຄານໂລກ (world bank) ໃນຖານະທີ່ອົງການຈັດຕັ້ງສາກົນທີ່ມີບົດບາດໃນການສະໜອງເງິນທຶນໃຫ້ທົ່ວໂລກ ໄດ້ປະເມີນ ແລະ ຈັດອັນດັບປະເພດການດໍາເນີນທຸລະກິດ ສປປ ລາວ ກໍໍ່ຄືໃນບັນດາກຸ່ມປະເທດອາຊຽນ ແລະ ສາກົນ ເຫັນວ່າ ສປປ ລາວເຮົາ ຢູ່ໃນອັນດັບທີີ່ຕໍ່າສົມຄວນ. ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ໄດ້ຮັບການປັບປຸງ, ແກ້ໄຂ. ລັດຖະບານ ແຫ່ງ ສປປ ລາວ ກໍໍ່ໄດ້ອອກຄໍາສັ່ງຂອງສະບັບເລກທີ 02/ນຍ, ລົງວັນທີ01 ກຸມພາ 2017 ເພື່ອໃຫ້ແຕ່ລະຂະແໜງການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ຄໍາສັັ່ງສະບັບເລກທີ03/ນຍ, ລົງວັນທີ 21 ມັງກອນ 2020 ໃຫ້ປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ. ສໍາລັບຂະແໜງການພະລັງງານ ແລະ ບໍໍ່ແຮ່ ກໍໍ່ໄດ້ມີການປັບປຸງ ຕາມຄໍາສັ່ງ 02 ແລະ 03 ຄື: ມີການສ້າງຕັ້ງໜ່ວຍງານປະຕູດຽວຂອງຂະແໜງການ, ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກອງເລຂາຊ່ວຍວຽກ.

          ທ່ານ ຮອງຫົວໜ້າຫ້ອງການກະຊວງ ກ່າວຕື່ມວ່າ: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານລົງທຶນປະຕູດຽວຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຄັ້ງນີ, ພວກເຮົາຈະໄດ້ຮັບຟັງການລາຍງານຜົນການຈັດຕັັ້ງປະຕິບັດວຽກງານການລົງທຶນປະຕູດຽວໃນໄລຍະຜ່ານມາ, ການຈັດຕັັ້ງປະຕິບັດວຽກງານພົບປະເຮັດວຽກ ກັບ ບັນດາພະແນກພະລັງງານ ແລະ ບໍໍ່ແຮ່ ໃນຂອບເຂດທົ່ວປະເທດ; ກົນໄກ ແລະ ຂັັ້ນຕອນການລົງທຶນ, ການຄົ້ນຄວ້າເອກະສານ, ກໍານົດເວລາການຄົ້ນຄວ້າ, ການປະສານງານ ແລະ ອືີ່ນໆ ສໍາລັບນັກລົງທຶນ;
ພ້ອມດຽວກັນນີ້, ທ່ານ ຮອງຫົວໜ້າຫ້ອງການຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ພ້ອມກັນສຸ່ມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ, ບົດຮຽນ ແລະ ປະສົບການຂອງຕົນ ແລກປ່ຽນປະກອບຄໍາເຫັນ ເພື່ອເປັນຂໍ້ມູນໃນການປັບປຸງ, ແກ້ໄຂວຽກງານການລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານ.

ພາບ ແລະ ແຫຼ່ງຂໍ້ມູນ: ພະແນກຄົ້ນຄວ້າສັງລວມປະຕູດຽວ ແລະ ນິຕິກຳ
ຂ່າວ: ຄຳແສງ ແກ້ວປະເສີດ